ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນຢືນຢັນຜູ້ນໍາເກົາຫລີເໜືອ ຢ້ຽມຢາມຈີນ 5 ມື້


ຈີນ​ຢືນຢັນ​ວ່າ ທ່ານ​ກິມຈົງ​ອິລ ຜູ້​ນໍາ​ເກົາຫລີ​ເໜືອ ​ໄດ້​ໄປ​ຢ້ຽມຢາມ​ປະ​ເທດ​ຈີນ​ເປັນ​ເວລາ 5 ມື້ ຊຶ່ງ​ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ອາທິດ​ວານ​ນີ້ ຊຶ່ງຕາມປົກກະຕິ​ແລ້ວ ​ເວລາ​ໃດ​ທີ່​ມີ​ການ​ປະກາດ​ແບບ​ນີ້​ອອກ​ມາ ກໍ​ໝາຍ​ຄວາມ​ວ່າ ການ​ຢ້ຽມຢາມ​ໄດ້​ສິ້ນ​ສຸດ​ລົງແລ້ວ.

ຂ່າວໂທລະພາບຂອງ ​Reuters ສະ​ແດງ​ໃຫ້​ເຫັນ​ພາບ​ເຈົ້າ​ໜ້າ​ທີ່​ຕໍາຫລວດ ​ແລະ​ທະຫານ ປິດລ້ອມ​ບໍລິ​ເວນນຶ່ງ ສໍາລັບໃຫ້​ລົດ​ໄຟ​ຄັນ​ນຶ່ງ​ແລ່ນ​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ໃນ​ເກົາຫລີ​ເໜືອ ຈາກ​ຈີນ ​ໃນ​ຕອນ​ແລງ​ວັນ​ຈັນ​ມື້​ນີ້.

ຄໍາ​ປະກາດ​ທາງສື່​ມວນ​ຊົນ​ຂອງ​ທາງ​ການ​ຈີນ​ໃນ​ວັນ​ຈັນ​ມື້​ນີ້ແຈ້ງວ່າ ທ່ານ​ກິມ​ໄດ້​ພົບ​ປະ​ກັບ​ທ່ານ​ຫູຈິນ​ເຖົາ ປະທານ​ປະ​ເທດ​ຈີນ ​ໃນ​ວັນ​ສຸກ​ຜ່ານ​ມາ ​ແລະ​ວ່າທັງ​ສອງ​ທ່ານ​ໄດ້​ສົນທະນາ​ກັນ​ກ່ຽວ​ກັບ​ຊ່ອງ​ທາງ​ໃນການ​ຮຶ້ຟື້ນ​ການ​ເຈ​ລະ​ນານາໆ​ຊາດ ກ່ຽວ​ກັບ​ໂຄງການ​ນິວ​ເຄລຍ ຂອງ​ເກົາຫລີ​ເໜືອ​ນັ້ນ.

ເປັນ​ທີ່​ເຊື່ອ​ກັນ​ວ່າ ລູກ​ຊາຍ​ຫລ້າ​ຂອງ​ທ່ານ​ກິມ ນາຍກິມຈົງອຸນ ກໍ​ໄດ້​ຕິດຕາມ​ບິດາໄປໃນ​ການ​ເດີນທາງ​ຄັ້ງ​ນີ້​ນໍາ ​ແລະ​ໄດ້​ມີ​ການ​ສັນນິຖານ​ກັນ​ຢ່າງ​ກ້ວາງ​ຂວາງ​ວ່າ ທ່ານ​ກິມພະຍາ ຍາມຫາ​ທາງ​ໃຫ້​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ນໍາ​ຈາກ​ຈີນ​ ກ່ຽວ​ກັບ​ການ​ໂອນ​ອໍານາດ​ຕໍ່​ໄປ ​ໃຫ້​ລູກ​ຊາຍ​ຂອງ​ທ່ານນັ້ນ.

XS
SM
MD
LG