ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາງ ມາລາລາ ສົ່ງເສີມ ການສຶກສາ ໃນຂະນະ ເດີນທາງກັບຄືນໄປ ຢ້ຽມຢາມ ປາກິສຖານ

Malala Ends Tearful Homecoming Trip to Pakistan
please wait

No media source currently available

0:00 0:02:38 0:00

ນາງ ມາລາລາ ຢູແຊຟຊາຍ ລັ່ງນ້ຳຕາ ເວລາເດີນທາງ ກັບຄືນ ໄປຢ້ຽມຢາມ ບ້ານເກີດ ທີ່ປາກິສຖານ

ເຈົ້າຂອງລາງວັນ ໂນແບລ ສາຂາສັນຕິພາບ ນາງ ມາລາລາ ຢູຊັຟຊາຍ ໄດ້ສິ້ນສຸດ
ການເດີນທາງໄປ ປາກິສຖານ ເປັນເວລາ 4 ວັນ ທີ່ບໍ່ໄດ້ແຈ້ງໃຫ້ຊາບລ່ວງໜ້າ ໃນ
ວັນຈັນມື້ນີ້.

ມັນເປັນຄັ້ງທຳອິດ ທີ່ນາງ ໄດ້ເດີນທາງກັບຄືນໄປບ້ານເກີດຂອງນາງ ນັບຕັ້ງແຕ່ນາງ
ໄດ້ຖືກຍິງທີ່ຫົວ ໃນເວລາ ມີອາຍຸໄດ້ 14 ປີ ໂດຍກຸ່ມຕາລີບານ ຜູ້ທີ່ຢາກຈະທຳລາຍ
ຄວາມພະຍາຍາມຂອງນາງ ເພື່ອຈະສົ່ງເສີມສິດທິໃນການໄດ້ຮັບການສຶກສາຂອງ
ແມ່ຍິງ.

ນັກເຄື່່ອນໄຫວ ປາກິສຖານ ແລະ ເຈົ້າຂອງລາງວັນ ໂນແບລ ສາຂາສັນຕິພາບ ນາງ ມາລາລາ ຢູຊັຟຊາຍ (Malala Yousafzai), ກາງ, ພົບປະກັບ ອະທິການບໍດີ, ຈາກຊ້າຍ, ຂອງມະຫາວິທະຍາໄລ ກູລີ ບາຈ໌ ສຳລັບຜູ້ຊາຍລ້ວນໆ (Swat Cadet College Guli Bagh), ເມື່ອເດີນທາງໄປຮອດ ໃນລະຫວ່າງ ເດີນທາງໄປຢ້ຽມຢາມບ້ານເກີດຂອງນາງ, ຢູ່ນອກເມືອງ ມິນໂກຣາ ຫ່າງໄປ 15 ກິໂລແມັດ, ວັນທີ 31 ມີນາ 2018.

ບັດນີ້ ນາງ ຢູຊັຟຊາຍ ອາຍຸ 20 ປີ ເປັນນັກສຶກສາ ຢູ່ທີ່ມະຫາວິທະຍາໄລ ອອກສຟອດ
ຂອງອັງກິດ ແລະ ເປັນຜູ້ຮ່ວມກໍ່ຕັ້ງ ກອງທຶນ ມາລາລາ (Malala Fund) ທີ່ໄດ້ລົງທຶນ
ໃນໂຄງການ ທີ່ສະໜັບສະໜູນການສຶກສາຂອງພວກແມ່ຍິງ ຫຼາຍກວ່າ 6 ລ້ານໂດລາ.

ໃນການໃຫ້ສຳພາດພິເສດ ກັບ ທ່ານ ອາຢາສ ສຳລັບສຽງອາເມຣິກາ ຫຼື ວີໂອເອ ນາງ
ຢູຊັຟຊາຍ ກ່າວວ່າ ມັນມີຄວາມສຳຄັນສຳລັບນາງ ທີ່ຈະຕ້ອງກັບຄືນໄປປາກິສຖານ.
ນາງ ກ່າວວ່າ “ຢູ່ໃນໂລກພາຍນອກ, ໃນລະດັບນານາຊາດແລ້ວ ມີຄວາມເປັນຫ່ວງ
ວ່າ ປາກິສຖານ ເປັນປະເທດກໍ່ການຮ້າຍ ຫຼື ບໍ່ມີສັນຕິພາບຢູ່ໃນປາກິສຖານ. ສະນັ້ນ
ການເດີນທາງໄປ ຂອງຂ້າພະເຈົ້າ ແມ່ນມີຄວາມສຳຄັນ ເພື່ອໃຫ້ສັນຍານວ່າ ຈະມີ
ສັນຕິພາບ ຢູ່ໃນປາກິສຖານ ແລະ ປະຊາຊົນຂອງປາກິສຖານ ຍຶດໝັ້ນໃນການຕໍ່
ຕ້ານ ລັດທິຫົວຮຸນແຮງ.”

