ເກົາຫລີເໜືອໄດ້ທໍາການແກ້ໄຂໃໝ່ ກົດບັດຂອງພັກການເມືອງດຽວຂອງຕົນ ທີ່ຮັບ ປະກັນການໂອນອໍານາດຢ່າງ
ລາບລື່ນ ຈາກພໍ່ໄປຫາລູກຢູ່ໃນຄອມມິວນິສ ທີ່ຢູ່ຢ່າງໂດດ
ດ່ຽວແຫ່ງນັ້ນ.
ວີໂອເອໄດ້ຮັບສໍາເນົານຶ່ງຂອງກົດບັດດັ່ງກ່າວ ທີ່ຍັງບໍ່ທັນໄດ້ນໍາອອກເປີດເຜີຍໃຫ້ຮູ້ເທື່ອ ບໍ່ວ່າຢູ່ໃນຫລືນອກປະເທດເກົາຫລີເໜືອ.
ບັນດານັກຊ່ຽວຊານກ່າວວ່າ ກົດບັດຂອງພັກກໍາມະກອນເກົາຫລີເໜືອສະບັບດັດແກ້ໃໝ່ນີ້ ປາກົດວ່າໄດ້ສ້າງໂຄງຮ່າງໄວ້ ສໍາລັບໃຫ້ທ່ານກິມຈົງອີລ ຜູ້ປົກຄອງປະເທດໃນປັດຈຸບັນ ມອບໂອນອໍານາດຕໍ່ໃຫ້ທ້າວກິມຈົງອຸນ ຜູ້ເປັນລູກຊາຍ ຂຶ້ນມາກໍາແທນທ່ານ.
ບັນດານັກວິເຄາະໃນເກົາຫລີໃຕ້ ກ່າວວ່າ ນຶ່ງໃນການປ່ຽນ
ແປງຢູ່ໃນກົດບັດນັ້ນ ອະນຸຍາດໃຫ້ຫົວໜ້າພັກເປັນຫົວໜ້າ
ຄະນະກໍາມາທິການທະຫານ ໃນຄນະນະກໍາມະການສູນກາງພັກ ໃນເວລາດຽວກັນໄດ້
ຊຶ່ງເປັນການຮັບປະກັນວ່າ ບຸກຄົນຜູ້ດຽວສາມາດຄວບຄຸມໄດ້ ທັງກິດຈະການວຽກງານຂອງທະຫານ ແລະຂອງລັດ.
ທ້າວກິມຈົງອຸນ ຊຶ່ງຢູ່ໃນໄວ 20 ປາຍປີ ປັດຈຸບັນນີ້ ເປັນປະທານຮ່ວມຂອງຄະນະກໍາມາ
ທິການທະຫານຂອງສູນກາງພັກ ພ້ອມກັບນາຍພົນຕີ Ri Yong Ho ໄວ 68 ປີ ຊຶ່ງເປັນ
ຫົວໜ້າເສນາທິການກອງທັບ.
ກົດບັດຂອງພັກສະບັບແກ້ໄຂໃໝ່ ແມ່ນລົງວັນທີ 28 ເດືອນກັນຍາປີແລ້ວນີ້ ຊຶ່ງເປັນໄລຍະ
ເວລາທີ່ພວກຜູ້ແທນພັກພົບປະກັນໃນກອງປະຊຸມຫລວງ ທີ່ກຸງພຽງຢາງນັ້ນ. ໃນມື້ຕໍ່ມາຄື
ໃນວັນທີ 29 ກັນຍາ ອົງການຂ່າວສານແຫ່ງລັດເກົາຫລີເໜືອກໍໄດ້ປະກາດວ່າ ໄດ້ມີການ
ດັດແກ້ກົດບັດຂອງພັກແລ້ວ ເພື່ອສ້າງຄວາມເຂັ້ມແຂງຍິ່ງຂຶ້ນໃຫ້ແກ່ຄະນະນໍາພາຂອງພັກ
ແລະຍົກສູງບົດບາດຂອງຄະນະນໍາພາ ຢູ່ໃນກອງທັບນັ້ນ.
ແຕ່ບໍ່ໄດ້ເປີດເຜີຍລາຍລະອຽດທີ່ເຈາະຈົງໃຫ້ຊາບ ແລະກົດບັດໃໝ່ນີ້ ກໍບໍ່ໄດ້ນໍາອອກເປີດ
ເຜີຍໃຫ້ປະຊາຊົນຊາບ.