ນັກວິທະຍາສາດອັງກິດ ໄດ້ຮັບລາງວັນໂນແບລ ຂະແໜງ
ການແພດປະຈໍາປີ 2010 ຍ້ອນຜົນງານຂອງຜູ້ກ່ຽວໃນ ການພັດທະນາກໍາມະວິທີເຊື້ອສືບພັນ ເພື່ອຊ່ວຍໃຫ້ແມ່
ຍິງສາມາດມີລູກໄດ້ນັ້ນ.
ຄະນະກໍາມະການລາງວັນໂນແບລ ທີ່ປະເທດ Sweden
ກ່າວວ່າ ທ່ານ Robert Edwards ໄດ້ຊ່ອຍໃຫ້ຜົວເມຍ
ຫລາຍລ້ານຄູ່ ແກ້ໄຂບັນຫາການບໍ່ສາມາດມີລູກໄດ້ນັ້ນ
ແລະເອີ້ນຜົນງານຂອງທ່ານວ່າ ເປັນຫລັກໄຊອັນນຶ່ງໃນການແພດສະໄໝໃໝ່.
ທ່ານ Edwards ຊຶ່ງເວລານີ້ມີອາຍຸ 85 ປີແລ້ວ ໄດ້ພັດ ທະນາກໍາະວິທີດັ່ງກ່າວທີ່ອໍານວຍໃຫ້ເອົາໄຂ່ຂອງແມ່ຍິງ ອອກມາເພາະເຊື້ອສືບພັນຢູ່ນອກຮ່າງກາຍໄດ້ ແລະຫລັງຈາກນັ້ນ ກໍສັກໄຂ່ທີ່ເພາະເຊື້ອສືບພັນແລ້ວນັ້ນ ເຂົ້າໃສ່ໃນມົດລູກຄືນ.
ທ່ານ Edwards ໄດ້ເລີ້ມທໍາການຄົ້ນຄວ້າຂອງທ່ານໃນຊຸມປີ 1950 ແລະໄດ້ບັນລຸຄວາມ
ສໍາເລັດໃນການເຮັດໃຫ້ເທັກນິກດັ່ງກ່າວໃຊ້ໄດ້ຜົນ ໂດຍການຮ່ວມມືກັບເພື່ອນຮ່ວມງານຄື
ທ່ານ Patrick Steptoe ທີ່ໄດ້ເສຍຊີວິດໄປໃນປີ 1988.
ຄະນະກໍາມະການໃຫ້ລາງວັນໂນແບນກ່າວວ່າ ທາລົກຈໍານວນຫລາຍເຖິງ 4 ລ້ານຄົນ ໄດ້ເກີດມາຍ້ອນວິທີການດັ່ງກ່າວ ນັບແຕ່ທາລົກຄົນທໍາອິດ ທີ່ເກີດຈາກວິທີການດັ່ງກ່າວ ທີ່ເອີ້ນວ່າ “test-tube baby” ໃນປີ 1978 ນັ້ນ.
ລາງວັນດັ່ງກ່າວແມ່ນຮວມທັງເງິນສົດ 1 ລ້ານ 5 ແສນໂດລາແລະຫລຽນຄໍາຫລຽນນຶ່ງ.
ຄະນະກໍາມະການໂນແບລຂອງ Sweden ມອບລາງວັນໂນແບລຂະແໜງການແພດ
ເປັນປະຈໍາທຸກໆປີ.