ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

​ເກົາຫຼີໃຕ້ວ່າ ​ບໍ່ມີ​ຮ່ອງຮອຍ​​ໃດໆ ​ທີ່ສະແດງວ່າ ຈະມີ ​ການ​ທົດ​ລອງ​ນິວ​ເຄລຍ ຢູ່ເກົາຫຼີເໜືອ (ວີດີໂອ)


KOREA NUCLEAR VOSOT.mov
please wait

No media source currently available

0:00 0:01:18 0:00

ວີດີໂອກ່ຽວກັບຂ່າວນີ້.

ເກົາຫຼີໃຕ້​ກ່າວ​ວ່າ ຍັງ​ບໍ່​ມີ​ຮ່ອງຮອຍ​ໃດໆ​ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ
ຈະ​ມີການ​ທົດ​ລອງ​ນິວ​ເຄລຍ ຫຼືຍິງ​ລູກ​ສອນ​ໄຟ​ ຈາກ​ເກົາຫຼີເໜືອ
​ໃນ​ໄວໆ​ນີ້​ເທື່ອ ຫຼັງ​ຈາກ​ທີ່​ການກວດ​ລ້າງ​ ​ຜູ້​ນໍາ​ຂັ້ນ​ສູງ​ຂອງ​ກຸງ
​ພຽງ​ຢາງ ໄດ້​ພາ​ໃຫ້​ມີ​ຄວາມ​ຢ້ານ​ກົວ​ກັນ​ ວ່າ​ຈະ​ເກີດຄວາມ
​ບໍ່​ທຸ່ນ​ທ່ຽງ​ນັ້ນ.

​ແຕ່ລັດຖະມົນຕີກະທວງທ້ອນໂຮມຊາດ​ເກົາຫຼີ​ໃຫ້ ທ່ານ Ryoo
Kihl-jae ໄດ້ບອກກັບ ພວກ​ຜູ້​ແທນສະພາໃນວັນພຸດມື້ນີ້ວ່າ
ທາງ​ລັດຖະບານ​ກໍາລັງຕິດຕາມ ຊິ້ງຊອມ​ເບິ່ງເກົາຫຼີເໜືອຢ່າງ
ໃກ້ຊິດ ເພາະ​ເຊື່ອ​ກັນ​ວ່າ ເກົາຫຼີເໜືອໄດ້ດໍາ​ເນີນການກະກຽມ
ສໍາລັບການທົດລອງນິວ​ເຄລຍ ຄັ້ງທີ 4 ນັ້ນ. ແຕ່ທ່ານກ່າວວ່າ​

“ໃນຂະນະນີ້ ພວກເຮົາຍັງບໍ່ທັນເຫັນການເຄື່ອນໄຫວໃດໆ ແຕ່ພວກເຮົາກໍໄດ້ສຶບຕໍ່ຕິດຕາມຊິ້ງຊອມມາຢ່າງໃກ້ຊິດ ​ແລະ​ໄດ້​ພົບ​ເຫັນ​ວ່າ ​ກໍາລັງ​ມີ​ການ​ກະກຽມ​ສະຖານ​ທີ່​ກ່ຽວຂ້ອງຫຼາຍໆ​ແຫ່ງ ແຕ່ພວກເຮົາກໍບໍ່ຄິດວ່າ ນັ້ນ​ຈະນໍາ​
ໄປ​ສູ່
ການ​ທົດ​ລອງ​ນິວ​ເຄລຍ ຫຼື​ລູກ​ສອນ​ໄຟ​ ໃນໄວໆນີ້ເທື່ອ.”

ອາທິດທີ່ແລ້ວນີ້ ເກົາຫຼີເໜືອ ໄດ້ປະຫານ​ຊີວິດອາວເຂີຍຂອງທ່ານກິມ ຈົງ​ອຸນ ຫຼັງຈາກທີ່
ກ່າວຫາທ່ານຫຼາຍກະໂທງ ອັນມີ ການວາງ​ແຜນ​ໂຄ່ນ​ລົ້ມ​ລັດຖະບານ ແລະພຶດຕິ​ກຳ​
ເປື່ອຍ​ເຍື່ອຍ​ຫຼາຍຢ່າງ.

ທ່ານ Jang Song Thaek ນັ້ນແມ່ຖືກມອງເຫັນວ່າ ເປັນ​ຜູ້ທີ່ໃຫ້​ຄໍາ ປຶກສາ ​ຊີ້​ນໍາ​ທ່ານ
Kim ແລະ​ເປັນ​ຜູ້​ມີ​ອໍາ​ນາດຫລາຍອັນ​ດັບ 2 ຫຼັງ​ຈາກການສິ້ນຊີວິດໄປຢ່າງກະທັນຫັນ
ຂອງ ​ບິດາ ​ຂອງ​ທ່ານ Kim, ອະດີຜູ້ນໍາທ່ານ Kim Jong Il ໃນທ້າຍປີ 2011.
XS
SM
MD
LG