ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ. ດູໂບເຊ, ທ. ແຟຣັງ ແລະ ທ. ເຮັນເດີສັນ ໄດ້ຮັບລາງວັນໂນແບລ ຂະແໜງເຄມີ


ຊື່ຂອງທ່ານ ຊາກ ດູໂບເຊ, ທ່ານ ຮົວຄິມ ແຟຣັງ ແລະ ທ່ານ ຣິຊາດ ເຮັນເດີສັນ ປາກົດຢູ່ໜ້າຈໍ ໃນລະຫວ່າງພິທີ ປະກາດຜູ້ຊະນະລາງວັນໂນແບລ ຂະແໜງ ເຄມີ 2017, ທີ່ນະຄອນຫຼວງ ສຕັອກໂຮມ, ປະເທດ ສະວີເດັນ. 4 ຕຸລາ, 2017.
ຊື່ຂອງທ່ານ ຊາກ ດູໂບເຊ, ທ່ານ ຮົວຄິມ ແຟຣັງ ແລະ ທ່ານ ຣິຊາດ ເຮັນເດີສັນ ປາກົດຢູ່ໜ້າຈໍ ໃນລະຫວ່າງພິທີ ປະກາດຜູ້ຊະນະລາງວັນໂນແບລ ຂະແໜງ ເຄມີ 2017, ທີ່ນະຄອນຫຼວງ ສຕັອກໂຮມ, ປະເທດ ສະວີເດັນ. 4 ຕຸລາ, 2017.

ທ່ານ Jacques Dubochet, ທ່ານ Joachim Frank ແລະ ທ່ານ Richard
Henderson ໄດ້ຊະນະລາງວັນໂນແບລ ຂະແໜງ ເຄມີ ສຳລັບວຽກງານຂອງພວກ
ເພິ່ນ ໃນການເຮັດໃຫ້ຮູບພາບກ່ຽວກັບສານຊີວະໂມເລກຸນ ມີຄວາມງ່າຍ ແລະ
ພັດທະນາໃຫ້ດີຂຶ້ນ.

ສະຖາບັນວິທະຍາສາດ ແຫ່ງຣາຊະອານາຈັກສະວີເດັນ ໄດ້ປະກາດລາງວັນດັ່ງກ່າວ
ໃນວັນພຸດມື້ນີ້ ພ້ອມກັບລາງວັນ 1 ລ້ານ 1 ແສນໂດລາ.

ບັນດານັກວິທະຍາສາດດັ່ງກ່າວ ໄດ້ພັດທະນາວິທີທີ່ຈະສ້າງພາບສາມມິຕິຂອງໂມເລ
ກຸນຕ່າງໆ, ເຊິ່ງສະຖາບັນວິທະຍາສາດໄດ້ກ່າວວ່າ ມັນໄດ້ນຳເອົາວິຊາຊີວະເຄມີ
“ກ້າວເຂົ້າໄປສູ່ຍຸກໃໝ່.”

ສະຖາບັນວິທະຍາສາດສະວີເດັນໄດ້ກ່າວວ່າ “ບັນດານັກຄົ້ນຄວ້າຕອນນີ້ສາມາດເຮັດ
ໃຫ້ຊີວະເຄມີແຂງໃນລະຫວ່າງການເຄື່ອນໄຫວໄດ້ ແລະ ສາມາດມອງເຫັນພາບ ຂອງ
ຂັ້ນຕອນຕ່າງໆ ທີ່ເຂົາເຈົ້າບໍ່ເຄີຍເຫັນມາກ່ອນ, ເຊິ່ງມີຄວາມເດັດຂາດສຳລັບຄວາມ
ເຂົ້າໃຈຂັ້ນພື້ນຖານກ່ຽວກັບ ຄຸນສົມບັດທາງເຄມີຂອງສິ່ງທີ່ມີຊີວິດ ແລະ ສຳລັບການ
ພັດທະນາ ກ່ຽວກັບເລື່ອງຢາຕ່າງໆ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG