ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ່ມີ ຮ່ອງຮອຍເທື່ອວ່າ ເກົາຫຼີເໜືອ ດຳເນີນ ການປົດອາວຸດນິວເຄລຍ ຂອງຕົນແຕ່ຢ່າງໃດ   


ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານ ຈິມ ແມັດຕິສ ຍິ້ມໃຫ້ ທະຫານກອງທັບບົກ ຂອງເຢຍຣະມັນ ໃນຂະນະທີ່ທ່ານ ກ່າວຕໍ່ສື່ມວນຊົນ ຢູ່ທີ່ທຳນຽບຫ້າແຈ, ວັນທີ 20 ມິຖຸນາ 2018, ໃນນະຄອນຫຼວງ ວໍຊິງຕັນ.
ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານ ຈິມ ແມັດຕິສ ຍິ້ມໃຫ້ ທະຫານກອງທັບບົກ ຂອງເຢຍຣະມັນ ໃນຂະນະທີ່ທ່ານ ກ່າວຕໍ່ສື່ມວນຊົນ ຢູ່ທີ່ທຳນຽບຫ້າແຈ, ວັນທີ 20 ມິຖຸນາ 2018, ໃນນະຄອນຫຼວງ ວໍຊິງຕັນ.

ນຶ່ງສັບປະດາ ຫຼັງຈາກທີ່ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ປະກາດວ່າ
ເກົາຫຼີເໜືອ ຈະບໍ່ເປັນໄພຂົ່ມຂູ່ທາງດ້ານນິວເຄລຍ ອີກຕໍ່ໄປແລ້ວ ແຕ່ເຈົ້າໜ້າທີ່ທະຫານ
ຂັ້ນສູງຂອງທ່ານ ໄດ້ເຕືອນວ່າ ບໍ່ມີຮ່ອງຮອຍໃໝ່ໃດໆ ທີ່ບົ່ງບອກວ່າ ພຽງຢາງ ພວມດຳ
ເນີນການ ໃນການປົດອາວຸດນິວເຄລຍຂອງຕົນ.

“ຂ້າພະເຈົ້າ ບໍ່ຮູ້ຈັກກ່ຽວກັບເລື້ອງນັ້ນ” ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ
ຈິມ ແມັດຕິສ ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນພຸດວານນີ້ ຢູ່ທີ່ທຳນຽບຫ້າແຈ.

ທ່ານກ່າວຕື່ມວ່າ “ຂ້າພະເຈົ້າ ກໍບໍ່ໄດ້ຄາດຫວັງອັນນັ້ນ ໃນເວລານີ້. ແນ່ນອນແລ້ວ
ພວກເຮົາ ແມ່ນຢູ່ໃນຕອນຕົ້ນໆຂອງຂະບວນການ. ລາຍລະອຽດຂອງການເຈລະຈາ
ກໍບໍ່ທັນເລີ້ມຕົ້ນຂຶ້ນເທື່ອ.”

ທ່ານທຣຳ ໄດ້ປະກາດວ່າ ໄພຂົ່ມຂູ່ທາງດ້ານນິວເຄລຍ ຂອງເກົາຫຼີເໜືອ ໄດ້ສິ້ນສຸດ ໃນ
ວັນທີ 13 ມິຖຸນາ ຫຼັງຈາກທີ່ໄດ້ເຂົ້າກອງປະຊຸມສຸດຍອດ ກັບຜູ້ນຳເກົາຫຼີເໜືອ ທ່ານ ກິມ
ຈົງ ອຶນ ຢູ່ທີ່ປະເທດສິງກະໂປ.

“ບັດນີ້ ໝົດທຸກຄົນ ສາມາດຮູ້ສຶກປອດໄພຫຼາຍຂຶ້ນກວ່າ ໃນວັນ ທີ່ຂ້າພະເຈົ້າ ໄດ້ເຂົ້າ
ຮັບຕຳແໜ່ງ”
ທ່ານທຣຳ ໄດ້ຂຽນລົງໃນທວີດເຕີ ເມື່ອເດີນທາງກັບຄືນມາຮອດ
ສະຫະລັດ. ທ່ານຂຽນອີກວ່າ “ບໍ່ມີໄພຂົ່ມຂູ່ທາງດ້ານນິວເຄລຍຈາກເກົາ ຫຼີເໜືອອີກ
ຕໍ່ໄປ. ການພົບປະກັບ ກິມ ຈົງ ອຶນ ນັ້ນ ເປັນທີ່ໜ້າສົນໃຈ ແລະ ເປັນປະສົບການ
ທີ່ດີຫຼາຍ. ເກົາຫຼີເໜືອ ມີທ່າແຮງທີ່ດີຍິ່ງ ສຳລັບອະນາຄົດ!”

