ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວອາເມຣິກັນ ແລະຊາວຝຣັ່ງ ໄດ້ຮັບ ລາງວັນໂນແບລ ຂະແໜງ Physics


ເຈົ້າຂອງລາງວັນໂນແບລ ຂະແໜງ Physics ປີ 2012 ໄດ້ແກ່ ທ່ານ Serge Haroche (ຊ້າຍ) ຈາກ ຝຣັ່ງ ແລະ ທ່ານ David Wineland ຈາກສະຫະລັດ (ຂວາ)
ເຈົ້າຂອງລາງວັນໂນແບລ ຂະແໜງ Physics ປີ 2012 ໄດ້ແກ່ ທ່ານ Serge Haroche (ຊ້າຍ) ຈາກ ຝຣັ່ງ ແລະ ທ່ານ David Wineland ຈາກສະຫະລັດ (ຂວາ)
ລາງວັນໂນແບລ ຂະແໜງ Physics ໄດ້ຕົກເປັນຂອງ ທ່ານ
David Wineland ຊາວອາເມຣິກັນ ແລະ ທ່ານ Serge
Haroche ຊາວຝຣັ່ງ.

ໄດ້ມີການປະກາດຊື່ ຜູ້ຊະນະລາງວັນອັນມີກຽດທັງສອງທ່ານນີ້
ໃນວັນອັງຄານມື້ນີ້ ທີ່ກຸງ Stockholm, ປະເທດ Sweden.

ນັກ physics ທັງສອງທ່ານນີ້ ໄດ້ຮັບລາງວັນດັ່ງກ່າວ ຍ້ອນ
ຜົນງານບຸກເບີກຢ່າງສໍາເລັດຜົນຂອງພວກເພິ່ນ ໃນພາກ
ສ່ວນທີ່ເອີ້ນວ່າ “Quantum physics” ໂດຍສະເພາະໃນດ້ານ
quantum optics ທີ່ກ່ຽວກັບການເກັບກໍາເອົາ ອະນູຂອງເເສງ.

ທັງສອງທ່ານນີ້ ເຮັດວຽກຄົ້ນຄ້ວາຂອງພວກເພິ່ນຢ່າງເປັນເອກ
ກະລາດກັນ.ທ່ານ Haroche ນັ້ນເປັນສາດສະດາຈານທີ່ມະຫາວິທະຍາໄລ “College
deFrance” ສ່ວນທ່ານ Wineland ແມ່ນເປັນສາດສະດາຈານ ປະຈໍາທີ່ມະຫາວິທະຍາໄລ
ລັດ Colorado ສາຂາເມືອງ Boulder.

ລາງວັນໂນແບລ ຂະແໜງເຄມີ ນັ້ນ ຈະມີການປະກາດໃຫ້ຊາບໃນວັນພຸດມື້ອື່ນນີ້ຂະແໜງ
ວັນນະຄະດີ ແມ່ນໃນວັນພະຫັດ ແລະລາງວັນອັນມີກຽດສູງສຸດ ຄືຂະແໜງສັນຕິພາບນັ້ນ
ຈະປະກາດໃຫ້ຊາບ ໃນວັນສຸກຈະມາເຖິງນີ້.

ສ່ວນລາງວັນໂນແບລ ຂະແໜງເສດຖະສາດ ຈະປະກາດຜົນໃນວັນທີ 15 ຕຸລາ.
ບັນດາຜູ້ທີ່ໄດ້ຮັບລາງວັນທີ່ກ່າວມານັ້ນທັງໝົດ ຈະໄດ້ໄປຮັບລາງວັນ ຢູ່ທີ່ກຸງ
Stockholm ໃນເດືອນທັນວາ ທ້າຍປີນີ້.
XS
SM
MD
LG