ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່ຍິງໄດ້ຮັບ ລາງວັນໂນແບລ ຂະແໜງສັນຕິພາບ ປີ 2011


ຜູ້ທີ່ໄດ້ຮັບລາງວັນໂນແບລ ຂະແໜງສັນຕິພາບ ປີ 2011 ຈາກຊ້າຍໄປຂວາ: ທ່ານນາງ Tawakkul Karman ຈາກເເຢເມນ ນັກເຄື່ອນໄຫວເພື່ອສັນຕິພາບຊາວໄລບີເຣຍ ທ່ານນາງ Leymah Gbowee ແລະປະທານາທິບໍດີ ໄລບີເຣຍ ທ່ານນາງ Ellen Johnson Sirleaf (7 ຕຸລາ 2011)
ຜູ້ທີ່ໄດ້ຮັບລາງວັນໂນແບລ ຂະແໜງສັນຕິພາບ ປີ 2011 ຈາກຊ້າຍໄປຂວາ: ທ່ານນາງ Tawakkul Karman ຈາກເເຢເມນ ນັກເຄື່ອນໄຫວເພື່ອສັນຕິພາບຊາວໄລບີເຣຍ ທ່ານນາງ Leymah Gbowee ແລະປະທານາທິບໍດີ ໄລບີເຣຍ ທ່ານນາງ Ellen Johnson Sirleaf (7 ຕຸລາ 2011)

ລາງວັນໂນແບລຂະແໜງສັນຕິພາບປີ 2011 ຈະຖືກມອບໃຫ້ປະທານາທິບໍດີໄລບີເຣຍທ່ານ
ນາງ Ellen Johnson Sirleaf ນັກເຄື່ອນໄຫວເພື່ອສັນຕິພາບໄລບີເຣຍ ທ່ານນາງ Ley-
mah Gbowee ແລະນັກເຄື່ອນໄຫວສະໜັບສະໜຸນສິດທິແມ່ຍິງ ຊາວເຢເມນ ທ່ານນາງ
Tawakkul Karman.

ຄະນະກຳມະການມອບລາງວັນໂນແບລຂອງນໍເວ ໄດ້ປະກາດທີ່ນະຄອນຫຼວງອົສໂລໃນວັນ
ສຸກມື້ນີ້ໂດຍເວົ້າວ່າ ພວກແມ່ຍິງທັງ 3 ຈະໄດ້ຮັບລາງວັນດັ່ງກ່າວຮ່ວມກັນໃນການດີ້ນຮົນ
ຕໍ່ສູ້ຂອງພວກເຂົາເຈົ້າເພື່ອຄວາມປອດໄພແລະສິດທິຂອງພວກແມ່ຍິງທີ່ບໍ່ໃຊ້ຄວາມຮຸນແຮງ
ນັ້ນ.

ທ່ານ Thorbjoern Jagland ປະທານຄະນະກຳມະການລາງວັນໂນແບລໄດ້ກ່າວຊົມເຊີຍ
ວຽກງານຂອງພວກແມ່ຍິງ ທີ່ໄດ້ຮັບລາງວັນທັງ 3 ໂດຍເວົ້າວ່າ ພວກເຮົາຈະບໍ່ສາມາດບັນ
ລຸສັນຕິພາບທີ່ຍືນຍົງໃນໂລກໄດ້ ນອກຈາກວ່າພວກແມ່ຍິງຈະໄດ້ຮັບໂອກາດແບບເທົ່າທຽມ
ກັນກັບພວກຜູ້ຊາຍ.

