ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ທີ່ໄດ້ຊະນະລາງວັນໂນແບລ ຮຽກຮ້ອງຕໍ່ໂລກ ໃຫ້ກົດດັນ ອີຣ່ານ ຍ້ອນການລະເມີດສິດທິມະນຸດ


ແຟ້ມພາບ - ນັກເຄື່ອນໄຫວເພື່ອສິດທິ ຝ່າຍຄ້ານຊາວອີຣ່ານ ທ່ານນາງ ນາເກສ ໂມຮາມມາດີ (Narges Mohammadi) ເຫັນໄດ້ຢູ່ທີ່ສູນກາງປ້ອງກັນສິດທິມະນຸດ ໃນນະຄອນຫຼວງເຕຫະຣ່ານ, ປະເທດອີຣ່ານ, ວັນທີ 25 ມິຖຸນາ 2007.
ແຟ້ມພາບ - ນັກເຄື່ອນໄຫວເພື່ອສິດທິ ຝ່າຍຄ້ານຊາວອີຣ່ານ ທ່ານນາງ ນາເກສ ໂມຮາມມາດີ (Narges Mohammadi) ເຫັນໄດ້ຢູ່ທີ່ສູນກາງປ້ອງກັນສິດທິມະນຸດ ໃນນະຄອນຫຼວງເຕຫະຣ່ານ, ປະເທດອີຣ່ານ, ວັນທີ 25 ມິຖຸນາ 2007.

ທ່ານນາງ ນາຣເກສ ໂມຮາມມາດີ ຊາວອີຣ່ານ ຜູ້ຊະນະລາງວັນໂນແບລ ຂະແໜງສັນຕິພາບທີ່ຖືກຄຸມຂັງໃນຄຸກ ເມື່ອວັນຈັນວານນີ້ໄດ້ຮຽກຮ້ອງຕໍ່ ປະເທດຕ່າງໆໃຫ້ເພີ້ມການກົດດັນຕໍ່ ເຕຫະຣ່ານ ກ່ຽວກັບການລະເມີດສິດທິ ມະນຸດຕ່າງໆທີ່ “ຊົ່ວ​ຮ້າຍ” ຂອງ​ເຂົາ​ເຈົ້າ.

ທ່ານນາງ ໂມຮາມມາດີ ອາຍຸ 51 ປີ ໄດ້ຊະນະລາງວັນດັ່ງກ່າວໃນປີ 2023 ສຳລັບການ​ປຸກ​ລະ​ດົມເພື່ອສິດທິມະນຸດຂອງທ່ານນາງຢູ່ໃນອີຣ່ານ ເຊິ່ງໄດ້ເຮັດ​ໃຫ້ທ່ານນາງຖືກ​ຈັບ ແລະ ປ່ອຍ​ຕົວ​ອອກ​ຈາກ​ຄຸກໃນ​ເວ​ລາ​ສ່ວນຫຼາຍສອງ ທົດສະວັດທີ່ຜ່ານມາ.

“ປະຊາຊົນຂອງອີຣ່ານ ກຳລັງຝືນ​ທົນກັບການລະເມີດສິດມະນຸດຢ່າງເປັນລະ ບົບ, ຢ່າງກວ້າງຂວາງ ແລະ ເປັນສະຖາບັນ” ທ່ານນາງໄດ້ກ່າວຕໍ່ ກອງປະ ຊຸມສະພາສິດທິມະນຸດຂອງອົງການສະຫະປະຊາຊາດ ກ່ຽວກັບອີຣ່ານ ໃນຂໍ້ ຄວາມທີ່ຖືກອ່ານອອກມາໃນນາມຂອງທ່ານນາງ.

ທ່ານນາງເວົ້າວ່າ “ໂດຍມີການປະທ້ວງທີ່ເພີ້ມຂຶ້ນເມື່ອມໍ່ໆມານີ້ ແລະຂະບວນ ການເພື່ອແມ່ຍິງ, ຊີວິດ, ເສລີພາບໃນ​ການ​ເຄື່ອນ​ໄຫວ, ການກົດຂີ່ໄດ້ທະວີຂຶ້ນ ໂດຍແນໃສ່ບໍ່ພຽງແຕ່ພວກຄັດຄ້ານດ້ານການເມືອງເທົ່ານັ້ນ ແຕ່ພ້ອມທັງແມ່ຍິງ, ສາສະໜາກຸ່ມນ້ອຍ ແລະກຸ່ມຊົນເຜົ່າຕ່າງໆນຳດ້ວຍ.”

ທ່ານນາງໂມຮາມມາດີ ໄດ້ຖືກຄວບຄຸມຕົວຢູ່ໃນຄຸກ ເອີວິນ ຂອງເຕຫະຣ່ານ ແລະຂໍ້ຄວາມຂອງທ່ານນາງໄດ້ຖືກອ່ານອອກມາໂດຍອົງການທີ່ບໍ່ຂຶ້ນກັບລັດຖະບານ ທີ່ເອີ້ນວ່າ ຮ່ວມກັນຕໍ່ຕ້ານໂທດປະຫານຊີ​ວິ​ດ.

ຜູ້ທີ່ໄດ້ຮັບລາງວັນໂນແບລ ໄດ້ຮຽກຮ້ອງຕໍ່ສະພາດັ່ງກ່າວ ໃຫ້ຕໍ່ອາຍຸຂໍ້ບັນຍັດ ຂອງ ຈາເວດ ເຣມານ, ຜູ້ລາຍງານພິເສດຂອງສະພາດັ່ງກ່າວ ກ່ຽວກັບສະຖາ ນະການຂອງສິດທິມະນຸດຢູ່ໃນອີຣ່ານ ແລະພ້ອມທັງຄະນະກຳມະການອິດສະ ຫຼະສາກົນເພື່ອຊອກຫາຄວາມຈິງ ເຊິ່ງກຳລັງສືບສວນສອບສວນການປາບປາມ ທີ່ຮ້າຍແຮງຕໍ່ການປະທ້ວງທີ່ໄດ້ລະເບີດຂຶ້ນໃນປີ 2022.

Jailed Iranian Nobel Peace Prize winner Narges Mohammadi on Monday called on countries to increase pressure on Tehran over its "egregious" human rights abuses.

Mohammadi, 51, won the 2023 award for her campaign for human rights in Iran which has seen her spend much of the last two decades in and out of prison.

"The people of Iran are enduring systematic, widespread and institutionalized human rights violations," she told a U.N. Human Rights Council session on Iran, in a message read out on her behalf.

"With the recent surge in protests and the Woman, Life, Freedom movement, repression has escalated targeting not only political dissidents but also women, religious minorities and ethnic groups," she said.

"The U.N. and human rights organizations worldwide must exert systematic and comprehensive pressure on the Islamic republic, holding it accountable for its egregious violations of human rights."

Mohammadi is detained in Tehran's Evin prison, and her message was read out by the nongovernmental organization Together Against the Death Penalty.

Executions spike

The Nobel laureate urged the council to renew the mandate of Javaid Rehman, the council's special rapporteur on the situation of human rights in Iran, and also of an independent international fact-finding mission investigating the deadly crackdown on protests that erupted in 2022.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG