ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

3 ຄົນໄດ້ຮັບ ​ລາງວັນ​ໂນ​ແບລ ຂະແໜງການແພດ ​ປະ​ຈໍາປີ 2011


ບັນດາຜູ້ຊະນະລາງວັນ Nobel ຂະແໜງການແພດ ປີ 2011 ທີ່ມອບໃຫ້ໃນວັນຈັນມື້ນີ້, ທີ 3 ຕຸລາ, ທີ່ນະຄອນຫລວງສະຕອກໂຮມ, ປະເທດສະວີເດັນ.
ບັນດາຜູ້ຊະນະລາງວັນ Nobel ຂະແໜງການແພດ ປີ 2011 ທີ່ມອບໃຫ້ໃນວັນຈັນມື້ນີ້, ທີ 3 ຕຸລາ, ທີ່ນະຄອນຫລວງສະຕອກໂຮມ, ປະເທດສະວີເດັນ.

ການ​ມອບ​ລາງວັນ​ໂນ​ແບລ​ປະ​ຈໍາປີ 2011 ຂະ​ແໜງ​ການ​ແພດ​ໄດ້​ມີ​ຂຶ້ນ​ທີ່ Stockholm ນະຄອນຫລວງ​ຂອງ Sweden ​ໃນ​ມື້​ນີ້. ທ່ານ Bruce Beutler ທ່ານ Jules Hoffman ​ແລະ​ທ່ານ Raph Stein-man ​ໄດ້​ຮັບ​ລາງວັນ​ໂນ​ແບລດັ່ງກ່າວ ຍ້ອນ​ຜົນ​ງານການ​ຄົ້ນ​ຄ້ວາຂອງ​ພວກ​ທ່ານ​ໃນ​ການ​ຊ່ວຍ​ໃຫ້​ເຂົ້າ​ໃຈ​ເລື້ອງ​ລະ​ບົບພູມ​ຕ້ານທານ​ຕໍ່​ໂຣກ ຫລາຍ​ຂຶ້ນ.

ເຄິ່ງນຶ່ງ​ຂອງລາງວັນ​ເງິນສົດ​ ​ແມ່ນ​ທ່ານ Beutler ຈາກ​ສະຫະລັດ​ອາ​ເມ​ລິ​ກາ ​ແລະທ່ານ Hoffman ຈາກ Luxembourg ຈະແບ່ງປັນ​ກັນຄົນ​ລະ​ເຄິ່ງ. ສ່ວນ​ທ່ານ Steiman ຈາ​ກກາ​ນາ​ດາ​ ຈະ​ໄດ້​ຮັບ​ອີກ​ເຄິ່ງນຶ່ງ​ຂອງ​ລາງວັນ​.

ສະ​ຖາ​ບັນ​ວິທະຍາສາດລາດຊະ​ອານາຈັກ Sweden ຈະ​ປະກາດ​ຊື່​ຜູ້ທີ່​ຈະ​ໄດ້​ຮັບລາງວັນ​ໂນ​ແບລຂະ​ແໜງ​ຟີ​ສິກ ​ໃຫ້​ຮູ້​ໃນ​ວັນ​ອັງຄານ​ມື້​ອື່ນ​ນີ້ ​ແລະຂະ​ແໜງ​ວິຊາ​ເຄມີ​ ​ໃນ​ວັນ​ພຸດ​ມື້​ຮື. ລາງວັນ​ຂະ​ແໜງ​ເສດຖະສາດ ຊຶ່ງ​ຕັ້ງ​ຂຶ້ນ​ເພື່ອ​ເປັນ​ທີ່​ລະ​ລຶກ​ແກ່​ທ່ານ Alfred Nobel ນັ້ນ ຈະປະກາດ ​ໃຫ້​ຮູ້​ ໃນ​ວັນ​ທີ 10 ​ເດືອນ​ນີ້. ສ່ວນຜູ້​ທີ່​ຈະ​ໄດ້​ຮັບ​ລາງວັນ​ໂນ​ແບລຂະ​ແໜງສັນຕິພາບ ຈະ​ປະກາດ​ຊື່​ໃຫ້​ຮູ້​ໃນ​ວັນ​ສຸກສັບປະດາ​ນີ້.

ລາງວັນ​ໂນ​ແບລ ​ແມ່ນ​ໄດ້​ຖືກ​ກໍ່​ຕັ້ງ​ຂຶ້ນ​ມາ​ໂດຍ​ທ່ານ Alfred Nobel ນັກ​ອຸສາ​ຫະກໍາ​ທີ່ຮັ່ງມີ Sweden ຊຶ່ງ​ເປັນ​ຜູ້​ປະດິດ​ດິນ​ລະ​ເບີດ​ໄດ​ນາ​ໄມ​ທ໌ ​ໂດຍ​ໄດ້​ມີ​ການ​ມອບ​ລາງວັນ​ ຄັ້ງທໍາ​ອິດ​ໃນ​ປີ 1901.

ຜ່ານ​ມາ​ ໄດ້​ມີ​ການ​ມອບ​ລາວ​ວັນ​ໂນ​ແບ​ລໄປ​ແລ້ວ 91 ຄັ້ງ ​ແລະ​ບໍ່​ໄດ້​ມີ​ການ​ມອບລາງວັນ​ນີ້ ​ໃນ 19 ຄັ້ງຫລື 19 ປີ​ດ້ວຍ​ກັນ ​ເນື່ອງຈາກ​ທາງ​ຄະນະ​ກໍາມະການ​ຮູ້ສຶກ​ວ່າ ບໍ່​ມີ​ຜູ້​ໃດ​ມີ​ເງື່ອນ​ໄຂ​ພຽງພໍ​ທີ່​ຈະ​ໄດ້​ຮັບ​ລາງວັນ.

ຄະນະ​ກໍາມະການ​ສະພາກາ​ແດງ​ສາກົນ​ແມ່ນ​ໄດ້​ຮັບ​ການ​ຮັບ​ຮູ້​ຫລາຍ​ກ່ວາ​ໝູ່ ​ໂດຍ​ໄດ້​ຮັບ​ລາງວັນ​ມາ​ແລ້ວ 3 ຄັ້ງ.

ມີ​ຜູ້​ໄດ້​ຮັບ​ລາງວັນ​ໂນ​ແບ​ລພຽງ​ຄົນ​ດຽວທີ່​ປະຕິ​ເສດ​ບໍ່​ຍອມຮັບ​ເອົາ ຊຶ່ງ​ໄດ້​ແກ່​ນັກ​ການ​ເມືອງ​ຫວຽດນາມ ທ່ານ ​ເລ ດຶກ​ໂຖ ທີ່​ໄດ້​ຮັບ​ລາງວັນ​ໂນ​ແບ​ລຂະ​ແໜງ​ສັນຕິພາບ ພ້ອມ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ ​ແຮນຣີ ຄິດ​ຊິງ​ເຈີ ​ໃນ​ປີ 1973.

XS
SM
MD
LG