ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສ້າງ ຖານສົ່ງ ລູກສອນໄຟ ເກົາຫຼີເໜືອ ຢຸດມາໄດ້ 8 ເດືອນແລ້ວ (ວີດີໂອ)


ພາບ​ຖ່າຍ​ໃໝ່ຈາກ​ດາວ​ທຽ​ມ ສະ​ແດງ​ໃຫ້​ເຫັນ​ວ່າ ການ​ກໍ່​ສ້າງ
​ ຖານ​ສົ່ງລູກ​ຈະຫຼວດ ທີ່​ສຳຄັນ​ແຫ່ງ​ນຶ່ງ ຂອງເກົາຫລີ ໄດ້ຢຸດສະງັກລົງ
ພາບ​ຖ່າຍ​ໃໝ່ຈາກ​ດາວ​ທຽ​ມ ສະ​ແດງ​ໃຫ້​ເຫັນ​ວ່າ ການ​ກໍ່​ສ້າງ ​ ຖານ​ສົ່ງລູກ​ຈະຫຼວດ ທີ່​ສຳຄັນ​ແຫ່ງ​ນຶ່ງ ຂອງເກົາຫລີ ໄດ້ຢຸດສະງັກລົງ
ພາບ​ຖ່າຍ​ໃໝ່ຈາກ​ດາວ​ທຽ​ມ ສະ​ແດງ​ໃຫ້​ເຫັນ​ວ່າ ການ​ກໍ່​ສ້າງ
​ ທີ່ຖານ​ສົ່ງລູກ​ຈະຫຼວດທີ່​ສຳຄັນ​ແຫ່ງ​ນຶ່ງ​ຂອງ​ເກົາຫຼີ​ເໜືອຊຶ່ງມີ
​ຈຸດປະສົງຈະ​ນຳໃຊ້​ໃນ​ການທົດ​ລອງ ລູກ​ຈະ​ຫຼວດທີ່ໃຫຍ່ກວ່າ
​ເກົ່າ​ແລະ​ກ້າວໜ້າທັນ​ສະ​ໄໝ​ກວ່າ​ເກົ່າ​ນັ້ນ ໄດ້​ຍຸຕິ​ລົງ​ມາໄດ້​ 8
ເດືອນ​ແລ້ວ.

ສະ​ຖາ​ບັນ​ຄົ້ນຄວ້າ 38 ເໜືອ ກ່າວ​ວ່າ ​ເກົາຫລີ​ເໜືອໄດ້​ປະຕິ
ບັດ​ງານ​ຢ່າງວ່ອງ ​ໄວ ​ໃນ​ການ​ສ້າງ​ຖານ​ສົ່ງ​ລູກ​ຈະຫຼວດ ສູນ​
ກາງ​ຄວບ​ຄຸມ ​ແລະ​ຕຶກ​ອາຄານບ່ອນ​ປະກອບ​ລູກ​ສອນ​ໄຟ​ທີ່
ຖານ​ສົ່ງ​ດາວ​ທຽມ Tonghae ຢູ່​ໃນ​ເຂດແຄມ​ຝັ່ງທະ​ເລ ທາງ
ພາກ​ຕາ​ເວັນ​ອອກສຽງ​ເໜືອຂອງ​ປະ​ເທດ.

ຮູບ​ພາບ​ ຈາກ​ດາວທຽມ​ຂອງ​ເອກ​ກະ​ຊົນ ທີ່​ຖ່າຍ​ໃນທ້າຍ​ປີ​
ແລ້ວ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ການ​ກໍ່ສ້າງ​ໄດ້​ຢຸດ​ລົງ​ຢ່າງ​ລຶກລັບ.
ສະຖານ​ບັນຄົ້ນຄວ້າ​ຂອງສະຫະລັດ ໃນ​ຂັ້ນ​ຕົ້ນ​ກ່າວວ່າ ​ໂຄງ
ການນີ້​ອາດ​ຈະ​ຢຸດ​ເຊົາ​ເປັນ​ການ​ຊົ່ວຄາວ ​ເນື່ອງ​ຈາກ​ມີ​ຝົນຕົກ​
ໜັກ ​ແລະ​ພາ​ຍຸໄຕ້​ຝຸ່ນ.

​ແຕ່ໃນ​ວັນ​ອັງຄານ​ມື້​ນີ້ ສະ​ຖາ​ບັນ​ຄົ້ນຄວ້າ​ຂອງ​ສະຫະລັດ​ເວົ້າ​ວ່າ ຮູບ​ພາບຫລ້າ​ສຸດສະ​ແດງ​ໃຫ້​ເຫັນ​ວ່າ ການ​ກໍ່ສ້າງ​ຍັງ​ບໍ່​ທັນ​ໄດ້​ເລີ້ມຄືນຈົນ​ຮອດ​ທ້າຍ​ເດືອນ​ພຶດ ສະພາຜ່ານ​ມາ. ຮູບ​ພາບ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ ມີຫຍ້າ​ກໍາລັງເກີດຢູ່ຂ້າງ​ໃນ​ຕຶກ​ອາຄານປະກອບ​ລູກ​ສອນ​ໄຟ.

​ສະ​ຖາ​ບັນ​ຄົ້ນຄວ້າ 38 ​ເໜືອກ່າວ​ວ່າ ການ​ຢຸດ​ສະ​ງັກລົງ​ໃນ​ການ​ກໍ່ສ້າງອາດສະ​ແດງ​ໃຫ້​ເຫັນ​ວ່າ ​ເກົາຫລີ​ເໜືອໄດ້​ຕັດສິນ ທີ່​ຈະ​ພັດທະນາ ລູກ​ຈະ​ຫຼວດຂະໜາດ ​ໃຫຍ່ ​ແບບ​ຊ້າໆຫຼືອາດ​ຈະ​ຢຸດ​ເຊົາ​ໄປເລີຍ​ກໍ​ເປັນ​ໄດ້. ສະ​ຖາ​ບັນ​ດັ່ງກ່າວ​ເວົ້າວ່າ ຫຼືພຽງ​ຢາງອາດໄດ້ຕັດສິນ​ໃຈໄປ​ແລ້ວ​ວ່າ ການທົດ​ລອງຈະ​ມີ​ຂື້ນທີ່ຖານ​ສົ່ງ​ດາວ​ ທຽ​ມ​ແຫ່ງໃໝ່ ​Sohae.
XS
SM
MD
LG