ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບໍລິສັດ Nokia ຈະຕັດ ຄົນງານ 10,000 ຄົນ ໃນທົ່ວໂລກ


ທຸງບໍລິສັດ Nokia
ທຸງບໍລິສັດ Nokia

Nokia ​ຊຶ່ງ​ເປັນ​ນຶ່ງໃນບັນດາບໍລິສັດຜະລິດ​ໂທລະສັບ​ມື​ຖືໃຫຍ່ທີ່​ສຸດ​ໃນ​ໂລກ ມີ​ແຜນ
​ທີ່​ຈະ​ຕັດ​ວຽກ​ງານຂອງ​ບໍລິສັດ​ລົງ ຢູ່​ໃນ​ທົ່ວ​ໂລກ​ 10,000 ໜ້າ​ວຽກ​ ພາຍໃນ​ທ້າຍ
​ປີໜ້ານີ້.

ບໍ​ລິ​ສັດນີ້ ຊຶ່ງມີ​ສໍານັກງານ​ໃຫຍ່​ຕັ້ງ​ຢູ່ປະ​ເທດ​ຟິນ​ແລນ​ ຄາດ​ວ່າ​ການຕັດຄົນ​ງານລົງ
ຈະ​ເຮັດໃຫ້ບໍລິສັດ​ປະຢັດຄ່າໃຊ້​ຈ່າຍໄດ້ ​ເຖິງ 1 ພັນ 300 ​ລ້ານ​ໂດ​ລາ.

ຫົວໜ້າ​ບໍລິຫານ ບໍລິສັດ Nokia ທ່ານ Stephen Elop ​ໄດ້​ອອກ​ຖະ​ແຫລ​ງການ​
ສະບັບ​ນຶ່ງໃນ​ວັນ​ພະຫັດມື້ນີ້​ວ່າ “​ແຜນການ​ຫຼຸດຄົນ​ງານ​ດັ່ງກ່າວ​ນີ້ ເປັນ​ບັນຫາ​ປະ​
ເຊີນ​ໜ້າທີ່ຍຸ່ງຍາກ ຊຶ່ງ​ພວກ​ເຮົາ​ຕ້ອງ​ໄດ້​ປະຕິ​ບັດ​ເພື່ອ​ໃຫ້​ການ​ຄໍ້າ​ປະກັນ​ແກ່ຄວາມ
​ເຂັ້ມ​ແຂງ ​ໃນ​ການ​ແຂ່ງຂັນ​ໄລຍະ​ຍາວ​ຂອງບໍລິສັດ Nokia. ບໍລິສັດ Nokia ​ໄດ້ປະ
ກາດກ່ຽວ​ກັບ​ແຜນການ​ທີ່​ຈະ​ປິດໂຮງງານ​ຜະລິດພຽງແຫ່ງ​ດຽວ ຂອງ​ບໍລິສັດ​ໃນ
​ປະ​ເທດ​ຟິນ​ແລນ ທີ່​ເມືອງ Solo ແຕ່​ວ່າ ຈະ​ສືບ​ຕໍ່ດໍາ​ເນີນ​ການ​ຄົ້ນ​ຄວ້າ​ແລະ​ການ
ພັດທະນາ​ຢູ່​ທີ່​ນັ້ນ.

ບໍລິສັດ Nokia ​ມີ​ຈຸດປະສົງ​ທີ່​ຈະ​ຫລົດ​ການ​ຄົ້ນ​ຄວ້າ​ບາງ​ຢ່າງ ​ແລະໂຄງການ​ພັດ​
ທະນາຕ່າງໆຢູ່​ນອກ​ປະ​ເທດລົງ ​ຊຶ່ງຈະ​ເປັນ​ເຫດ​ໃຫ້​ມີ​ການ​ປິດ​ໂຮງງານຂອງ
ບໍລິສັດ​ຢູ່​ໃນ ​ເມືອງ Ulm ​ໃນປະ​ເທດ​ເຢຍຣະ​ມັນ ​ແລະ​ເມືອງ Burnaby
ປະ​ເທດ​ກາ​ນາ​ດາ.

XS
SM
MD
LG