ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຜູ້ນໍາເກົາຫຼີເໜືອຢ້ຽມຢາມຈີນ


ພວກເຈົ້າໜ້າທີ່ລັດຖະບານເກົາຫຼີໃຕ້ ແລະພວກທີ່ເຫັນເຫດ ການໃນຈີນກ່າວວ່າ ຜູ້ນຳຂອງເກົາຫຼີເໜືອ ທ່ານກິມ ຈິງ ອິລ ພວມທໍາ​ການຢ້ຽມຢາມປະເທດຈີນ ຂະນະທີ່ການດຳ ເນີນຄວາມພະຍາຍາມທາງດ້ານການທູດ ເພີ້ມທະວີຂຶ້ນ ຢູ່ໃນແຫຼມເກົາຫຼີ.

ພວກຊາວເມືອງເວົ້າວ່າ ຜູ້ນຳຂອງເກົາຫຼີເໜືອ ໄດ້ເດີນ ທາງໄປເຖິງເມືອງ Jian ໃນພາກຕາເວັນອອກສຽງ​ເໜືອ ຂອງຈີນ ໃນຕອນເຊົ້າຂອງວັນພະຫັດມື້ນີ້ ບໍ່ທໍ່ໃດຊົ່ວ ໂມງ ຫຼັງຈາກໄດ້ຂ້າມຊາຍແດນ ທີ່ແບ່ງປະເທດເພື່ອນບ້ານທັງ ສອງ ທີ່​ເປັນພັນທະມິດກັນ​ນັ້ນ. ທ່ານໄດ້ເດີນທາງໄປຢ້ຽມ ໂຮງຮຽນມັດທະຍົມກາງ ທີ່ມື້ລາງບິດາຂອງທ່ານ ຄືທ່ານ ກິມ ອິລ ຊຸງ ເຄີຍໄປຮຽນ ໃນຕອນທີ່ເປັນເດັກນ້ອຍ.

ໂທລະພາບ YTN ຂອງເກົາຫຼີໃຕ້ ລາຍງານວ່າ ລູກຊາຍ ຂອງທ່ານກິມ ຈົງ ອິລ ຄືທ້າວ Kim Jong Un ກໍໄດ້ ຕິດຕາມບິດາຂອງທ່ານໄປນໍາ ໃນການເດີນທາງຄັ້ງນີ້.

ທ່ານ Baek Seung Joo ນັກວິເຄາະ ທີ່ກຸ່ມຄົ້ນຄວ້າເອກກະຊົນ ໃນດ້ານປ້ອງກັນປະ ເທດ ທີ່ກຸງໂຊລ ກ່າວວ່າ ທ່ານ Kim ຜູ້ເປັນບິດາ ໄດ້ເດີນທາງໄປຈີນ ເພື່ອແຈ້ງໃຫ້ເຈົ້າ ໜ້າທີ່ຈີນຊາບ ກ່ຽວກັບແຜນການປ່ຽນແປງ ໃນໂຄງສ້າງອຳນາດຂອງເກົາຫຼີເໜືອ. ໃນ ໄລຍະຫຼາຍໆເດືອນຜ່ານມານີ້ ມີການຄາດຄະເນກັນເພີ້ມຂຶ້ນວ່າ ທ້າວ Kim Jong Un ຈະເປັນຜູ້ສືບທອດອຳນາດ ເປັນຜູ້ນຳຂອງເກົາຫຼີເໜືອ ຕໍ່ຈາກບິດາຂອງທ່ານ .

ໃນມື້ວັນພຸດວານນີ້ ອະດີດປະທານາທິບໍດີຈິມມີ ຄາຣ໌ເຕີ ໄດ້ເດີນທາງໄປເຖິງນະຄອນຫຼວງ ພຽງຢາງ ເພື່ອຫາ​ທາງໃຫ້ເກົາຫຼີເໜືອ ປ່ອຍຜູ້ຊາຍຊາວອະເມຣິກັນຄົນນຶ່ງ ທີ່ຖືກເກົາຫຼີເໜືອ ຄຸມຂັງ ມາແຕ່ເດືອນມັງກອນ ຕົ້ນປີນີ້.

XS
SM
MD
LG