ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາຊື້ອາວຸດ ຈາກເກົາຫລີເໜືອ


ເວບໄຊຕ໌ Wikileaks. ເປີດເຜີຍໂທລະເທກທາງການທູດ
ສະຫະລັດກ່ຽວກັບມຽມມາສົ່ງເຂົ້າໄປແລກປ່ຽນເອົາອາວຸດ
ກັບເກົາຫລີເໜືອ.
ເວບໄຊຕ໌ Wikileaks. ເປີດເຜີຍໂທລະເທກທາງການທູດ ສະຫະລັດກ່ຽວກັບມຽມມາສົ່ງເຂົ້າໄປແລກປ່ຽນເອົາອາວຸດ ກັບເກົາຫລີເໜືອ.



















ໂທລະ​ເລກ​ທາງ​ການ​ທູດ​ຂອງ​ສະຫະລັດ​ສະບັບ​ນຶ່ງ​ທີ່​ຮົ່ວ​ໄຫລ​ອອກ​ມາກ່າວ​ວ່າ ມຽນມາ​ໄດ້​ສົ່ງ​
ເຂົ້າ​ຈໍານວນ​ຫລາຍ​ພັນ​ຕັນ​ໄປ​ໃຫ້​ເກົາຫລີ​ເໜືອ ເພື່ອ​ແລກປ່ຽນ​ກັບ​ອາວຸດ.

ໂທລະ​ເລກ​ສະບັບທີ່​ວ່າ​ນີ້ໄດ້ຖືກສົ່ງຈາກ​ສະຖານ​ທູດ​ສະຫະລັດທີ່ນະຄອນ​ຢ້າງ​ກຸ້ງ ໃນ​ເດືອນ​ກໍ
ລະກົດ​ປີ 2009 ​ແລະ​ຫາ​ກໍ​ຖືກ​ນໍາ​ອອກ​ມາເປີດ​ເຜີຍໂດຍ Website ຕໍ່ຕ້ານ​ການ​ປິດລັບ
WikiLeaks. ​ໂທລະ​ເລກເວົ້າ​ວ່າ ມຽນມາໄດ້ສົ່ງ​ເຂົ້າປະມານ 2 ໝື່ນ​ຕັນ​ ​ໄປໃຫ້​ເກົາຫລີ​
ເໜືອ​ໃນ​ລະຍະ 6 ​ເດືອນຕົ້ນ​ປີ 2009 ​ເພື່ອ​ແລກປ່ຽນ​ເອົາ​ອາວຸດ​ສົງຄາມ​ທໍາ​ມະ​ດາ.

ໂທລະ​ເລກ​ສະບັບ​ນີ້​ຍັງ​ອ້າງ​ຄໍາ​ເວົ້າ​ຂອງແຫ​ລ່ງຂ່າວ​ທຸລະ​ກິດ​ທີ່ເຊື່ອ​ຖື​ໄດ້ວ່າ ການ​ສົ່ງ​ເຂົ້າ​
ໃນ​ທໍາ​ນອງ​ນີ້​ໄດ້​ດໍາ​ເນີນ​ໄປ​ເປັນ​ເວລາ​ດົນ​ກວ່າ 5 ປີ. ​ເກົາຫລີ​ເໜືອ​ໄດ້​ປະສົບ​ກັບ​ການ​
ຂາດແຄນ​ເຂົ້າປາ​ອາຫານມາ​ເປັນ​ປະ​ຈໍາ ​ແຕ່​ມີ​ອຸດສາຫະກໍາ​ອາວຸດ​ທີ່​ທັນ​ສະ​ໄໝ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ໄດ້​ມີ​ຄວາມ​ສົງ​ໄສ​ມາ​ເປັນ​ເວລາ​ດົນ​ນານ​ວ່າ ​ເກົາຫລີ​ເໜືອ
ອາດ​ກໍາລັງຊ່ອຍ​ເຫລືອ​ມຽນມາ​ ພັດທະນາ​ສະມັດຖະພາບດ້ານ​ການ​ຜະລິດ​ອາວຸດ​ນີວ
ເຄລຍຢູ່ ​ແຕ່​ມຽນມາ​ປະຕິ​ເສດ​ກ່ຽວ​ກັບ​ເລື້ອງ​ນີ້.

XS
SM
MD
LG