ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄພນໍ້າຖ້ວມທີ່ເກົາຫລີເໜືອ


ປະຊາຊົນເກົາຫລີເໜືອ ຊ່ວຍກັນເຣັດຄູກັ້ນນໍ້າຖ້ວມ
ປະຊາຊົນເກົາຫລີເໜືອ ຊ່ວຍກັນເຣັດຄູກັ້ນນໍ້າຖ້ວມ

ອົງການ​ຂ່າວ​ຂອງ​ທາງ​ການ​ເກົາຫຼີ​ເຫຼືອຖະ​ແຫລງ​ວ່າຝົນທີ່ຕົກ​ລົງມາຢ່າງໜັກໄດ້ສ້າງ​
ຄວາມ​ເສຍ​ຫາຍ​ຢ່າງໃຫຍ່ຫລວງໃຫ້ແກ່​ເສດ​ຖະກິດ​ຂອງປະເທດແລະເຮັດໃຫ້ຜູ້ຄົນ
ເສຍຊີວິດຈໍານວນນຶ່ງ.

ລາຍງານ​ຂ່າວຍັງ​ເວົ້າ​ຕື່ມ​ວ່າ ການກະເສດ ທາງລົດໄຟ ແລະພາກສ່ວນອື່ນໆຂອງ
ເສດຖະກິດ ກໍໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຄັ້ງນີ້.

ລາຍງານຂອງວັນພະຫັດວານນີ້ກ່າວວ່າໄດ້ມີເຖິງ 5,500 ຫຼັງຄາ​ເຮືອນ​ແລະຫລາຍ
ກ່ວາ 350 ຕຶກອາຄານ​ຂອງລັດຖະບານ ​ໄດ້ຖືກທໍາລາຍເສຍຫາຍພ້ອມກັບທີ່​ດິນ
ປູກຝັງອີກ 15,000 hectares ​ໄດ້​ຖືກ​ນ້ຳ​ຖ້ວມ.

ລາຍ​ງານ​ບໍ່​ໄດ້​ບອກວ່າໄດ້​ມີ​ຜູ້​ຄົນ​ລົ້ມ​ຕາຍຫຼື​ບາດ​ເຈັບ​ຫຼາຍ​ປານ​ໃດແຕ່ວ່າລາຍ​ງານ​
ຂອງ​ອົງການ​ຂ່​າວ ຊິນ​ຫົວຂອງ​ຈີນ ລາຍ​ງານ​ໃນ​ວັນພຸດແລ້ວ​ນີ້​ວ່າ ໄພ​ນ້ຳ​ຖ້ວມ​ໃນ​
ແຂວງ Jilin ຂອງຈີນ ຊຶ່ງ​ຕິດ​ກັບ​ຊາຍ​ແດນ​ຂອງ​ເກົາຫຼີ​ເໜືອນັ້ນ​ໄດ້ເຮັດໃຫ້​ມີ​ຜູ້​ເສຍ​
ຊີວິດ​ເຖິງ 70 ຄົນ​ແລ້ວ ​ແລະ​ໄດ້​ຍົກຍ້າຍ​ຜູ້​ຄົນ​ເກືອບ​ເຖິງ 8 ​ແສນ​ຄົນ​.

XS
SM
MD
LG