ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີ​ເໜືອ ອາດສົ່ງ ເຄື່ອງປະກອບ​ ລູກ​ສອນ​ໄຟ​ ໄປໃຫ້ຊີ​ເຣຍ


ລັກສະນະລູກສອນໄຟຂອງເກົາຫຼີເໜືອຈໍານວນນຶ່ງ
ລັກສະນະລູກສອນໄຟຂອງເກົາຫຼີເໜືອຈໍານວນນຶ່ງ
ບັນດາ​ນັກ​ການ​ທູດກ່າວ​ວ່າ ​ມີ​ການ​ສົງ​ໄສ​ວ່າເກົາຫຼີ​ເໜືອ ​ໄດ້​ຈັດສົ່ງເຄື່ອງ ປະກອບ​ເຮັດ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄປໃຫ້ບໍລິສັດ​ແຫ່ງ​ນຶ່ງ​ຂອງ​ຊີ​ເຣຍ ທີ່​ປະກົດ​ວ່າ​ເປັນ​ການລະ​ເມີ​ດ ການ​ລົງ​ໂທດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ທີ່​ມີ​ຕໍ່ພຽງ​ຢາງ​ນັ້ນ.

ນັກ​ການ​ທູດ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ​ທາງ​ການ​ເກົາຫຼີ​ໃຕ້ ຍຶດບັ້ງ​ບັນຈຸ​ graphite ຢ່າງ​ນ້ອຍຈໍານວນ 445 ບັ້ງ ​ໃນ​ເດືອນ​ພຶດສະພາ​ຜ່ານ​ມາຈາກ​ ກໍ່າ​ປັ່ນ​ຈີນ​ລໍາ​ນຶ່ງທີ່ທ່າ​ເຮືອ ເມືອງ Busan ຂອງເກົາຫຼີ​ໃຕ້. ບັ້ງ graphite ດັ່ງກ່າວ ຖືກຫຼໍ່​ເປັນ​ທໍ່ຂີ້​ກົ່ວ​ເພື່ອ​ອໍາ​ພາງ ເຈົ້າໜ້າ​ທີ່​ກວດກາ ທີ່ສົ່ງໄປ​ຍັງບໍລິ ສັດ​ແຫ່ງ​ນຶ່ງ​ຂອງ​ຊີ​ເຣຍ ທີ່​ມີ​ການ​ເຊື່ອມໂຍງ​ກັບ​ເກົາ​ຫຼີ​ເໜືອ​ນັ້ນ.

ນັກ​ການ​ທູດ ​ເວົ້າ​ອີກ​ວ່າ ຈີນ​ໄດ້​ສັນຍາ​ວ່າ​ຈະ​ທໍາ​ການ​ສືບສວນ​ສອບ​ສວນ ການລະ​ເມີດ​ກົດການ​ລົງ​ໂທດ ຊຶ່ງ​ໄດ້​ລາຍ​ງານ​ເມື່ອ​ເດືອນ​ຜ່ານ​ມາ ຕໍ່ຄະ ນະ​ກໍາມະການ​ການ​ລົງ​ໂທດ​ເກົາຫຼີ​ເໜືອ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ.

​ເກົາ​ຫຼີ​ເໜືອ​ແມ່ນ​ໄດ້​ຖືກ​ສັ່ງ​ຫ້າມ​ການ​ນໍາ​ເຂົ້າຫຼືສົ່ງ​ອອກ​ເທັກ​ໂນ​ໂລ​ຈີດ້ານ ນີວ​ເຄຼຍ​ແລະ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ພາຍ​ໃຕ້​ການລົງ​ໂທດ​ຂອງ​ນານາ​ຊາດ ທີ່​ເລີ້ມມີ​ຜົນ​ບັງຄັບ​ໃຊ້ ຫຼັງຈາກ​ເກົາຫຼີ​ເໜືອ​ໄດ້​ທໍາ​ການ​ລົດ​ທອງ​ນີວ​ເຄຼຍ​ໃນ​ປີ 2006 ​ແລະ 2009 ນັ້ນ.

ສ່ວນ​ຊີ​ເຣຍ ກໍ​ຢູ່​ພາຍ​ໃຕ້​ການ​ລົງ​ໂທດ​ດ້ານ​ອາວຸດ​ຂອງ​ສະຫະລັດ​ແລະ​ຢູ​ໂຣບນໍາ​ເຊັ່ນ​ກັນ. ​ແຕ່​ວ່າ​ບໍ່​ມີ​ການ​ຫ້າມຊື້ຂາຍອາວຸດ​ຂອງ​ອົງການ​ສະຫະ​ປະຊາຊາດ​ຕໍ່​ລັດຖະບານ​ຂອງ​ປະທານາທິບໍດີ Bashar al-Assad ຜູ້​ທີ່ໄດ້​ພົວພັນ​ນໍາ​ຂໍ້​ຂັດ​ແຍ້​ງກັນ​ເປັນ​ເວລາ 20 ​ເດືອນ​ກັບ​ກຸ່ມ​ຝ່າຍ​ຄ້ານ​ນັ້ນ.
XS
SM
MD
LG