ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Kim Jong Un ພົບປະກັບ ຜູ້ເເທນຕ່າງປະເທດ ຊຸດທໍາອິດ

ຜູ້ນໍາເກົາຫຼີເໜືອ ທ່ານ Kim Jong Un (ທີ3 ຈາກຂວາ) ຖ່າຍຮູບຮ່ວມກັບທ່ານ Wang Jiarui (ທີ 3 ຈາກຊ້າຍ) ຫົວໜ້າກົມພົວພັນຕ່າງປະເທດຂອງພັກຄອມມີວນິສຈີນ ແລະ ພວກເຈົ້າໜ້າທີ່ອື່ນໆ ໃນວັນພະຫັດ ທີ 3 ສິງຫາ, 2012 ທີ່ນະຄອນພຽງຢາງ

ຜູ້ນໍາເກົາຫຼີ​ເໜືອ ທ່ານ Kim Jong Un, ໄດ້ຈັດໃຫ້ມີການພົບປະກັບຄະນະຜູ້ແທນຕ່າງ
ປະເທດຄະນະນຶ່ງ ເປັນຄັ້ງທໍາອິດນັບຕັ້ງແຕ່ທ່ານໄດ້ຂຶ້ນຮັບຕໍາແໜ່ງ ລຸນຫລັງທີ່ບິດາຂອງ ທ່ານໄດ້ເສຍຊີວິດໄປ.

ອົງການຂ່າວ ຊິນຫົວຂອງທາງການຈີນ ແລະສໍານັກງານຂ່າວສູນກາງຂອງເກົາຫລີເໜືອ ຫລື
KCNA ເວົ້າວ່າ ທ່ານ ຄີມໄດ້ຈັດການພົບປະກັບທ່ານ Wang Jiarui ຫົວໜ້າກົມພົວພັນຕ່າງ ປະເທດຂອງພັກຄອມມີວນິສຈີນ ແລະ ພວກເຈົ້າໜ້າທີ່ອື່ນໆ ໃນວັນພະຫັດວານນີ້.

ອົງການຂ່າວ ຊິນຫົວ ໄດ້ອ້າງເຖິງຄໍາເວົ້າຂອງທ່ານ Wang ທີ່ເວົ້າວ່າລັດຖະບານກຸງປັກກິ່ງ ພ້ອມແລ້ວທີ່ຈະເຮັດວຽກຮ່ວມກັບເກົາຫລີເໜືອ ເພື່ອຮັກສາ ການຕິດຕໍ່ກັນໃນລະດັບສູງ ແລະເພີ້ມທະວີການຮ່ວມມືໃນພາກປະຕິບັດຕົວຈິງ.

ພ້ອມກັນນັ້ນ ກໍໄດ້ມີການອ້າງເຖິງຄໍາເວົ້າຂອງທ່ານຄີມເຊັ່ນກັນ ຊຶ່ງທ່ານກ່າວວ່າ ລັດຖະ
ບານຂອງທ່ານ ແມ່ນສຸມໃສ່ພັດທະນາເສດຖະກິດ ແລະປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນ.

XS
SM
MD
LG