ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະວີເດັນ ປະກາດຊຶ່ ຜູ້ໄດ້ຮັບ ລາງວັນໂນແບລ ຂະແໜງການແພດ


ທ່ານ John Gurdon ຈາກອັງກິດ ແລະ ທ່ານ Shinya Yamanaka ຈາກຍີ່ປຸ່ນ ທີ່ໄດ້ຮັບລາງວັນໂນແບລ ຂະແໜງການແພດ ປະຈໍາປີ 2012 ນີ້.
ທ່ານ John Gurdon ຈາກອັງກິດ ແລະ ທ່ານ Shinya Yamanaka ຈາກຍີ່ປຸ່ນ ທີ່ໄດ້ຮັບລາງວັນໂນແບລ ຂະແໜງການແພດ ປະຈໍາປີ 2012 ນີ້.
ນັກວິທະຍາສາດ ຈາກຍີ່ປຸ່ນແລະອັງກິດໄດ້ຮັບລາງວັນໂນແບລ
ຂະແໜງການແພດ ສໍາລັບປີ 2012 ນີ້ ຊຶ່ງໄດ້ແກ່ ທ່ານ Shinya
Yamanaka ແລະທ່ານ John Gurdon ຍ້ອນຜົນງານການວິໄຈ
stem cells ຫລື ແຊລຕົ້ນກໍາເໜີດຂອງພວກທ່ານ.

ໄດ້ມີການປະກາດຊື່ພວກທີ່ໄດ້ຮັບລາງວັນອັນມີກຽດນີ້ ໃນວັນຈັນ
ມື້ນີ້ ທີ່ກຸງ Stockholm ປະເທດສະວີເດັນ.

ພວກນັກວິທະຍາສາດທັງສອງ ໄດ້ຮັບລາງວັນດັ່ງກ່າວ ສໍາລັບ
ການຄົ້ນຄ້ວາຂອງພວກທ່ານ ກ່ຽວກັບຂັ້ນຕອນຂອງການສັ່ງໃຫ້
ເນື້ອເຍື່ອ ຫລື ແຊລ ທີ່ຈະເລີນເຕີບໂຕແລ້ວນັ້ນ ສ້າງເນື້ອເຍື່ອ
ຕົ້ນກໍາເໜີດ ຫລື stem cell ຂຶ້ນມາ ຊຶ່ງສາມາດທີ່ຈະນໍາໄປໃຊ້ ໃນການເສີມສ້າງເນື້ອເຍື່ອ ທຸກຊະນິດໄດ້ນັ້ນ.

ທ່ານ Yamanaka ເປັນສາສະດາຈານ ສອນທີ່ມະຫາວິທະຍາໄລ Kyoto ໃນຍີ່ປຸ່ນ.
ສ່ວນ ທ່ານ Gurdon ນັ້ນແມ່ນກໍາລັງສິດສອນ ຢູ່ທີ່ສະຖາບັນ Gurdon ໃນເມືອງ
Cambridge ປະເທດອັງກິດ.

ການປະກາດຊື່ພວກໄດ້ຮັບລາງວັນດ້ານການແພດດັ່ງກ່າວນີ້ ແມ່ນເປັນການເລີ່ມຕົ້ນການ
ປະກາດຊື່ຜູ້ໄດ້ຮັບລາງວັນໂນແບລ ປະເພດຕ່າງໆ ເປັນເວລານຶ່ງອາທິດ ຊຶ່ງໃນວັນອັງຄານ
ມື້ອື່ນນີ້ ແມ່ນຈະປະກາດຊື່ພວກໄດ້ຮັບລາງວັນຂະແໜງວິຊາ Physics ຕິດຕາມດ້ວຍວິຊາ
ເຄມີ ໃນວັນພຸດ ວິຊາວັນນະຄະດີໃນວັນພະຫັດ ແລະສັນຕິພາບໃນວັນສຸກ. ສ່ວນວິຊາເສດ
ຖະເສດນັ້ນ ແມ່ນຈະປະກາດໃຫ້ຊາບໃນວັນທີ 15 ຕຸລາ.
XS
SM
MD
LG