ເກົາຫລີເໜືອກໍາລັງກະກຽມພິທີສັ່ງລາຫລືສົ່ງສະການໃນວັນພຸດມື້ອື່ນ ຕໍ່ທ່ານກິມ
ຈົງອີລ ມື້ລາງຜູ້ນໍາໃນຂະນະທີ່ປະຊາຊົນຢູ່ໃນທົ່ວໂລກສິ້ງຊອມເບິ່ງຮ່ອງຮອຍຕ່າງໆ
ສໍາລັບພວກກໍາອໍານາດຊຸດໃໝ່ໃນອະນາຄົດໃນປະເທດທີ່ປິດລັບແລະມີອາວຸດນີວ
ເຄລຍນັ້ນ.
ມາຮອດປັດຈຸບັນນີ້ ສື່ມວນຊົນທາງການກຸງພຽງຢ້າງບໍ່ໄດ້ແຈ້ງລາຍລະອຽດໃດໆ
ໃຫ້ຊາບກ່ຽວກັບພີທີທີ່ໄດ້ວາງແຜນໄວ້ ແລະມີການເກືອດຫ້າມຊາວຕ່າງປະເທດ
ເຂົ້າໄປນັ້ນ ແຕ່ບັນດານັກວິເຄາະເຫດການ ຄາດວ່າ ພິທີດັ່ງກ່າວຈະດໍາເນີນໄປ
ຄ້າຍຄືກັນກັບພິທີຂອງມື້ລາງບິດາຂອງທ່ານກິມແລະມື້ລາງປະທານປະເທດກິມ
ອີລຊຸງ ຜູ້ກໍ່ຕັ້ງປະເທດ ຊຶ່ງໄດ້ສະແດງເຖິງຈຸດເດັ່ນຕ່າງໆຂອງການປົກຄອງປະເທດ
ຂອງທ່ານ ແລະເພີ່ມຄວາມຈົງຮັກພັກດີທີ່ເຂັ້ມແຂງຂຶ້ນສໍາລັບຜູ້ສືບທອດອໍານາດ
ຂອງທ່ານນັ້ນ.
ສື່ມວນຊົນທາງການເກົາຫລີເໜືອໄດ້ສືບຕໍ່ສ້າງຫລັກຖານຄວາມໄວ້ວາງໃຈໃນການນໍາພາ
ຂອງທ່ານກິມຈົງອຸນ ຜູ້ນໍາຄົນໃໝ່ ໂດຍປະກາດໃຫ້ຮູ້ໃນວັນຈັນວານນີ້ວ່າ ທ່ານກິມໄດ້ຖືກ
ແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງສູງສຸດໃນພັກຄອມມີວນີດ. ຜູ້ນໍາຄົນໃໝ່ທີ່ຍັງໜຸ່ມຢູ່ທ່ານນີ້ ໄດ້
ພົບປະໃນວັນຈັນວານນີ້ໃນກຸງພຽງຢ້າງກັບຄະນະນໍາພາເອກະຊົນເກົາຫລີໃຕ້ທີ່ມີຊື່ສຽງ
ຈຸນຶ່ງ ໃນການປາກົດໂຕຄັ້ງທໍາອິດຕໍ່ສາທາລະນະຂອງທ່ານກັບແຂກຕ່າງປະເທດນັບແຕ່
ບິດາຂອງທ່ານໄດ້ເຖິງແກ່ມໍລະນະກໍາໄປທີ່ປະກາດໃຫ້ຮູ້ໃນສັບປະດາຜ່ານມານີ້.
ພວກລັດຖະບານຕ່າງປະເທດກໍາລັງຈັບຕາເບິ່ງເຫດການຕ່າງໆໃນກຸງພຽງຢ້າງຢ່າງໃກ້ຊິດ
ຍ້ອນຄວາມເປັນຫ່ວງກັງວົນກ່ຽວກັບການຂຶ້ນດໍາລົງຕໍາແໜ່ງຂອງທ່ານກິມຈົງອຸນທີ່ຍັງໜຸ່ມ
ໃນປະເທດທີ່ກໍາລັງດໍາເນີນໂຄງການຜະລິດອາວຸດນີວເຄລຍ ກອງທັບທີ່ໃຫຍ່ຫລວງ ແລະ
ປະວັດສາດມີຄວາມກຽດຊັງຢ່າງເລິກເຊິ່ງຕໍ່ພວກປະເທດເພື່ອນບ້ານນັ້ນ.