ທ່ານນາງ Ellen Johnson Sirleaf ອາຍຸ 72 ປີ ເປັນປະທານາທິບໍດີແມ່ຍິງຄົນທຳອິດ
ຂອງອາຟຣິກາ ທີ່ຖືກເລືອກຕາມແນວທາງປະຊາທິປະໄຕໃນປີ 2005. ຄະນະກຳມະການ
ລາງວັນໂນແບລ ໄດ້ກ່າວຊົມເຊີຍຜູ້ນຳຂອງໄລບີເຣຍ ກ່ຽວກັບການດຳເນີນຄວາມພະຍາມ
ຂອງທ່ານນາງ ເພື່ອໃຫ້ໄດ້ມາຊຶ່ງສັນຕິພາບ ຊຸກຍູ້ເສດຖະກິດຕະຫຼອດທັງພັດທະນາສັງຄົມ
ແລະເສີມຂະຫຍາຍຄວາມເຂັ້ມແຂງໃຫ້ແກ່ທ່າທີຂອງພວກແມ່ຍິງ.

ທ່ານນາງ Leymah Gbowee ອາຍຸ 39 ປີ ຊຶ່ງມາຈາກໄລບີເຣຍຄືກັນນັ້ນໄດ້ຊ່ອຍເຮັດ
ໃຫ້ສົງຄາມກາງເມືອງ ໃນປະເທດດັ່ງກ່າວສິ້ນສຸດລົງ ໂດຍຊຸກຍູ້ໃຫ້ພວກແມ່ຍິງຄຣິສຕຽນ
ແລະມຸສລິມ ເຂົ້າຮ່ວມການນັ່ງປະທ້ວງ ທີ່ບໍ່ໃຊ້ຄວາມຮຸນແຮງ. ໃນ ປີ 2002 ທ່ານນາງ
Gbowee ໄດ້ຊຸກຍູ້ໃຫ້ພວກແມ່ຍິງໄລບີເຣຍນັດຢຸດງານ ຫຼືບໍ່ຮ່ວມເພດຈົນກວ່າຄວາມຮຸນ
ແຮງຈະຍຸຕິລົງ.

ຂະນະດຽວກັນນັກເຄື່ອນໄຫວແລະນັກຂ່າວອາຍຸ 32 ປີ Tawakkul Karman ໄດ້ຖືກ
ຊົມເຊີຍໃນການເອົາບົດບາດເປັນຜູ້ນຳພາ ໃນການດີ້ນຮົນຕໍ່ສູ້ເພື່ອສິດທິຂອງພວກແມ່ຍິງ
ເພື່ອປະຊາທິປະໄຕແລະສັນຕິພາບ ຢູ່ໃນເຢເມນ. ທ່ານນາງ Karman ຊຶ່ງເປັນຜູ້ນຳພາ
ຄົນນຶ່ງ ໃນການປະທ້ວງລະດູບານໃໝ່ຂອງຊາວອາຣັບຢູ່ໃນປະເທດຂອງທ່ານນາງ ກ່າວ
ຕໍ່ພວກນັກຂ່າວ ລຸນຫຼັງໄດ້ມີການປະກາດວ່າທ່ານນາງເປັນຜູ້ຊະນະລາງວັນນັ້ນວ່າ ທ່ານ ນາງໄດ້ອຸທິດລາງວັນດັ່ງກ່າວນີ້ ສຳລັບພວກຊາວໜຸ່ມແຫ່ງການປະຕິວັດ ໃນເຢເມນໂດຍ
ເວົ້າວ່າມັນເປັນໄຊຊະນະໃນການລຸກຮືຂຶ້ນຕໍ່ຕ້ານປະທານາທິບໍດີ Ali Abdullah Saleh
ຢູ່ໃນປະເທດຂອງ ທ່ານນາງ.

ຄະນະກຳມະການເວົ້າວ່າ ຕົນຫວັງວ່າລາງວັນດັ່ງກ່າວນີ້ ຈະຊ່ອຍຍຸຕິການກົດຂີ່ຕໍ່ພວກ
ແມ່ຍິງທີ່ຍັງດຳເນີນຢູ່ຕໍ່ມາໃນຫຼາຍໆປະເທດເວລານີ້.

XS
SM
MD
LG