ພວກນັກຮຽນນ້ອຍ ຢູ່ໃນຫ້ອງຮຽນ ຂອງໂຮງຮຽນ ຄູຊາລ (Khushal) ທີ່ເຈົ້າຂອງລາງວັນ ໂນແບລ ສາຂາສັນຕິພາບ ນາງ ມາລາລາ ຢູແຊຟຊາຍ (Malala Yousafzai) ເຄີຍເຂົ້າຮຽນ, ໃນບ້ານເກີດ ຂອງນາງ ຄືເມືອງມິນໂກຣາ (Mingora) ໃນເຂດຮ່ອມພູສວາດ ຂອງປາກິສຖານ, ວັນທີ 30 ມີນາ 2018.

ນາງ ຢູຊັຟຊາຍ ໄດ້ເກີດຄວາມປື້ມໃຈ ໃນເວລາ ນາງໄດ້ກ່າວຄຳປາໄສ ທີ່ໄດ້ຖືກຖ່າຍ
ທອດອອກອາກາດທົ່ວປະເທດ ເມື່ອເດີນທາງກັບຄືນໄປຮອດ. ນາງກ່າວວ່າ “ປົກກະຕິ
ແລ້ວ ຂ້້າພະເຈົ້າຈະບໍ່ຮ້ອງໄຫ້...ມັນຈະບໍ່ຄ່ອຍເກີດຂຶ້ນເລື້ອຍໆ ທີ່ຂ້າພະເຈົ້າ ຈະ
ຮ້ອງໄຫ້.. ຂ້າພະເຈົ້າ ຢາກຈະແບ່ງປັນຄວາມສຸກຂອງຂ້້າພະເຈົ້າ.... ຂ້າພະເຈົ້າ
ມີຄວາມສຸກທີ່ໄດ້ກັບຄືນມາບ້ານເກີດ...ຂ້າພະເຈົ້າ ຢາກມາຢູ່ບ້ານເກີດ...ຂ້າພະເຈົ້າ
ຢາກຈະມາເຫັນດິນແດນຂອງຂ້າພະເຈົ້າອີກເທື່ອນຶ່ງ...ຂ້າພະເຈົ້າຄິດວ່າ ມັນເປັນ
ສິ່ງທີ່ຂ້າພະເຈົ້າ ບໍ່ອາດສາມາດຈະຄວບຄຸມໄດ້ ຂ້າພະເຈົ້າເລີຍຮ້ອງໄຫ້.”

ນັກເຄື່່ອນໄຫວ ປາກິສຖານ ແລະ ເຈົ້າຂອງລາງວັນ ໂນແບລ ສາຂາສັນຕິພາບ ນາງ ມາລາລາ ຢູຊັຟຊາຍ (Malala Yousafzai) ຕັ້ງທ່າຖ່າຍຮູບ ຢູ່ທີ່ມະຫາວິທະຍາໄລ ສຳລັບຜູ້ຊາຍລ້ວນໆ (Swat Cadet College Guli Bagh) ໃນລະຫວ່າງການເດີນທາງຢ້ຽມຢາມບ້ານເກີດ, ຢູ່ນອກເມືອງ ມິນໂກຣາ ຫ່າງໄປ ປະມານ 15 ກິໂລແມັດ, ເມືອງ 31 ມີນາ 2018.

ບ້ານເກີດຂອງນາງ ແມ່ນເມືອງ ມີນໂກຣາ ​ຢູ່ທີ່​ເຂດຮ່ອມພູສວາຕ ທີ່ມີສະເນ່ ຂອງ
ປາກິສຖານ ແລະນາງໄດ້ກ່າວວ່າ ມັນ “ກໍຍັງເປັນບ່ອນທີ່ງົດງາມ ຢູ່ຄືເກົ່າ.” ນາງ ສາ
ມາດໄປຢ້ຽມຢາມຫ້ອງນອນຂອງນາງ ຢູ່ໃນເຮືອນບ່ອນທີ່ນາງເຄີຍອາໄສຢູ່. ນາງໄດ້
ກ່າວວ່າ “ຂ້າພະເຈົ້າເຫັນຖ້ວຍລາງວັນທັງຫຼາຍຈາກໂຮງຮຽນເກົ່າ ຮູບແຕ້ມຂອງ
ຂ້າພະເຈົ້າ ແລະ ຂ້າພະເຈົ້າ ຈະພະຍາຍາມ ຈົດຈຳແຕ່ລະອັນ ແລະ ທຸກໆມື້ ແລະວິຖີຊີວິດໃນເຮືອນ ຂອງພວກເຮົາ ກ່ອນມື້ທີ່ຂ້າພະເຈົ້າຈະຖືກໂຈມຕີ
ຂ້າພະເຈົ້າ ຈື່ຈຳເວລາສ່ວນຕົວໃນຄອບຄົວ ການກິນອາຫາຄ່ຳຮ່ວມກັນ ແລະ
ກິນອາຫາທ່ຽງນຳກັນກັບໝູ່ຄູ່ ຂອງຂ້າພະເຈົ້າ ແລະ ຫຼິ້ນ ຄຣິກເກັດ ຢູ່ເທິງຫຼັງຄາ
ເຮືອນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG