ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ແມ່ຍິງສາມຄົນ ໄດ້ຮັບລາງວັນໂນເບລ ຂະແໜງ ສັນຕິພາບ ປະຈຳປີ 2011 (ເບິ່ງວີດີໂອ)


ທ່ານນາງ Tawakkol Karman (ຊ້າຍ) ຈາກປະເທດເຢເມນ ທ່ານນາງ Leymah Gbowee ຈາກໄລບີເຣຍ (ກາງ) ແລະ ທ່ານນາງ Ellen Johnson-Sirleaf ປະທານາທິບໍດີ ໄລບີເຣຍ ໄດ້ຮັບລາງວັນໂນເບລຂະແໜງ ສັນຕິພາບປະຈຳປີ 2011 ທີ່ປະເທດນໍເວ ໃນວັນເສົາທີ 10 ທັນວາ, 2011.
ທ່ານນາງ Tawakkol Karman (ຊ້າຍ) ຈາກປະເທດເຢເມນ ທ່ານນາງ Leymah Gbowee ຈາກໄລບີເຣຍ (ກາງ) ແລະ ທ່ານນາງ Ellen Johnson-Sirleaf ປະທານາທິບໍດີ ໄລບີເຣຍ ໄດ້ຮັບລາງວັນໂນເບລຂະແໜງ ສັນຕິພາບປະຈຳປີ 2011 ທີ່ປະເທດນໍເວ ໃນວັນເສົາທີ 10 ທັນວາ, 2011.

ແມ່ຍິງສອງ​ຄົນ​ຈາກ​ປະ​ເທດ​ໄລ​ບີ​ເຣຍ ​ແລະ​ຜູ້​ນຶ່ງຈາກປະ​ເທດ​ເຢ​ເມັນ​ທີ່​ໄດ້​ຕໍ່ສູ້​ກັບຄວາມ​ບໍ່​
ຍດຸຕິ​ທໍາໃນການ​ປາບ​ປາມ ​ແລະ​ຄວາມ​ຮຸນແຮງ​ທາງ​ເພດ​ຕໍ່​ພວກ​ແມ່ຍິງ​ດ້ວຍ​ກັນ​ນັ້ນ ​ໄດ້
ຮັບ​ລາງວັນ​ໂນ​ເບລ ຂະ​ແໜງສັນຕິພາບ​ປະຈຳປີ 2011 ເມື່ອ​ວັນ​ເສົາ​ວານ​ນີ້ໃນ​ພິທີ​ມອບ
ລາງ​ວັນ​ ທີ່​ນະຄອນຫລວງ ອອສ​ໂລ ປະ​ເທດ Norway.

ທ່າມກາງການຖືກຕົບມືຕ້ອນຮັບ​ຢ່າງ​ເອີ​ກກະ​ເຫລີ​ກນອງນັນຂອງ​ພວກ​ເຂົ້າຮ່ວມ​ທັງຫລາຍ​
ນັ້ນ ທ່ານ​ນາງ Ellen Johnson Sirleaf ປະທານາທິບໍດີ ​ໄລ​ບີ​ເຣຍ, ນັກ​ເຄຶ່ອນ​ໄຫວ
ເພື່ອ​ສັນຕິພາບທ່ານ​ນາງ Leymah Gbowee ​ແລະນັກຕໍ່ສູ້ເພື່ອ​ສິດທິ​ຂອງ​ແມ່ຍິງ​ເຢ​ເມັນ
ທ່ານ​ນາງ Tawakkul Karman ​ໄດ້​ຮັບ​ຫລຽນລາງວັນອັນມີ​ກຽດຕິຍົດ ຢູ່​ທີ່​ໂຮງການ
ເມືອງໃນນະຄອນອອສ ໂລ​ທີ່​ປະດັບ​ປະດາ​ຢ່າງ​ສວຍສົດງົດງາມ​ນັ້ນ.

