ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະປະຊາຊາດ ລົງໂທດ 3 ບໍລິສັດ ຂອງເກົາຫຼີເໜືອ


ສະພາຄວາມໝັ້ນຄົງສະຫະປະຊາຊາດ ປະຊຸມກັນ ກ່ຽວກັບການທົດລອງຍິງລູກສອນໄຟຂອງເກົາຫຼີເໜືອ.
ວັນທີ 3 ພຶດສະພາ 2012.
ສະພາຄວາມໝັ້ນຄົງສະຫະປະຊາຊາດ ປະຊຸມກັນ ກ່ຽວກັບການທົດລອງຍິງລູກສອນໄຟຂອງເກົາຫຼີເໜືອ. ວັນທີ 3 ພຶດສະພາ 2012.

ສະຫະ​ປະຊາ​ຊາດ​ກໍາລັງ​ລົງ​ໂທດ 3 ບໍລິສັດ​ເກົາຫຼີ​ເໜືອ​ທີ່​ພົວພັນໃນ​ໂຄງການ​ລູກ​ສອນ​ໄຟ​ແລະ​ນີວ​ເຄລຍຂອງ​ເກົາຫຼີ​ເໜືອ​ນັ້ນ.

ທ່າ​ນນາງ Susan Rice ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາສະ ຫະ​ປະຊາ​ຊາດກ່າວ​ວ່າ ການ​ລົງ​ໂທດ​ຂອງ​ສະພາ​ຄວາມ​ໝັ້ນຄົງແມ່ນ​ຮວມທັງ​ການ​ກັກ​ຊັບ​ສິນຂອງ​ພວກ 3 ບໍລິສັດ​ເກົາຫຼີ​ເໜືອຊຶ່ງທ່ານ​ນາງ ກ່າວ​ວ່າ: “ການ​ລົງ​ໂທດ​ໃໝ່​ນີ້​ຮວມທັງ​ການ​ລະບຸ​ຊື່​ແລະ​ການກັກ​ຊັບ​ສິນ​ຂອງ 3 ບໍລິສັດ​ເກົາຫຼີ​ເໜືອ​ທີ່​ພົວພັນ​ຢ່າງ​ຫຼວງ​ຫຼາຍ​ໃນ​ໂຄງການ​ລູກ​ສອນ​ໄຟ​ແລະ​ນີວ​ເຄລຍທີ່​ຜິດ​ກົດໝາຍ​ນີ້.”

​ເອກ​ອັກຄະ​ລັດຖະທູດ Rice ກ່າວ​ວ່າ​ ຄະນະ​ກໍາມາ​ທິການ​ຍັງ​ໄດ້ຂະ ຫຍາຍ​ບັນຊີ​ລາຍ​ຊື່ຂອງ​ສິນຄ້າ​ເກົາຫຼີ​ເໜືອ​ເຊ່ນ​ກັນທີ່​ຈະ​ບໍ່ອະນຸມັດໃຫ້​ນໍາ​ເຂົ້າປະ​ເທດ ​ແລະ​ທ່ານ​ນາງ​ກ່າວ​ຕໍ່​ໄປ​ວ່າ ເວົ້າ​ລວມ​ແລ້ວສະພາ​ຄວາມ​ໝັ້ນຄົງ​ມອງ​ເບິ່ງ​ການ​ລົງ​ໂທດ​ໃໝ່​ນີ້ວ່າ ​ແຂງ​ແຮງ​ແລະໜ້າ​ເຊື່ອ​ຖື​ໄດ້ ​ເພາະວ່າ​ການ​ລົງ​ໂທດ​ທີ່​ວ່າ​ນີ້​ ຈະເຮັດ​ໃຫ້​ເກົາຫຼີ​ເໜືອ​ໂດດດ່ຽວ​ຕື່ມຂຶ້ນ​ອີກ ​ແລະ​ເຮັດ​ໃຫ້​ເປັນ​ການ​ຍາກ​ຂຶ້ນ​ສໍາລັບກຸງ​ພຽງ​ຢ້າງ​ຈະ​ເດີນ​ໜ້າ​ຕໍ່​ໄປ​ກັບ​ໂຄງການ​ທີ່​ຕ້ອງ​ຫ້າມ​ນີ້.

​ເກົາຫຼີ​ເໜືອ​ໄດ້​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ທີ່​ຍິງ​ໄດ້​ໃນ​ໄລຍະ​ໄກ​ຂອງຕົນ​ໃນ​ເດືອນ​ແລ້ວ​ນີ້ ​ເຖິງ​ແມ່ນ​ຫຼາຍ​ປະ​ເທດ​ໃນ​ໂລກ​ຮຽກຮ້ອງ​ບໍ່ໃຫ້​ທໍາ​ການ​ທົດ​ລອງ​ກໍ​ຕາມ ​ແຕ່​ລູກ​ສອນ​ໄຟ​ດັ່ງກ່າວ​ໄດ້​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ​ແລະ​ຕົກລົງ​ໃສ່​ທະ​ເລ​ເຫຼືອງ​ໃນ​ເວລາ​ປະມານ 1 ນາທີຫຼັງ​ຈາກ​ຍິງ​ຂຶ້ນ​ແລ້ວ.

​ໃນ​ເວລາ​ນັ້ນ ພວກສະມຊິກ 15 ປະ​ເທດ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະ ຫະປະຊາ​ຊາດ​ໄດ້​ປະນາມ​ການ​ຍິງ​ລູກ​ສອນ​ໄຟ​ທີ່​ລົ້ມ​ແຫຼວ​ນີ້ ​ແລະທ່ານ​ພັນ ຄີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ເອີ້ນ​ການ​ເຄື່ອນໄຫວ​ຂອງ​ເກົາຫຼີ​ເໜືອ​ນີ້​ວ່າ ​ເປັນ​ເລື້ອງ​ທີ່​ໜ້າ​ເສຍ​ໃຈ​ທີ່​ສຸດ.

​ເກົາຫຼີ​ເໜືອ​ກ່າວ​ວ່າ ການ​ຍິງ​ລູກ​ສອນ​ໄຟ​ຂອງ​ຕົນ​ແມ່ນ​ມີ​ວັດຖຸ​ປະສົງ​ເພື່ອ​ສົ່ງ​ດາວ​ທຽມ​ພະຍາກອນອາກາດ​ຂຶ້ນ​ສູ່​ວົງ​ໂຄຈອນ. ​ແຕ່​ມີການ​ເຊື່ອ​ກັນ​ຢ່າງ​ກວ້າງຂວາງ​ວ່າ ການ​ຍິງ​ລູກ​ສອນ​ໄຟນີ້​ແມ່ນເປັນ​ການ​ທົດ​ລອງ ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ທີ່​ສາມາດ​ບັນທຸກ​ຫົວ​ລະ​ເບີດນິວ​ເຄລຍ​ໄດ້​ຢ່າງງ່າຍໆ​ຄື​ກັບ​ດາວ​ທຽມ​ນັ້ນ​.

ບັນດາ​ນັກ​ການ​ທູດ​ກ່າວ​ໃນ​ສັບປະດາ​ນີ້​ວ່າ ສະຫະລັດ ສະຫະພາບຢູ​ໂຣບ ຍີ່ປຸ່ນ ​ແລະ​ເກົາຫຼີ​ໃຕ້​ໄດ້​ສະ​ເໜີ​ບັນຊີ​ລາຍ​ຊື່ຂອງ​ບໍລິສັດ​ແລະ​ສິນ ຄ້າ​ປະມານ 40 ຊື່ ສຳ​ຫຼັບ​ການ​ລົງ​ໂທດຄັ້ງ​ນີ້ ​ແຕ່​ຈີນ​ໄດ້​ເຫັນ​ພ້ອມ​ນຳ​ແຕ່ 3 ບໍລິສັດ​ເທົ່າ​ນັ້ນ.

XS
SM
MD
LG