ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວວ່າ ຈະບໍ່ມີການພົບປະກັນ ລະຫວ່າງ ປ. ທຣໍາ ແລະ ປ. ພູຕິນ ຢູ່ນອກກອງປະຊຸມ APEC


ປະທານາທິບໍດີ ດໍໂນລ ທຣໍາ ພົບປະກັບ ປະທານາທິບໍດີ Vladimir Putin ຢູ່ທີ່ກອງປະຊຸມສຸດຍອດ G-20 ວັນທີ 7 ກໍລະກົດ 2017 ທີ່ນະຄອນ Hamburg.
ປະທານາທິບໍດີ ດໍໂນລ ທຣໍາ ພົບປະກັບ ປະທານາທິບໍດີ Vladimir Putin ຢູ່ທີ່ກອງປະຊຸມສຸດຍອດ G-20 ວັນທີ 7 ກໍລະກົດ 2017 ທີ່ນະຄອນ Hamburg.

ໃນ​ວັນ​ສຸກ​ມື້​ນີ້ ທຳນຽບຂາວ​ພະຍາຍ​າມ​ໃຫ້​ຄົນ​ຢຸດ​ກາ​ນຊ່າ​ລື​ກັນ​ວ່າ ປະທານາທິ ບໍດີ
ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ອາດ​ຈະ​ຈັດການ​ພົບປະ​ກັບປະທານາທິ ບໍດີຣັດ​ເຊຍ
ທ່ານ Vladimir Putin ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດເສດຖະກິດ ເອ​ເຊຍປາຊິຟິກ ​
(APEC) ໃນ​ຫວຽດນາມ. ທັງ​ສອງ​ປະທານາທິບໍດີ​ຈະເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ
​ແລະ​ອາດ​ຈະ​ໂອ້​ລົມ​ກັນ​ເລັກ​ນ້ອຍ ​ແຕ່​ຈະ​ບໍ່​ມີ​ການ​ສົນທະນາ​ກັນຢ່່າງ​ເລິກ​ເຊິ່ງ ອີງ​ຕາມ
​ໂຄສົກ​ທຳນຽບຂາວ ທ່ານ​ນາງ Sarah Huckabee Sanders.

ທ່ານ​ນາງ Sanders ກ່າວ​ຢູ່ໃນຖະ​ແຫລ​ງການທີ່​ເຜີ​ຍ​ແຜ່ຕໍ່ພວກ​ນັກ​ຂ່າວ​ວ່າ “ກ່ຽວ​ກັບ
​ການ​ປະຊຸມ​ກັບ​ທ່ານ Putin ນັ້ນ ແມ່ນບໍ່​ເຄີ​ຍ​ໄດ້ຢືນຢັນ​ວ່າຈະມີການ​ປະຊຸມເລີຍ ​
ແລະຈະ​ບໍ່​ມີ​ການ​ປະຊຸມເກີດ​ຂຶ້ນ ​ເນື່ອງ​ຈາກຕາຕະລາງເວລາຂອງ​ທັງ​ສອງ​ຝ່າຍບໍ່
ກົງກັນ.ຈະ​ບໍ່ມີ​ການ​ພົບ​ປະ​ທີ່​ເປັນ​ທາງ​ການ ຫລື​ມີການຈັດເວລາໃດໆ​ແກ່ພວກທ່ານ
ໃຫ້ພົບກັນ.”

​ເຖິງ​ຢ່າງ​ໃດ​ກໍ​ດີ ຖະ​ແຫລ​ງການ​ໄດ້​ກ່າວແບບ​ເປີດໄວ້ວ່າ ອາດ​ເປັນ​ໄປ​ໄດ້​ທີ່​ຜູ້ນຳ​ທັງ​ສອງ
ຈະ​ມີ​ການ​ສົນທະນາ​ກັນ​ຢ່າ​ງບໍ່​ເປັນ​ທາງ​ການ ​ໃນ​ຂະນະ​ທີ່​ພວກທ່ານ​ທັງ​ສອງ​ຢູ່​ນະຄອນ
Danang ​ເພື່ອ​ດຳ​ເນີນ​ກອງ​ປະຊຸມ​ສຸດ​ຍອດນັ້ນ.

ພະນັກງານຄົນນຶ່ງກຳລັງຕິດທຸງຊາດ ຂອງສະຫະລັດ ແລະຣັດເຊຍ ທີ່ເປັນພາກສ່ວນ ກອງປະຊຸມສອງຝ່າຍ ວັນທີ 26 ສິງຫາ 2016.
ພະນັກງານຄົນນຶ່ງກຳລັງຕິດທຸງຊາດ ຂອງສະຫະລັດ ແລະຣັດເຊຍ ທີ່ເປັນພາກສ່ວນ ກອງປະຊຸມສອງຝ່າຍ ວັນທີ 26 ສິງຫາ 2016.

ທ່ານ​ນາງ Huckabee Sanders ​ໄດ້​ຂຽນ​ໄວ້​ວ່າ “ພວກທ່ານທັງສອງຈະໄປ​ຢູ່​ບ່ອນ​ດຽວ​
ກັນ. ພວກທ່ານ​ອາດ​ຈະ​ຍ່າງ​ຜ່ານ​ກັນ ​ແລະ​ກ່າວ​ຖາມ​ສະບາຍດີກັນ? ​ແນ່ນ​ອນ​ ​ເປັນ​ໄປໄດ້ຫລາຍ ​ແລະ​ຈະ​ເກີດ​ຂຶ້ນແທ້. ​ແຕ່​ວ່າ​ຈັດການ​ປະຊຸມ​ເປັນ​ທາງ​ການນັ້ນແມ່ນບໍ່​ມີ​ເທື່ອ.
ຍັງບໍ່ມີ​ຢູ່​ໃນ​ປະຕິທິນ ​ແລະ​ພວກ​ເຮົາ​ບໍ່​ຄາດ​ວ່າ​ມັນຈະເກີດ​ຂຶ້ນ."

ອົງການ​ຂ່າວຣັດ​ເຊຍ RIA Novosti ​ໃນ​ວັນ​ສຸກ​ມື້​ນີ້ ປາກົດ​ວ່າ​ເວົ້າແບບກົງກັນຂ້າມກັນ
​ກັບ​ທຳນຽບຂາວ ໂດຍ​ມີ​ຄວາມ​ຫວັງ​ວ່າການ​ພົບ​ປະກັນ​ຢ່າງ​ເລິກ​ເຊິ​ງ ຍັງ​ອາດ​ຈະ​ເກີດ​ຂຶ້ນ.
ປະ​ໂຫຍ​ກນຶ່ງ​ໃນລາຍ​ງານ​ຂຽນວ່າ “ວັງ Kremlin ກ່າວ​ວ່າ​ການ​ພົບ​ປະທີ່ອາດ​ເປັນ​ໄປ​ໄດ້ ລະຫວ່າງ ທ່ານ Putin ​ແລະທ່ານ​ທຣໍາ ຢູ່ທີ່ກອງ​ປະຊຸມ​ສຸດ​ຍອດ APEC ທີ່​ຍັງ​ກຳລັງປະສານງານກັນ​ຢູ່.”

ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ໂອ້ລົມກັບສະຕີໝາຍເລກນຶ່ງ ທ່ານນາງ Melina Trump ໃນຂະນະທີ່ຮັບປະທານອາຫານຄໍ່າ ທີ່ໂຮງລະຄອນ Elbphilharmonie ໃນນະຄອນ Hamburg ປະເທດ Germany ໃນທີ 7 ສິງຫາ, 2017.
ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ໂອ້ລົມກັບສະຕີໝາຍເລກນຶ່ງ ທ່ານນາງ Melina Trump ໃນຂະນະທີ່ຮັບປະທານອາຫານຄໍ່າ ທີ່ໂຮງລະຄອນ Elbphilharmonie ໃນນະຄອນ Hamburg ປະເທດ Germany ໃນທີ 7 ສິງຫາ, 2017.


ທາງ​ຝ່າ​ຍຣັດ​ເຊຍ​ກ່ອນໜ້ານີ້ໄດ້ເຜີຍ​ແຜ່ຄວາມ​ຄິດທີ່ບໍ່ກົງກັນກ່ຽວ​ກັບຄວາມ​ເປັນ​ໄປ​ໄດ້​
ຂອງ​ການ​ພົບ​ປະກັນນໜັ້. ທີ່ປຶກສາຂອງວັງ Kremlin ທ່ານ Yury Ushkov ​ໄດ້​ກ່າວ​ຕໍ່
ບັນດາ​ອົງການ​ຂ່າວຣັດ​ເຊຍວ່າ ຜູ້ນຳ​ທັງ​ສອງ​ຝ່າຍ​ຈະ​ຈັດ ການ​ພົບ​ປະກັນ ​ແຕ່​ອົງການ
ຂ່າວ Reuters ​ໄດ້​ອ້າງ​ຄຳ​ເວົ້າ​ໂຄສົກ​ທ່ານ Putin ຄື​ທ່ານ Dmitry Peskov ທີ່ໄດ້ກ່າວ
ຫລຸດຄວາມແນ່ນອນຂອງຖະ​ແຫລ​ງການ​ດັ່ງກ່າວ ໂດຍເວົ້າແຕ່ພຽງ​ວ່າ ການ​ພົບ​ປະ​ທີ່​ອາ​ດ
​ເປັນໄປ​ໄດ້​ນັ້ນ ຍັງກໍາລັງ​ສົນທະນາ​ກັນຢູ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Trump Putin Fri
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG