ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກວິທະຍາສາດອະເມຣິກັນ 3 ຄົນ ໄດ້ຮັບລາງວັນໂນແບລ ຂະແໜງຟີສິກສ໌


ພວກນັກວິດທະຍາສາດທີ່ໄດ້ຮັບລາງວັນໂນແບລ ຂະແໜງ ຟີສິກສ໌
ປະຈໍາປີ 2011 ມີທ່ານ Saul Perlmutter, ທ່ານ Brian Schmidt ແລະທ່ານ Adam Riess .
ວັນທີ 5 ຕຸລາ 2011.
ພວກນັກວິດທະຍາສາດທີ່ໄດ້ຮັບລາງວັນໂນແບລ ຂະແໜງ ຟີສິກສ໌ ປະຈໍາປີ 2011 ມີທ່ານ Saul Perlmutter, ທ່ານ Brian Schmidt ແລະທ່ານ Adam Riess . ວັນທີ 5 ຕຸລາ 2011.

ລາງວັນ​ໂນ​ແບ​ລຂະ​ແໜງ​ວິຊາ​ຟີ​ສິກ​ສ໌ປີ 2011 ​ໄດ້​ຖືກ​ມອບ​ໃຫ້​ນັກ​ວິດທະຍາ​ສາດ 3 ທ່ານ
ທີ່​ເກີດ​ຢູ​ໃນ​ສະຫະລັດ​ ຍ້ອນ​ຜົນງານ​ຂອງພວກທ່ານໃນການ​ຄົ້ນ​ພົບການ​ຂະຫຍາຍ​ໂຕ​ໄວ
​ຂຶ້ນ​ຂອງ​ຈັກກະວານ​ ໂດຍ​ຜ່ານ​ການ​ສັງ​ເກດ​ການເບິ່ງ​ພວກ​ດວງ​ດາວ​ທີ່​ລະ​ເບີດນັ້ນ.

ທ່ານ Saul Perlmutter ນັກວິທະຍາສາດ​ອາ​ເມຣິກັນ ຈະ​ແບ່ງປັນ​ເງິນລາງວັນ​ຈໍານວນ
1 ລ້ານ 5 ​ແສນ​ໂດ​ລາ ກັບ​ທ່ານ Adam Riess ​ແລະ​ທ່ານ Brian Schmidt ນັກວິ​ທະ​
ສາດອາ​ເມຣິກັນ ​ເຊື້ອສາຍອອສເຕຣ​ເລຍ.

ສະ​ຖາ​ບັນ​ວິທະຍາສາດຣາດຊະ​ອານາຈັກ Sweden ກ່າວ​ວ່າການ​ຄົ້ນພົບ​ຂອງ​ພວກ​ນັກ
ວິທະຍາສາດ​ເຫລົ່າ​ນີ້ ​ໄດ້​ຊ່ອຍ​ເປີດ​ເຜີຍ​ຈັກກະວານ​ຊຶ່ງສ່ວນໃຫຍ່ແລ້ວຍັງ​ເປັນທີ່ລີ້ລັບຫຼືບໍ່
ຮູ້ຈັກໃນ​ດ້ານ​ວິທະຍາສາດ​ນັ້ນ.

ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ ລາງວັນ​ໂນ​ແບ​ລ ຂະ​ແໜງ​ການ​ແພດ​ໄດ້​ຖືກ​ມອບ​ໃຫ້​ແກ່​ທ່ານ Raph
Steinman ທ່ານ Bruce Beutler ​ແລະ​ທ່ານ Jules Hoffmann ​ໃນ​ຜົນງານ​ທີ່​ເພີ​ມ
ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ຫລາຍຂຶ້ນ​ກ່ຽວ​ກັບ​ລະບົບ​ພູມ​ຕ້ານ​ທານພະຍາດ ຊຶ່ງ​ອາດ​ສາມາດ​ນໍາ​
ໄປ​ສູ່ການ​ປິ່ນປົວ​ໂຣກມະ​ເຮັງ​ແລະ​ພະຍາດ​ອື່ນໆ​ໄດ້. ຕໍ່​ມາ​ໄດ້​ມີ​ການ​ພົບ​ເຫັນ​ວ່າ​ທ່ານ
Steinman ໄດ້​ເສຍຊີວິດ​ໄປ​ຕັ້ງ​ແຕ່​ວັນ​ສຸກ​ແລ້ວ​ນີ້ ຫລັງຈາກທ່ານ​ຕໍ່ສູ້​ກັບ​ໂຣກມະ​ເຮັງ​ໃນ​
ມ້າມ​ມາ​ເປັນ​ເວລາ​ດົນ​ນານແລ້ວ​ນັ້ນ.

ມູນ​ນິທິ​ໂນ​ແບ​ລ ​ໄດ້​ຮຽກ​ກອງ​ປະຊຸມ​ດ່ວນ​ໃນ​ວັນ​ຈັນ​ຜ່ານ​ມາຫລັງ​ຈາກ​ນັ້ນ ກອງ​ປະຊຸມ​
ໄດ້​ຕັດສິນ​ໃຈ​ວ່າ ການ​ມອບ​ລາງວັນ​ນັ້ນຈະ​ບໍ່​ມີ​ການ​ປ່ຽນ​ແປງ​ໃດໆ.

XS
SM
MD
LG