ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ນາງລິວ ​ເຊຍ ພັນ​ລະ​ຍາໝ້າຍ ຂອງ ທ່ານລິວ ຊຽວ​ໂບ ເດີນທາງ ອອກຈາກ ຈີນແລ້ວ


ນາງລິວ ​ເຊຍ ພັນ​ລະ​ຍາໝ້າຍ ຂອງ ທ່ານລິວ ຊຽວ​ໂບ ທີ່ໄດ້ຮັບລາງວັນ​ໂນ​ແບ​ລ ຂະ​ແໜງ​ສັນຕິພາບ ​​, ຖືຮູບສາມີ ຂອງທ່ານນາງ ໃນວັນສົ່ງສະການ, 15 ກໍລະກົດ 2017.
ນາງລິວ ​ເຊຍ ພັນ​ລະ​ຍາໝ້າຍ ຂອງ ທ່ານລິວ ຊຽວ​ໂບ ທີ່ໄດ້ຮັບລາງວັນ​ໂນ​ແບ​ລ ຂະ​ແໜງ​ສັນຕິພາບ ​​, ຖືຮູບສາມີ ຂອງທ່ານນາງ ໃນວັນສົ່ງສະການ, 15 ກໍລະກົດ 2017.

ນາງລິວ ​ເຊຍ ພັນ​ລະ​ຍາໝ້າຍຂອງທ່ານລິວ ຊຽວ​ໂບ ຜູ້ທີ່ໄດ້ຮັບລາງວັນ​ໂນ​ແບ​ລຂະ​
ແໜງ​ສັນຕິພາບ ​ໄດ້ເດີນທາງ​ອອກ​ຈາກ​ປະ​ເທດ ຫຼັງ​ຈາກ​ທີ່​ທ່ານນາງ ໄດ້​ຖືກ​ກັກ​ບໍລິ​
ເວນ​ຢ່າງເຄັ່ງຄັດມາ​ເປັນ​ເວລາ 8 ປີ​ ​ແລ້ວ​ນັ້ນ.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ຈີນ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ໃນ​ວັນ​ອັງຄານ
​ມື້​ນີ້​ວ່າ ​ນາງລິວ ​ເຊຍ ​ໄດ້​ເດີນທາງຈາກປັກກິ່ງ ໄປ​ຍັງ​ປະ​ເທດ​ເຢຍຣະມັນ​ເພື່ອ​ຮັກສາ
ພະຍາບານ. ນ້ອງ​ຊາຍ​ຂອງ​ລາວ ທ່ານ ລິວ ຮຸຍ ​ໄດ້​ຂຽນ​ລົງ​ໃນ​ສື່​ສັງຄົມ​ ໃນ​ເຊົ້າ​ມື້​ນີ້​ວ່າ
​ເອື້ອຍ​ຂອງ​ລາວ ​ໄດ້​ເດີນທາງ​ອອກ​ຈາກ​ຈີນ​ແລ້ວ ​“​ເພື່ອ​ເລີ້ມ​ຕົ້ນ​ຊີວິດ​ໃໝ່ ​ໃນ​ຢູ​ໂຣບ.

ນາງລິວ ​ເຊຍ ​ໄດ້​ຖືກ​ກັກ​ບໍລິ​ເວນ​ ນັບ​ຕັ້ງ​ແຕ່​ປີ 2010 ​ເປັນ​ຕົ້ນ​ມາ ເວລາສາມີ​ຂອງ​ລາວ, ຊຶ່ງເປັນນັກ​ຂຽນ​ທີ່​ມີ​ຊື່​ສຽງ ຜູ້​ທີ່​ມີ​ຄວາມ​ຮູ້​ຄວາມ​ສະຫຼາດແລະ​ເປັນ​ຜູ້​ທີ່​ຕຳ​ໜິຕິຕຽນ
ທີ່ໄດ້ຮັບລາງວັນ​ໂນ​ແບ​ລຂະ​ແໜງ​ສັນຕິພາບ. ລາງວັນ​ດັ່ງ​ກ່າວ ໄດ້​ຮັບນຶ່ງປີຫຼັງ​ຈາກ​ທີ່
​ທ່ານລິວ ຊຽວ​ໂບ ​ຖືກ​ຈັບ​ກຸ​ມ ​ແລະ​ຖືກຕັດສິນໃຫ້​ຕິດ​ຄຸກ ​ເປັນ​ເວລາ 11 ປີ ​ໃນຂໍ້ຫາລົ້ມລ້າງລັດຖະບານ ເພື່ອ​ຊ່ອຍ​ກຸ່ມ ບັນຍັດ​ຂໍ້ທີ 8 ຫຼື Charter 08 ຊຶ່ງເປັນ ຄຳປະກາດທາງການ​ເມືອງ ​ທີ່​ຮຽກຮ້ອງ​ໃຫ້​ສິ້ນ​ສຸດ​ການ​ມີ​ລະບົບ​ພັກ​ດຽວ​ຂອງ​ຈີນ​ນັ້ນ.

ການ​ປ່ອຍ​ຕົວ​ຂອງ​ນາງ​ລິວ ​ເຊຍ ມີ​ຂຶ້ນ ບໍ່​ພຽງ​ແຕ່​ເທົ່າ​ໃດ​ມື້ ກ່ອນ​ວັນ​ຄົບ​ຮອບ 1 ປີ
ຂອງ​ການ​ເສຍ​ຊີວິດ​ຂອງ​ສາມີ​ຂອງ​ລາວ ທີ່ມີອາຍຸ​ 61 ປີ ຈາກ​ໂຣກມະ​ເຮັງ​ຕັບ, ​ເຮັດ​ໃຫ້
​ທ່ານ​ເປັນ​ຜູ້​ທຳ​ອິດ ​ທີ່ໄດ້ຮັບ​ລາງ​ວັນ​ໂນ​ແບ​ລ ທີ່​ໄດ້​ຕາຍຢູ່​ໃນ​ລະຫວ່າງການຈັບກຸມ​ຂອງ​
ລັດ ນັບ​ຕັ້ງ​ແຕ່ ທ່ານ​ຄາຣ໌ລ ວອນ ​ໂອຊີ​ອິ​ສກີ (Carl von Ossietzky) ຜູ້​ຊຶ່ງ​ໄດ້​ເສຍ​ຊີວິດ
ດ້ວຍ​ໂຣກປອດ​ແຫ້ງ ​ໃນ​ປີ 1938 ​ໃນ​ນະຄອນ​ເບີລິນ ພາຍ​ໃຕ້​ການຄວບຄຸມຕົວຂອງ
ຕຳຫຼວດ​ລັບ​ນາ​ຊີ​ເຢຍຣະມັນ.

ການ​ປ່ອຍ​ຕົວ​ຂອງ​ທ່ານ​ນາງ ບັງເອີນມີ​ຂຶ້ນ​ພ້ອມ​ກັນ​ກັບ​ການ​ຢ້ຽມຢາມ​ຂອງ​ນາຍົກ ລັດຖະມົນຕີຈີນ ທ່ານ ຫລີ ເກີ​ຈຽງ (Li Keqiang) ​ທີ່ເຢຍຣະມັນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG