ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫຼີເໜືອປ່ອຍຄົນອະເມຣິກັນ


ອະດີດປະທານາທິບໍດີສະຫະ ລັດ ທ່ານຈິມມີ ຄາຣ໌ເຕີ ໄດ້ປະສົບຄວາມສຳເລັດ ໃນການ ຮ້ອງຂໍໃຫ້ເກົາຫລີເໜືອ ປ່ອຍພົນລະເມືອງອະເມຣິກັນຄົນນຶ່ງ ທີ່ຖືກຄຸມຂັງ ມາແຕ່ເດືອນມັງ ກອນ ຕົ້ນປີນີ້.

ລາຍງານຂ່າວໂທລະພາບສະແດງ ໃຫ້ເຫັນວ່າ ທ່ານຄາຣ໌ເຕີ ໄດ້ໂອບກອດ ນາຍ Aijalon Mahli Gomes ທີ່ຫົວຍິ້ມ ຢູ່ທີ່ທາງແລ່ນຂອງສະໜາມບິນພຽງຢາງ ກ່ອນທີ່ບຸກຄົນທັງສອງ ຈະອອກເດີນທາງ ໄປນຳເຮືອບິນອາຍພົ່ນ ເອກກະຊົນລຳນຶ່ງ.

ທ່ານຄາຣ໌ເຕີ ຜູ້ທີ່ເຄີຍ ໄດ້ຮັບລາງວັນໂນແບລ ຂະແໜງສັນຕິພາບ ມາແລ້ວນັ້ນ ໄດ້ເດີນ ທາງໄປເຖິງເກົາຫຼີເໜືອໃນມື້ວັນພຸດຜ່ານມາ ໃນອັນທີ່ກະຊວງການຕ່າງປະເທດສະຫະລັດ ເວົ້າວ່າ ເປັນການເດີນທາງ ໄປເກົາຫຼີເໜືອ ໃນທາງສ່ວນໂຕ.

ກະຊວງການຕ່າງປະເທດສະຫະລັດ ໄດ້ອອກຖະແຫຼງຂ່າວສະບັບນຶ່ງ ໃນຕອນແລງຂອງ ວັນພະຫັດວານນີ້ ຂອບອົກຂອບໃຈ ຕໍ່ການດຳເນີນຄວາມພະຍາຍາມ ໃນດ້ານມະນຸດ ສະທຳ ຂອງທ່ານຄາຣ໌ເຕີ ເພື່ອໃຫ້ມີການປ່ອຍນາຍ Gomes.

ນາຍ Gomes ໄດ້ຖືກເກົາຫຼີເໜືອຈັບ ລຸນຫຼັງທີ່ໄດ້ຂ້າມຊາຍ ແດນຈາກຈີນ ເຂົ້າໄປໃນເກົາ ຫຼີເໜືອ. ລາວໄດ້ຖືກຕັດສິນໂທດ ໃຫ້ອອກແຮງງານໜັກ ເປັນເວລາ 8 ປີ ແລະປັບໄໝອີກ 700,000 ໂດລາ ທີ່ໄດ້ຂ້າມຊາຍແດນ ແບບຜິດກົດໝາຍ ເຂົ້າໄປໃນເກົາຫຼີເໜືອ.

ອົງການຂ່າວສູນກາງ ຂອງເກົາຫຼີເໜືອ ລາຍງານໃນເດືອນແລ້ວນີ້ວ່າ ນາຍ Gomes ໄດ້ ພະຍາຍາມ ຂ້າໂຕຕາຍ.

XS
SM
MD
LG