ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ແພດໝໍ ເຈົ້າຂອງລາງວັນ ໂນແບລ ຂະແໜງ ສັນຕິພາບ ເອີ້ນຄວາມຮຸນແຮງທາງເພດ ໃນການຂັດແຍ້ງວ່າ "ໂຣກລະບາດ"


ດຣ. ເດນິສ ມັກເວຈ໌ ຢູ່ທີໂຮງໝໍ ແພນຊີ ທາງພາກຕາເວັນອອກ ຂອງປະເທດຄອງໂກ.
ດຣ. ເດນິສ ມັກເວຈ໌ ຢູ່ທີໂຮງໝໍ ແພນຊີ ທາງພາກຕາເວັນອອກ ຂອງປະເທດຄອງໂກ.

ເຈົ້າຂອງລາງວັນ ໂນແບລ ຂະແໜງສັນຕິພາບ ດຣ. ເດນິສ ມັກເວຈ໌ ໄດ້ເຕືອນວ່າ ການລະບາດຂອງຄວາມຮຸນແຮງທາງເພດ ແລະ ການຂົ່ມຂືນໃນທຸກໆຄວາມຂັດແຍ້ງຕອນນີ້ແມ່ນ “ໂຣກລະ ບາດທີ່ແທ້ຈິງ.” ແລະ ທ່ານໄດ້ກ່າວວ່າຖ້າປາສະຈາກມາດຕະການລົງໂທດ ແລະ ຄວາມເປັນທຳສຳລັບຜູ້ເຄາະຮ້າຍນັ້ນ, ການກະທຳທີ່ຊົ່ວຮ້າຍນີ້ຈະບໍ່ສິ້ນສຸດລົງ. ແພດໝໍຊາວ ຄອງໂກ ດັ່ງກ່າວໄດ້ກ່າວຕໍ່ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໃນວັນພຸດວານນີ້ວ່າ “ພວກເຮົາຍັງໄກຈາກການສາມາດທີ່ຈະຂີດເສັ້ນສີແດງຕໍ່ການໃຊ້ການຂົ່ມຂືນ ແລະ ຄວາມຮຸນແຮງທາງເພດເປັນແຜນຍຸດທະສດຂອງການຄອບງຳສົງຄາມ ແລະ ການກໍ່ການຮ້າຍ.” ທ່ານ ມັກເວຈ໌ ໄດ້ຂໍຮ້ອງຕໍ່ປະຊາຊົນນານາຊາດ “ໃຫ້ຂີດເສັ້ນສີແດງ” ເຊິ່ງຕ້ອງໝາຍຄວາມວ່າບັນຊີດຳ, ມາດຕະການລົງ ໂທດ ແລະ ການລົງໂທດຕໍ່ຜູ້ກະທຳຜິດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG