ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ລາວ ບໍ່ສາມາດ ສະເຫຼີມສະຫຼອງ ບຸນປະເພນີ ຕາມປົກກະຕິ ຫຼັງວັນອອກພັນສາ


ປະຊາຊົນໄຕ້ໂຄມໄຟຢູ່ວັດແຫ່ງນຶ່ງໃນນະຄອນຫຼວງວຽງຈັນ.
ປະຊາຊົນໄຕ້ໂຄມໄຟຢູ່ວັດແຫ່ງນຶ່ງໃນນະຄອນຫຼວງວຽງຈັນ.

ວັນພະຫັດວານນີ້ ເປັນວັນອອກພັນສາ ໃນປະເທດ ລາວ, ສະພາບການແມ່ນບໍ່ເປັນປົກກະຕິຄືແຕ່ ລະປີ, ຫຼາຍຄົນແມ່ນບໍ່ໄດ້ໄປຕັກບາດຢູ່ວັດ ຍ້ອນບັນຫາການລະບາດຂອງ COVID-19 ໃນປັດຈຸ ບັນນີ້. ແລະທາງການລາວກໍໄດ້ຫ້າມບໍ່ໃຫ້ຈັດບຸນຊ່ວງເຮືອນຈາກວັນທີ 20 ຫາ 30 ຕຸລາ 2021.

ປົກກະຕິ ປະຊາຊົນ ລາວ ຈະພາກັນໄປຕັກບາດໃນຕອນເຊົ້າຂອງວັນອອກພັນສາ, ຫຼັງຈາກນັ້ນໃນຕອນຄໍ່າກໍຈະມີການລອຍກະໂທງຢູ່ແມ່ນໍ້າຂອງ ແລະ ທ່ຽວບຸນຊ່ວງເຮືອຈາມຮີດຄອງປະເພນີໃນມື້ຕໍ່ມາ. ແຕ່ປີນີ້ປະຊາຊົນໄດ້ໄຕ້ທຽນ ແລະ ສູດມົນພາວະນາຢູ່ບ້ານຂອງເຂົາເຈົ້າແທນ. ປີນີ້ແມ່ນແຕກຕ່າງ, ປະຊາຊົນໄດ້ຖືກຮຽກຮ້ອງໃຫ້ເຮັດບຸນຜ່ານການບໍລິຈາກດ້ວຍການໂອນສັດທາໃຫ້ວັດແທນ ເພື່ອຫຼີກລ່ຽງການແຜ່ລາມ ແລະ ຕິດແປດຂອງເຊື້ອ COVID-19.

ການບໍ່ໄດ້ເຕົ້າໂຮມກັນຕາມປະເພນີແມ່ນມີທັງຂໍ້ດີ ແລະ ຂໍ້ເສຍ, ເຊິ່ງແມ່ຍິງລາວຄົນນຶ່ງໄດ້ກ່າວຕໍ່ພວກເຮົາວ່າ “ບຸນອອກພັນສາປີນີ້ແມ່ນບໍ່ໄດ້ມີການຈັດງານບຸນອອກພັນສາປະວໍລະນາ ກໍຄືບຸນຊ່ວງເຮືອຢູ່ທ່າວັດຈັນ ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ແມ່ນຍັງເພີ່ມ ຂຶ້ນຫຼາຍ ແລະ ຕັກບາດຢາດນໍ້າປີນີ້ກະບໍ່ໄດ້ໄປ. ຂ້າພະເຈົ້າເຫັນວ່າການທີ່ບໍ່ມີການຈັດງານກໍເຫັນວ່າເໝາະສົມແລ້ວ ເພາະທຸກຄົນກໍຢ້ານທີ່ຈະອອກບ້ານ ເນື່ອງຈາກທົ່ວນະຄອນຫຼວງແມ່ນເປັນບ້ານເຂດແດງຫຼາຍບ້ານແລ້ວ ແລະ ທຸກບ່ອນແມ່ນເປັນບ່ອນສຸມສ່ຽງຕໍ່ການຕິດເຊື້ອໝົດ ແລະ ບໍ່ມີບຸນຊ່ວງເຮືອປີນີ້ກໍຈະເຮັດໃຫ້ບ້ານເມືອງສະອາດ ໂດຍສະເພາະແມ່ນແຄມຂອງ ເພາະວ່າທຸກໆປີຫຼັງ ຈາກແລ້ວບຸນຊ່ວງເຮືອ ຈະເຫັນວ່າມີຂີ້ເຫຍື້ອຢ່າງຫຼວງຫຼາຍ.”

ບຸນທາດຫຼວງ ທີ່ມີກຳນົດໃນເດືອນພະຈິກນີ້ ແມ່ນຄາດວ່າຈະບໍ່ສາມາດຈັດຂຶ້ນເຊັ່ນກັນ ຖ້າສະຖາ ນະການ COVID-19 ແມ່ນຍັງບໍ່ສາມາດຄວບຄຸມໄດ້.

XS
SM
MD
LG