ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອສະເຫລີມສະຫລອງ ວັນສ້າງຕັ້ງປະເທດ


ເກົາຫຼີເໜືອພວມສະເຫຼີມສະຫຼອງວັນຄົບຮອບໃນການສ້າງ
ປະເທດ ຂະນະທີ່ມີ ການຄາດຄະເນກັນເພີ້ມຂຶ້ນນັບມື້ວ່າ
ລູກຊາຍຫຼ້າຂອງທ່ານກິມ-ຈົງ-ອິລຈະຖືກ ປະກາດໃຫ້ເປັນ
ທາຍາດສືບທອດອຳນາດຕໍ່ຈາກທ່ານ.

ອົງການຂ່າວສູນກາງຂອງທາງການເກົາຫຼີເໜືອລາຍງານ
ວ່າເຈົ້າໜ້າທີ່ລັດຖະບານ ທະຫານແລະສະມາຊິກຂອງພັກ
ກຳມະກອນເກົາຫຼີໄດ້ໄປໂຮມຊຸມນຸມກັນ ທີ່ອະນຸສາວະລີ
Kumsusan ທີ່ນະຄອນຫຼວງພຽງຢາງ ບ່ອນທີ່ສົບຂອງ
ມື້ລາງ ທ່ານກິມ-ອິລ-ຊຸງຜູ້ກໍ່ຕັ້ງເກົາຫຼີເໜືອໃນປີ 1948
ໄດ້ຖືກນຳມາດອຍໄວ້. ທ່ານ ກິມ-ຈົງ-ອິລ ໄດ້ເປັນຜູ້ນຳ ຂອງປະເທດ ຫຼັງຈາກບິດາຂອງທ່ານໄດ້ເຖິງແກ່ອະສັນຍະ ກຳໃນປີ 1994.

ມີລາຍງານຂ່າວວ່າພວກຜູ້ແທນຂອງພັກກຳມະກອນເກົາຫຼີພວມເດີນທາງໄປ ຍັງນະຄອນ
ຫຼວງພຽງຢາງ ເພື່ອເຂົ້າຮ່ວມກອງປະຊຸມສຳຄັນ ທີ່ຈະຈັດຂຶ້ນໃນເດືອນນີ້. ເປັນທີ່ເຊື່ອກັນ
ວ່າທ່ານກິມ-ຈົງ-ອິລ ຈະໃຊ້ກອງປະຊຸມທີ່ວ່ານີ້ ເພື່ອແຕ່ງຕັ້ງໃຫ້ລູກຊາຍຄົນທີ 3 ຊຶ່ງເປັນ ລູກຫຼ້າຂອງທ່ານ ຄືທ້າວກິມ-ຈົງ-ອຸນໃຫ້ ເປັນຜູ້ສືບທອດອຳນາດຕໍ່ຈາກທ່ານ.

ພວກທີ່ໄດ້ໂຕນໜີຈາກເກົາຫຼີເໜືອກຸ່ມນຶ່ງຢູ່ໃນເກົາຫຼີໃຕ້ກ່າວວ່າ ການປະຊຸມທີ່ວ່ານີ້ໄດ້ມີ
ການຊັກຊ້າ ຍ້ອນໄດ້ເກີດໄພນໍ້າຖ້ວມເມື່ອໄວໆມານີ້ ຢູ່ໃນເກົາຫຼີເໜືອ. ແຕ່ວິທະຍຸເປີດ
ກວ້າງສຳລັບເກົາຫຼີເໜືອ ຊຶ່ງເປັນສະຖານີວິທະຍຸຊ່ຽວຊານກິດຈະການເກົາຫຼີເໜືອ ທີ່ມີ
ສຳນັກງານຢູ່ກຸງໂຊລເວົ້າວ່າ ການຊັກຊ້າແມ່ນເປັນຍ້ອນສຸຂະພາບຂອງທ່ານກິມ-ຈົງ-ອິລ.

XS
SM
MD
LG