ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ໄດ້ຮັບ ລາງວັນໂນແບລ ຫຼາຍກວ່າ 100 ທ່ານ ຮຽກຮ້ອງ ໃຫ້ຈີນ ປ່ອຍທ່ານ Liu Xiaobo


ນັກຂຽນ Mo Yan (ຊ້າຍ) ແລະນັກຄັດຄ້ານລັດຖະບານ ທ່ານ Liu Xiaobo (ຂວາ)
ນັກຂຽນ Mo Yan (ຊ້າຍ) ແລະນັກຄັດຄ້ານລັດຖະບານ ທ່ານ Liu Xiaobo (ຂວາ)
ມີຜູ້ທີ່ໄດ້ຮັບລາງວັນໂນແບລຫຼາຍກວ່າ 100 ທ່ານໃນທົ່ວໂລກ
ພາກັນຮຽກຮ້ອງໃຫ້ປະທານ ປະເທດຈີນຄົນຕໍ່ໄປ ທ່ານ Xi
Jinping ປ່ອຍທ່ານ Liu Xiaobo ນັກຄັດຄ້ານລັດຖະບານ
ແລະຜູ້ທີ່ໄດ້ຮັບລາງວັນໂນແບລຂະແໜງສັນຕິພາບ ທີ່ຖືກຄຸກ
ຢູ່ໃນເວລານີ້.

ກຸ່ມຂອງບັນດາຜູ້ທີ່ໄດ້ຮັບລາງວັນ ໂນແບລ 134 ທ່ານ ໄດ້ສົ່ງ
ຈົດໝາຍໄປເຖິງທ່ານ Xi ໃນວັນອັງຄານມື້ນີ້ ຂໍຮ້ອງໃຫ້ທ່ານ
ປ່ອຍທ່ານ Liu ໃນທັນທີໂດຍບໍ່ມີເງື່ອນໄຂໃດໆທັງສິ້ນ.
ທ່ານ Liu ຜູ້ທີ່ພວມຮັບໃຊ້ໂທດຈຳຄຸກເປັນເວລາ 11 ປີນັ້ນ
ໄດ້ຖືກພົບເຫັນວ່າມີຄວາມຜິດ ໃນຂໍ້ຫາຍຸຍົງເພື່ອໃຫ້ມີການ
ໂຄ່ນລົ້ມລັດຖະບານ. ນອກນັ້ນແລ້ວກຸ່ມດັ່ງກ່າວ ຍັງຕ້ອງການໃຫ້
ພັນລະຍາຂອງທ່ານ Liu, ຄືຍານາງ Liu Xia ຖືກປ່ອຍຈາກການ
ກັກບໍລິເວນ ຊຶ່ງມີຜົນບັງຄັບ ຫຼັງຈາກສາມີຂອງຍານາງ ໄດ້ຮັບລາງວັນໂນແບລ ໃນປີ
2010 ນັ້ນ.

ກຸ່ມດັ່ງກ່າວ ຊຶ່ງມີໂຮມທັງພະສັງຄະລາດ Desmond Tutu ແລະອົງ Dalai Lama ເວົ້າວ່າ
ການປ່ອຍທ່ານ Liu ແລະພັນລະຍາຂອງທ່ານນັ້ນ ແມ່ນຈະເປັນຂັ້ນຕອນທີ່ສຳຄັນອັນທໍາອິດ
ທີ່ຄວນປະຕິບັດ ເພື່ອກ້າວໄປສູ່ການຮັບຮູ້ສິດທິພື້ນຖານຂອງປະຊາຊົນຊາວຈີນ. ບັນດາຜູ້
ທີ່ໄດ້ຮັບລາງວັນໂນແບລ ເຕືອນວ່າ ບໍ່ມີລັດຖະບານໃດໆ ທີ່ຈະຈຳກັດຮັດແຄບສິດເສຣີພາບ
ທາງຄວາມຄິດ ແລະການໂຮມຊຸມນຸມ ໂດຍປັດສະຈາກການເປັນອຸບປະສັກຂັດ ຂວາງຕໍ່
ການພັດທະນານັ້ນ.

ທາງການຈີນໄດ້ຕັດສິນໂທດ ໃຫ້ທ່ານ Liu Xiaobo ຈໍາຄຸກ ເປັນເວລາ 11 ປີ ໃນປີ 2009
ໃນຂໍ້ຫາບ່ອນທຳລາຍຫາທາງລົ້ມລ້າງລັດຖະບານ ຊຶ່ງພົວພັນໃນຖານທີ່ທ່ານເປັນຜູ້ຂຽນ
ຮ່ວມ ໜັງສືກົດບັດ 08 ຊຶ່ງເປັນຖະແຫຼງການທີ່ຮຽກຮ້ອງໃຫ້ມີການປະຕິຮູບທາງການເມືອງ
ແລະຮຽກຮ້ອງໃຫ້ມີສິດເສລີພາບຫຼາຍຂຶ້ນ ຢູ່ໃນປະເທດຈີນ ທີ່ປົກຄອງໂດຍລະບອບ
Communist ນັ້ນ.
XS
SM
MD
LG