ທ່ານ Thorbjoern Jagland ປະທານ​ກໍາມະການ​ລາງວັນ​ໂນ​ເບ​ລຂອງ Norway ​ບອກ
ພວກ​ແມ່​ຍິງ​ທີ່​ພວກ​ເຂົາ​ເຈົ້າທັງ 3 ວ່າ ເຂົາເຈົ້າເປັນຜູ້ຕາງ​ໜ້າ ໃນການ​ດິ້ນຮົນ​ເພື່ອສິດທິ​
ມະນຸດ​ໂດ​ຍທົ່ວ​ໄປ ​ແລະ​ຂອງ​ພວກ​ແມ່ຍິງ​ເພື່ອ​ຄວາມ​ເທົ່າ​ທຽມ​ກັນ​ແລະ​ສັນຕິພາບ​ໂດຍ​ສະ
ເພາະນັ້ນ.

ທ່ານ​ນາງ Sirleaf ກາຍ​ເປັນ​ປະທານາທິບໍດີ​ແມ່ຍິງ​ທີ່​ຖືກ​ເລືອກຕັ້ງ​ຢ່າງ​ ​ເປັນປະຊາທິປະ​ໄຕ
ຄົນ​ທໍາ​ອິດ​ຂອງ​ອາ​ຟຣິກາ​ໃນ​ປີ 2005 ​ແລະ​ໄດ້​ຮັບ​ຄວາມນິຍົມຊົມ​ເຊີຍ​ຕະຫລອດ​ມາ​ຍ້ອນ
ຄວາມ​ພະຍາຍາມຂອງ​ທ່​ານນາງ ​ໃນ​ການ​ໃຫ້​ຄໍ້າປະກັນ​ສັນຕິພາບ ​ແລະ​ສ້າງ​ຄວາມ​ເຂັ້ມ​ແຂງ​
ແກ່​ບົດບາດຂອງ​ພວກ​ແມ່ຍິງ​ໃນ​ປະ​ເທດ​ໄລ​ບີ​ເຣຍ.

ສ່ວນ​ທ່ານ​ນາງ Leyman Gbowee ທີ່​ມາ​ຈາກ​ປະ​ເທດ​ໄລ​ບີ​ເຣຍ​ເຊັ່ນ ກັນ​ນັ້ນ ​ໄດ້​ຊ່ວຍ​ຍຸຕິ​ສົງຄາມ​ກາງ​ເມືອງ​ທີ່​ຍືດ​ເຍື້ອມາ​ໄດ້ 14 ຂອງ​ປະ​ເທດ ​ໃນ​ເວລາ​ນັ້ນ ​ໂດຍ​ການ​ຊຸກຍູ້​ໃຫ້​ພວກ​ແມ່ຍິງ​ເຂົ້າປະກອບສ່ວນ​ໃນ​ການ​ເດີນ​ຂະບວນທີ່​ບໍ່ໃຊ້​ຄວາມ​ຮຸນ​ແຮງ​ຫລາຍໆ​ບັ້ນ​ນັ້ນ.

ທ່ານ​ນາງ Tawakkul Karman ນັກ​ເຄຶ່ອນ​ໄຫວ ​ແລະ​ນັກ​ຂ່າວ​ໃນ​ປະ ​ເທດ​ເຢ​ເມນ ​ເປັນ​ແມ່ຍິງ​ຊາວອາຫຣັບຄົນ​ທໍາ​ອິດ​ທີ່​ຊະນະ​ລາງວັນໂນເບລ ຂະແໜງ​ສັນຕິພາບ​ ​ແລະ​ມີ​ອາຍຸ 32 ປີ ຊຶ່ງ​ນັບ​ວ່າ​ເປັນ​ໜຸ່ມ​ທີ່​ສຸດ​ທີ່​ໄດ້ຮັບ ລາງວັນ​ກຽດຕິຍົດ​ນີ້.

ແມ່ຍິງ​ທັງ​ສາມ​ຄົນ ຈະ​ແບ່ງກັນ​ຂອງ​ເງິນ​ລາງວັນຈໍານວນ 1 ລ້ານ 5 ​ແສນ​ໂດ​ລາ​ນັ້ນ.

XS
SM
MD
LG