ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຂໍໃຫ້ຈີນປ່ອຍ ນາຍ Liu Xiaobo


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ (9 ຕຸລາ 2010)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ (9 ຕຸລາ 2010)

ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາຮຽກຮ້ອງ ໃຫ້ລັດຖະບານປັກກິ່ງ ປ່ອຍນັກຄັດຄ້ານລັດຖະບານ ນາຍ Liu Xiaobo ຜູ້ຊຶ່ງໃນມື້ວານນີ້ໄດ້ຖືກເລືອກໃຫ້ເປັນຜູ້ຮັບ ລາງວັນໂນແບລຂະແໜງສັນຕິພາບ ສຳລັບປີ 2010.

ໃນການເລືອກເອົານາຍ Liu ນັ້ນ ຄະນະກຳມະການລາງ ວັນໂນແບລ ອ້າງເຫດຜົນ ໃນການດີ້ນຮົນຕໍ່ສູ້ ທີ່ດຳເນີນ ມາເປັນເວລາດົນນານ ແລະບໍ່ໃຊ້ຄວາມຮຸນແຮງ ເພື່ອໃຫ້ ໄດ້ມາຊຶ່ງສິດທິພື້ນຖານຂອງມະນຸດ ໃນປະເທດຈີນ.

ນາຍ Liu ໄດ້ຖືກຕັດສິນໂທດ ໃນເດືອນທັນວາປີກາຍ ໃຫ້ ຈໍາຄຸກເປັນເວລາ 11 ປີ ຍ້ອນຫາທາງລົ້ມລ້າງອຳນາດ ຂອງລັດ ແລະຍ້ອນການພົວພັນຂອງລາວກັບການພິມເຜີຍ ແຜ່ປະກາດຖະແຫຼງການກົດບັດ 08 ທີ່ຮຽກຮ້ອງໃຫ້ມີ ການປະຕິຮູບທາງດ້ານການເມືອງ ຢູ່ໃນປະເທດຈີນ.

ທ່ານໂອບາມາ ຊຶ່ງເປັນຜູ້ໄດ້ຮັບລາງວັນໂນແບລຂະແໜງ ສັນຕິພາບ ແບບບໍ່ມີການຄາດຄິດໃນປີກາຍ ກ່າວໃນຖະ ແຫຼງຂ່າວສະບັບນຶ່ງ ຂອງທຳນຽບຂາວວ່າ ນາຍ Liu ໄດ້ສະລະອິດສະຫຼະພາບ ເພື່ອຄວາມເຊື່ອຂອງລາວ.

ທ່ານເວົ້າວ່າ ລາງວັນດັ່ງກ່າວນີ້ ແມ່ນສິ່ງເຕືອນຄວາມຊົງຈໍາວ່າ ການປະຕິຮູບທາງດ້ານ ການເມືອງຂອງຈີນ ໄລ່ຕາມການເຕີບໂຕຂອງເສດຖະກິດບໍ່ທັນ ແລະທ່ານໄດ້ຮຽກຮ້ອງ ໃຫ້ປ່ອຍ ນາຍ Liu ໂດຍໄວເທົ່າທີ່ຈະໄວໄດ້.

ຈີນເອີ້ນການເລືອກເອົານາຍ Liu ເປັນຜູ້ຮັບລາງວັນໃນຄັ້ງນີ້ວ່າ ເປັນການໝິ່ນປະໝາດຕໍ່ ລາງວັນໂນແບລ ຂະແໜງສັນຕິພາບ. ຖະແຫຼງຂ່າວສະບັບນຶ່ງ ຂອງກະຊວງການຕ່າງປະ ເທດຈີນເອີ້ນນາຍ Liu ທີ່ມີອາຍຸ 54 ປີນັ້ນວ່າ ອາດຊະຍາກອນທີ່ໄດ້ລະເມີດກົດໝາຍຈີນ. ທາງການຈີນໄດ້ຮຽກໂຕເອກອັກຄະລັດຖະທູດນໍເວປະຈຳຈີນເຂົ້າພົບເພື່ອທຳການປະທ້ວງ.

XS
SM
MD
LG