ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຍັງບໍ່ມີ ຮ່ອງຮອຍ ທີ່ສະແດງວ່າ ຣັດເຊຍ ເຄົາລົບ ຕໍ່ພັນທະນາໆຊາດ ຂອງຕົນ (ສະ​ໄລ​ດ໌/ວີດີໂອ)


ທ່ານ Anders Fogh Rasmussen ເລຂາທິການໃຫຍ່ ຂອງອົງການ NATO ກ່າວຕໍ່ກອງປະຊຸມນັກຂ່າວ ທີ່ກອງບັນຊາການ NATO ທີ່ນະຄອນບຣັສເຊີລ
ທ່ານ Anders Fogh Rasmussen ເລຂາທິການໃຫຍ່ ຂອງອົງການ NATO ກ່າວຕໍ່ກອງປະຊຸມນັກຂ່າວ ທີ່ກອງບັນຊາການ NATO ທີ່ນະຄອນບຣັສເຊີລ

ຫົວໜ້າ​ອົງການ NATO ກ່າວ​ວ່າ ທ່ານ​ບໍ່​ເຫັນ​ຮ່ອງ​ຮອຍໃດໆ
ວ່າ ຣັດ​ເຊຍ ​ໃຫ້​ການເຄົາລົບ ຕໍ່ພັນທະ​ນາ​ໆ​ຊາດຂອງຕົນ ກ່ຽວ
ກັບເລື່ອງ ຢູ​ເຄຣນ ​ແລະ​ກ່າວ​ຕື່ມ​ອີກ​ວ່າ ການ​ປະ​ຊຸມ​ໃນ​ວັນ​ພຸດ
​ມື້​ນີ້ລະຫວ່າງ ບັນດາລັດຖະມົນ​ຕີ​ການຕ່າງປະເທດ ຂອງອົງການ
NATO ຈະ​ເວົ້າເຖິງ ການ​ສ້າງ​ສະມັດ​ຖະພາບ​ທາງ​ທະຫານ​ຂອງ
ຢູ​ເຄຣນ.

ທ່ານ Anders Fogh Rasmussen ກ່າວ​ໃນ​ວັນ​ພຸດມື້ນີ້ ​ທີ່ນະ
ຄອນບຣັສ​ເຊີລສ໌ວ່າ ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ ຮວມທັງ
ລັດຖະມົນຕີ​ຕ່າງປະ​ເທ​ດ ສະຫະລັດທ່ານ John Kerry ຈະ
“ທົບ​ທວນຄືນ” ຄວາມສຳພັນກັບຣັດ​ເຊຍ ​ແລະ​ຕັດສິນ​ໃຈ​ວ່າ​
ຈະ​ເຮັດ​ຢ່າງ​ໃດ​ໃນ​ຂັ້ນ​ຕໍ່​ໄປ.

ຣັດ​ເຊຍອາດ​ຈະ​ປະ​ເຊີນ​ໜ້າ​ກັບ​ການ​ຖືກ​ລົງ​ໂທດ​ໜັກ​ຂື້ນ ຈາກບັນດາ​ປະ​ເທດ ສະມາ​ຊິກ
NATO ຖ້າ​ຫາກ​ບໍ່ສາມາດປະຕິບັດຕາມ​ຄວາມ​ຮຽກຮ້ອງ ​ເພື່ອ​ຊ່ວຍ​ຍຸດຕິຄວາມຮຸນ​ແຮງ
ລະຫວ່າງພວກ​ຈົງ​ຮັກ​ພັກດີຕໍ່ຢູເຄຣນແລະພວກແບ່ງແຍກ ດິນແດນຊາວຣັດ​ເຊຍ ທີ່ຢູ່
ໃນເຂດຊາຍ​ແດນ​ຂອງຢູ​ເຄຣນນັ້ນ.

UKRAINE NATO CNPK
please wait
Embed

No media source currently available

0:00 0:01:59 0:00

ຢູ່​ທີ່​ນະຄອນຫຼວງມົສກູ ​ໃນ​ວັນ​ພຸດ​ມື້​ນີ້ ສະພາ​ສູງຣັດ​ເຊຍ ​ໄດ້​ລົງ​ຄະ​ແນນ​ເພື່ອ​ຖອນ​ອະນຸ
ຍາດໃຫ້​ທະຫານຣັ​ດ​ເຊຍເຂົ້າ​ໄປ​ໃນ​ຢູ​ເຄຣນ ເພື່ອເປັນການປະຕິບັດ ຕາມຄຳຮ້ອງຂໍຂອງ
ປະທານ​າທິບໍດີ Vladimir Putin ​ໃນ​ວັນ​ອັງຄານວານນີ້ທີ່​ໃຫ້ຍົກເລີກການ​ອະນຸຍາດ​ດັ່ງກ່າວ.

ອົງການ NATO ​ໄດ້​ກ່າວ​ຫາຣັດ​ເຊຍວ່າ ​ໃຫ້​ການ​ສະໜັບສະໜູນພວກ​ແບ່ງ​ແຍກ​ດິນ​ແດນ​
ໃນຢູ​ເຄຣນ ​ແຕ່ວ່າຣັດ​ເຊຍໄດ້​ປະ​ຕິ​ເສດກ່ຽວກັບເລື່ອງນີ້.

CN- UN Security Council Meets On Ukraine
please wait

No media source currently available

0:00 0:03:07 0:00

​ໃນ​ວັນ​ອັງຄານວານນີ້ ຢູ​ເຄຣນກ່າວ​ວ່າ ພວກ​ແບ່ງ​ແຍກ​ດິນແດນ ທີ່ສະໜັບສະ ໜູນຣັດ​ເຊ​ຍ
ຢູ່ໃກ້​ກັບຊາຍ​ແດນຣັດ​ເຊຍ ​ໄດ້​ຍິງ​ເຮືອບິນ​ເຮ​ລີ​ຄອບ​ເຕີ້ລຳນຶ່ງຂອງ ຢູ​ເຄຣນຕົກ ​ເຮັດ​ໃຫ້​ທະຫານ​ຢ່າງໜ້ອຍເກົ້າ​ຄົນ​ເສຍ​ຊີ​ວິດ.

XS
SM
MD
LG