ພວກທະຫານບົກຂອງເກົາຫຼີໃຕ້ ໄດ້ປະຕິບັດການຝຶກຊ້ອມ ການຕໍ່ຕ້ານການກໍ່ການຮ້າຍ ອັນເປັນພາກສ່ວນນຶ່ງ ຂອງການຊ້ອມລົບທາງທະຫານ ເອີ້ນວ່າ Freedom Guardian ກັບ ກຳລັງຂອງສະຫະລັດ ຢູ່ໃນສະຖານີລົດໄຟໃຕ້ດິນ ໃນນະຄອນຫຼວງ ໂຊລ ຂອງເກົາຫຼີໃຕ້, ວັນທີ 22 ສິງຫາ 2017.
ພວກທະຫານບົກຂອງເກົາຫຼີໃຕ້ ໄດ້ປະຕິບັດການຝຶກຊ້ອມ ການຕໍ່ຕ້ານການກໍ່ການຮ້າຍ ອັນເປັນພາກສ່ວນນຶ່ງ ຂອງການຊ້ອມລົບທາງທະຫານ ເອີ້ນວ່າ Freedom Guardian ກັບ ກຳລັງຂອງສະຫະລັດ ຢູ່ໃນສະຖານີລົດໄຟໃຕ້ດິນ ໃນນະຄອນຫຼວງ ໂຊລ ຂອງເກົາຫຼີໃຕ້, ວັນທີ 22 ສິງຫາ 2017.

ແຕ່ນຶ່ງວັນຕໍ່ມາ ລັດຖະມົນຕີວ່າການຕ່າງປະເທດສະຫະລັດ ທ່ານ ໄມຄ໌ ພອມ ພຽວ ໄດ້
ເຕືອນວ່າ ມາດຕະການລົງໂທດທີ່ໜັກໆ ຍັງຈະຖືກປະໄວ້ຢູ່ຄືເກົ່າ ຈົນກວ່າ ສະຫະລັດ
ສາມາດຢັ້ງຢືນໄດ້ວ່າ ພຽງຢາງ “ປົດອາວຸດນິວເຄລຍຂອງຕົນຢ່າງຄົບຖ້ວນ.”

ທ່ານພອມພຽວ ໄດ້ກ່າວວ່າ ທ່ານຄາດວ່າ ຈະກັບຄືນໄປເກົາຫຼີເໜືອອີກ ໃນອະນາຄົດ
ອັນໃກ້ນີ້ ເພື່ອທີ່ຈະວາງລາຍລະອຽດຕ່າງໆຂອງຂໍ້ຕົກລົງ ສະຫະລັດ ກັບ ພຽງຢາງ.

ໂດຍເປັນສ່ວນນຶ່ງຂອງສັນຍານັ້ນ ປະທານາທິບໍດີ ທຣຳ ໄດ້ປະຕິຍານວ່າ ຈະຍຸດຕິ
“ການຊ້ອມລົບຮ່ວມ” ລະຫວ່າງ ສະຫະລັດ ແລະ ເກົາຫຼີໃຕ້.

ບັນດາເຈົ້າໜ້າທີ່ຂອງເກົາຫຼີໃຕ້ ໄດ້ກ່າວໃນສັບປະດານີ້ ວ່າ ພວກເພິ່ນ ໄດ້ຕົກລົງທີ່ຈະ
ຍົກເລີກ ການຊ້ອມລົບປະຈຳປີ ກັບ ສະຫະລັດ ທີ່ມີຊື່ວ່າ Freedom Guardian ເຊິ່ງ
ຕາມເດີມ ໄດ້ມີກຳນົດທີ່ຈະຈັດຂຶ້ນ ໃນເດືອນສິງຫາ ຈະມານີ້.

North Korea US
please wait
Embed

No media source currently available

0:00 0:01:48 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG