ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສ​ຫລ ຈະ​ເບິ່ງ ສະ​ພາບ​ການ ພາກ​ພື້ນ​ດິນ ໃນ​ການ​ຖອນ ກຳ​ລັງ ຈາກ​ ຊີ​ເຣຍ


ລົດ​ທະ​ຫານ ທີ່​ຕິດ​ທຸງ​ຊາດ ສ​ຫລ ໃນ​ເມືອງແມນ​ບິ​ຈ ປະ​ເທດ​ຊີ​ເຣຍ ເມື່ອ​ວັນ​ທີ 12 ພຶດ​ສະ​ພາ 2018.
ລົດ​ທະ​ຫານ ທີ່​ຕິດ​ທຸງ​ຊາດ ສ​ຫລ ໃນ​ເມືອງແມນ​ບິ​ຈ ປະ​ເທດ​ຊີ​ເຣຍ ເມື່ອ​ວັນ​ທີ 12 ພຶດ​ສະ​ພາ 2018.

ສອງ​ອາ​ທິດກວ່າໆ​ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ປະ​ກາດ​ໄຊ​ຊະ​ນະ​ຕໍ່​ກຸ່ມ​ກໍ່​ການ​ຮ້າຍລັດ​ອິ​ສ​ລາມຢູ່​ໃນ​ຊີ​ເຣຍ ແລະ​ຖອນ​ກຳ​ລັງ​ສະ​ຫະ​ລັດ​ອອກ​ຈາກ​ປະ​ເທດ​ດັ່ງ​ກ່າວ​ແລ້ວ ພວກ​ນັກ​ວາງ​ແຜນ​ທາງ​ທະ​ຫານ ຍັງ​ຢືນ​ຢັດວ່າ ການ​ຖອນ​ຕົວ​ຂອງ​ກຳ​ລັງອາ​ເມ​ຣິ​ກັນ​ ຕ້ອງ​ອີງ​ຕາມ​ສະ​ພາບ​ການຕົວ​ຈິງ​ທາງພາກ​ພື້ນ​ດິນ ແລະ​ບໍ່​ແມ່ນ​ອີງ​ຕາມ​ກຳ​ນົດ​ເວ​ລາ​ທີ່​ຕັ້ງ​ຂຶ້ນ​ມາ​ແບບ​ສົ່ງ​ເດດ.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ທ່ານ​ນຶ່ງ ກ່າວ​ຕໍ່​ວີ​ໂອ​ເອ​ ໃນ​ວັນ​ສຸກວານນີ້​ວ່າ “ແຜນ​ການ​ໃດໆ​ກໍ​ຕາມ ທີ່​ພວກ​ເຮົາ​ຈັດ​ຕັ້ງ​ປະ​ຕິ​ບັດ​ ແມ່ນ​ຈະ​ຕ້ອງ ​ຂຶ້ນ​ຢູ່​ກັບ​ສະ​ພາບ​ການ” ໂດຍ​ຢືນ​ຢັດ​ວ່າ ການ​ຖອນ​ກຳ​ລັງ​ດັ່ງ​ກ່າວຈະ​ຕ້ອງ “ມີ​ການ​ປະ​ສານງານ​ກັນ​ຢ່າງ​ຄັກ​ແນ່” ກັບ​ພັນ​ທະ​ມິດ ແລະ​ພາ​ຄີ​ຂອງ​ພວກ​ເຮົາ.

ທ່ານ​ໄມ​ຄ໌ ພອມ​ພຽວ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດສະ​ຫະ​ລັດ
ທ່ານ​ໄມ​ຄ໌ ພອມ​ພຽວ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດສະ​ຫະ​ລັດ

ເຈົ້າ​ໜ້າ​ທີ່​ທ່ານນີ້ ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຈະ​ບໍ່​ເວົ້າ​ເຖິງ​ກຳ​ນົດ​ເວ​ລາ.”

​ພຽງບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ​ໜ້ານີ້ ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກ່າວ​ວ່າ ເຖິງ​ແມ່ນ​ປະ​ທາ​ນາ​ທິ​ບໍ​ດີ ​ໄດ້​ມີ​ຄຳ​ສັ່ງ​ໄປ​ແລ້ວ​ກໍ​ຕາມ ແຕ່​ກໍຍັງ​ບໍ່​ມີແຜນ​ການ ​ກ່ຽວກັບການ​ປະ​ຕິ​ບັດ​ງານ ເພື່ອ​ຖອນ​ກຳ​ລັງ​ສະ​ຫະ​ລັດ 2,000 ຄົນ​ກັບ​ຄືນ​ປະ​ເທດ​ເທື່ອ.

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ທ່ານນີ້ ກ່າວ​ຕໍ່​ພວກ​ນັກ​ຂ່າວ ກ່ອນ​ການ​ເດີນ​ທາງ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ​ໄມ​ຄ໌ ພອມ​ພຽວ ໄປ​ຢ້ຽມ​ຢາມ​ພາກ​ຕາ​ເວັນ​ອອກ​ກາງ​ໃນ​ອາ​ທິດ​ໜ້ານີ້​ວ່າ “ພວກ​ເຮົາ​ຍັງ​ບໍ່​ມີ​ກຳ​ນົດ​ເວ​ລາ ກ່ຽວກັບ​ການ​ຖອນ​ກຳ​ລັງ​ທະ​ຫານ​ ຂອງ​ພວກ​ເຮົາ ອອກ​ຈາກ​ຊີ​ເຣຍ ກັບ​ຄືນ​ປະ​ເທດ​ເທື່ອ.

​ເຈົ້າ​ໜ້າ​ທີ່​ທ່ານນີ້ ກ່າວ​ໂດຍ​ໃຊ້​ຊື່​ຫຍໍ້​ຂອງ​ກຸ່ມ​ລັດ​ອິ​ສ​ລາມ​ວ່າ “ພວກ​ເຮົາ​ຈະ​ຖອນກຳ​ລັງ​ ໃນ​ວິ​ທີ​ທີ່​ພວກ​ເຮົາ ​ຈະ​ບໍ່​ເປີດ​ຊ່ອງ​ຫວ່າງ ໃຫ້​ພວກ​ກໍ່​ການ​ຮ້າຍ ສວຍ​ໃຊ້ແລະ​ພວກ​ເຮົາ​ຈະ​ບໍ່​ປ່ອຍໂອ​ກາດ​ໃຫ້​ກຸ່ມ ISIS ​ຟື້ນ​ໂຕ​ຄືນ​ມາ​ໄດ້ບໍ່​ວ່າ​ຢູ່​ບ່ອນ​ໃດ​ກໍ​ຕາມ.”

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ທ່ານນີ້ ກ່າວ​ມ້ວນ​ທ້າຍ​ວ່າ “ພວກ​ເຮົາ​ພວມ​ວາງ​ແຜນ​ກ່ຽວ​ກັບເລື່ອງ​ດັ່ງ​ກ່າວ ​ໃນ​ເວ​ລານີ້. ພວກ​ເຮົາ​ບໍ່​ມີ​ຄວາມ​ຕັ້ງ​ໃຈ ທີ່​ຈະ​ມີ​ໜ້າ​ທາງ​ທະ​ຫານຢູ່​ໃນ​ຊີ​ເຣຍ ແບບ​ບໍ່​ມີ​ກຳ​ນົດ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG