ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ນໍາເກົາຫລີເໜືອ ກ່າວຄໍາປາໄສ ອອກ​ໂທລະ​ພາບ ເປັນຄັ້ງທໍາອິດ


ການເດີນສວນສະໜາມຄັ້ງໃຫຍ່ຂອງທະຫານ ເພື່ອລະລຶກເຖິງວັນຄ້າຍວັນເກີດຂອງມື້ລາງທ່ານ Kim Il Sung ອະດີດຜູ້ນໍາເກົາຫລີເໜືອ ທີ່ຈັດຂຶ້ນໃນວັນອາທິດ, ທີ 15 ເມສານີ້ ໃນນະຄອນພຽງຢາງ
ການເດີນສວນສະໜາມຄັ້ງໃຫຍ່ຂອງທະຫານ ເພື່ອລະລຶກເຖິງວັນຄ້າຍວັນເກີດຂອງມື້ລາງທ່ານ Kim Il Sung ອະດີດຜູ້ນໍາເກົາຫລີເໜືອ ທີ່ຈັດຂຶ້ນໃນວັນອາທິດ, ທີ 15 ເມສານີ້ ໃນນະຄອນພຽງຢາງ

ໃນວັນອາທິດມື້ນີ້ ຜູ້​ນໍາຄົນ​ໃໝ່ຂອງເກົາຫຼີ​ເໜືອ ທ່ານ Kim Jong Un ໄດ້ກ່າວຄໍາປາໄສ
ອອກ​ໂທລະ​ພາບເປັນຄັ້ງທໍາອິດ ໃນລະຫວ່າງການເດີນສວນສະໜາມຄັ້ງ​ໃຫຍ່ຂອງທະ
ຫານ ເພື່ອລະລຶກເຖິງວັນຄ້າຍວັນເກີດຂອງມື້ລາງປູ່ຂອງທ່ານ.

ທ່ານ Kim ທີ່​ນຸ່ງຊຸດມາວເຈີຕຸງສີດໍານັ້ນ ໄດ້ກ່າວຕໍ່ຝູງຊົນທີ່ຮ້ອງ​ເຊຍ​ແລະໂຮມ​ຊຸມນຸມ​
ກັນ​ຢ່າງແໜ້ນໜາ ຢູ່ໃນນະຄອນຫລວງພຽງຢາງວ່າ ທ່ານຂໍ​ມອບ ຕາມຄໍາເວົ້າຂອງທ່ານ
ກໍ​ແມ່ນ​ວ່າ “ຄວາມເຄົາລົບອັນບໍລິສຸດ ແລະກຽດອັນຍິ່ງໃຫຍ່ທີ່ສຸດ ແກ່ສະຫາຍ Kim
Il Sung ແລະ Kim Jong Il ຜູ້ຍິ່ງໃຫຍ່” ຊຶ່ງໝາຍເຖິງມື້ລາງປູ່ ແລະບິດາຂອງທ່ານ.

ນອກຈາກນັ້ນ ຜູ້ນໍາ​ໄວ 28 ປີທ່ານນີ້ ຍັງໄດ້ສະແດງຄວາມ​ເຄົາລົບ​ໄປ​ຍັງຜູ້ທີ່ທ່ານເອີ້ນ
ວ່າ ເພື່ອນຮ່ວມຊາດຢູ່ເກົາຫລີໃຕ້ແລະຢູ່ທົ່ວໂລກ ທີ່ໄດ້ອຸທິດຕົນແກ່ການທ້ອນໂຮມຊາດ ແລະຄວາມຈະເລີນຮຸ່ງເຮືອງຂອງປະ​ເທດ​ທັງສອງ.

ໃນວັນອາທິດມື້ນີ້ ຫລາຍສິບພັນຄົນ ໄດ້ໄປເຕົ້າໂຮມກັນຢູ່​ເດິ່ນເຕະບານອັນກວ້າງໃຫຍ່
ຂອງ ນະຄອນຫລວງພຽງຢາງເພື່ອສະແດງການສະໜັບສະໜູນຕໍ່ຕະກຸນທີ່ປົກຄອງເກົາ
ຫລີເໜືອ.

ບັນດາຜູ້ເຂົ້າຟັງຄໍາປາ​ໄສ ຊຶ່ງລວມທັງສະມາຊິກຂອງກອງທັບທີ່​ໃຫຍ່​ໂຕ ທີ່ມີກໍາລັງພົນ
1.2 ລ້ານຄົນຂອງເກົາຫລີເໜືອ, ຜູ້ຍິງທີ່ນຸ່ງຊຸດກະ​ໂປງ​ພື້ນ​ເມືອງທີ່ມີຫລາຍສີສັນ ແລະ
ຜູ້ຊາຍທີ່ນຸ່ງຊຸດສີດໍາ ພາກັນນັ່ງຢູ່ໃນສະໜາມກິລາ ທີ່ຄັບຄາໜາແໜ້ນ ເພື່ອຟັງການສັນ
ລະເສີນຄອບຄົວ ທີ່ໄດ້ປົກຄອງປະເທດມາ ຕັ້ງແຕ່ມື້ຖືກສ້າງຕັ້ງຂຶ້ນມາໃນປີ 1948 ນັ້ນ.

ກ່ອນໜ້າການຈັດງານໃນວັນອາທິດມື້ນີ້, ທ່ານ Kim Jong Un ກໍໄດ້ອອກຄໍາສັ່ງໃຫ້
ເລື່ອນຊັ້ນ ໃຫ້ແກ່ນາຍທະຫານຂັ້ນອະ​ວຸ​ໂສປະມານ 70 ຄົນ. ທ່ານ Kim ເອງ ກໍໄດ້ຖືກ
ເລືອກຕັ້ງໃຫ້ເປັນປະທານຜູ້ທໍາອິດຂອງຄະນະກໍາມາທິການປ້ອງກັນຊາດ ໃນວັນສຸກ
ຜ່ານ​ມາ ຊຶ່ງເຮັດໃຫ້ທ່ານກາຍເປັນຜູ້ນໍາ​ສູງ​ສຸດຂອງເກົາຫລີເໜືອ. ພ້ອມດຽວກັນນັ້ນ
ພວກຜູ້ແທນສະພາ ກໍໄດ້ອະນຸມັດ ເກືອບຮອດ 16% ຂອງງົບປະມານທັງໝົດ ໄວ້ໃຊ້
ເຂົ້າໃນວຽກງານປ້ອງກັນຊາດ ຊຶ່ງເປັນການສະແດງໃຫ້ເຫັນວ່າ ກອງທັບຍັງຈະສືບຕໍ່ມີ
ບົດບາດອັນສູງໃນເກົາຫລີເໜືອຢູ່ ພາຍໃຕ້ການນໍາພາຂອງຜູ້ນໍາຄົນໃໝ່ທີ່ໜຸ່ມນ້ອຍຜູ້ນີ້.
ທ່ານ Kim Jong Un ໄດ້ຂຶ້ນບໍລິຫານປະເທດໃນເດືອນທັນວາທີ່ຜ່ານມາ ພາຍຫລັງທີ່
ບິດາຂອງທ່ານໄດ້ເສຍຊີວິດໄປ.

XS
SM
MD
LG