ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາງວັນ ໂນແບລ ຂະແໜງ ສັນຕິພາບ ປີນີ້ ຕົກເປັນຂອງ ອົງການ OPCW (ວີດີໂອ)


ທ່ານ Thorbjorn Jagland ປະທານ ຄະນະກຳມະການ ລາງວັນໂນແບລ ຂອງນໍເວ ປະກາດຊື່ຜູ້ຊະນະ ລາງວັນໂນແບລ ຂະແໜງສັນຕິພາບ ປະຈຳປີນີ້ ທີ່ກຸງອົສໂລ (11 ຕຸລາ 2013)
ທ່ານ Thorbjorn Jagland ປະທານ ຄະນະກຳມະການ ລາງວັນໂນແບລ ຂອງນໍເວ ປະກາດຊື່ຜູ້ຊະນະ ລາງວັນໂນແບລ ຂະແໜງສັນຕິພາບ ປະຈຳປີນີ້ ທີ່ກຸງອົສໂລ (11 ຕຸລາ 2013)
ລາງວັນໂນແບລ ຂະແໜງສັນຕິພາບ ໃນປີນີ້ ໄດ້ຕົກເປັນຂອງອົງ
ການເກືອດຫ້າມໃນການນຳໃຊ້ອາວຸດເຄມີທີ່ເອີ້ນຫຍໍ້ເປັນພາສາ
ອັງກິດວ່າ OPCW ຊຶ່ງໃນເວລານີ້ພວມປະຕິບັດງານຢູ່ໃນຊີເຣຍ ເພື່ອທຳລາຍຄັງອາວຸດເຄມີ ຂອງປະເທດດັ່ງກ່າວ.

ຄະນະກຳມະການ ລາງວັນໂນແບລ ໄດ້ປະກາດ ທີ່ກຸງອົສໂລໃນ
ວັນສຸກມື້ນີ້ ໂດຍຮັບຮູ້ວ່າ ອົງການ OPCW ໄດ້ດຳເນີນຄວາມ
ພະຍາຍາມໃນຂອບເຂດທີ່ກວ້າງຂວາງເພື່ອລຶບລ້າງອາວຸດເຄມີ.

ອົງການເກືອດຫ້າມໃນການນຳໃຊ້ອາວຸດເຄມີຫຼື OPCW ຊຶ່ງມີ
ສຳນັກງານໃຫຍ່ຕັ້ງຢູ່ນະຄອນ Hague ປະເທດເນເທີແລນຖືກ
ສ້າງຕັ້ງຂຶ້ນ ໃນປີ 1997 ເພື່ອບັງຄັບ ໃຫ້ມີການປະຕິບັດຕາມ ສົນທິສັນຍາ ວ່າດ້ວຍອາວຸດ ເຄມີຂອງນາໆຊາດ.

ຄະນະກຳມະການລາງວັນໂນແບລ ກ່າວຢູ່ໃນຖະແຫຼງການສະບັບນຶ່ງ ທີ່ອອກໃນວັນສຸກມື້ ນີ້ວ່າການປະຕິບັດງານຂອງອົງການ OPCW ໄດ້ຊ່ອຍໃນການຈຳກັດຄວາມກ່ຽວກັບການ ນຳໃຊ້ອາວຸດເຄມີວ່າ ເປັນສິ່ງທີ່ຕ້ອງຫ້າມ ພາຍໃຕ້ກົດໝາຍຂອງນາໆຊາດ. ຖະແຫຼງການ ກ່າວຕື່ມວ່າ ເຫດການເມື່ອມໍ່ໆມານີ້ ຢູ່ໃນຊີເຣຍ ບ່ອນທີ່ໄດ້ມີການນຳໃຊ້ອາວຸດເຄມີ ຕໍ່ພົນ ລະເຮືອນນັ້ນ ໄດ້ເນັ້ນໜັກໃຫ້ເຫັນ ເຖິງຄວາມຈຳເປັນ ຕໍ່ການເສີມຂະຫຍາຍກ່ຽວກັບການ
ດຳເນີນຄວາມພະຍາຍາມເພື່ອກຳຈັດອາວຸດປະເພດດັ່ງກ່າວ.

ຊີເຣຍຮັບຮູ້ວ່າ ຕົນມີອາວຸດເຄມີແທ້ ແລະມີກຳນົດ ທີ່ຈະເຂົ້າເປັນ ປະເທດສະມາຊິກຂອງ ອົງການ OPCW ໃນວັນຈັນຈະມານີ້.

ອົງການ OPCW ແມ່ນໄດ້ຮັບເງິນສະໜັບສະໜຸນ ຈາກບັນດາປະເທດສະມາຊິກ ແລະມີ ງົບປະມານ 100 ລ້ານໂດລາ. ອົງການດັ່ງກ່າວມີພະນັກງານປະມານ 5 ຮ້ອຍຄົນທີ່ສຳນັກ ງານໃຫຍ່ໃນນະຄອນ Hague. ອົງການ OPCW ເວົ້າວ່າ ຕົນໄດ້ທຳການກວດກາອາວຸດ ເຄມີຫຼາຍກວ່າ 5,000 ເທື່ອ ຢູ່ໃນ 86 ປະເທດ ໂດຍໄດ້ປະກາດ ໃນກວດສອບແລະພິສູດ 100 ເປີເຊັນ ເບິ່ງຄັງອາວຸດເຄມີເຫຼົ່ານັ້ນ.

NOBEL PEACE PRIZE
please wait
Embed

No media source currently available

0:00 0:01:42 0:00
XS
SM
MD
LG