ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ່​ມີ​ຮ່ອງ​ຮອຍ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ອີ​ຣ່ານ​ເຄື່ອນ​ໄຫວ ເພື່ອ​ສ້າງ​ອາ​ວຸດ​ນິວ​ເຄ​ລຍ


ແຟ້ມ - ຜູ້​ນຳ​ສູງ​ສຸດ ອາ​ຢາ​ໂທ​ລ​ລາ ອາ​ລີ ຄາ​ເມ​ນີ (ຂວາ) ຢ້ຽມ​ຢາມ​ການ​ວາງ​ສະ​ແດງ​ຄວາມ​ກ້າວ​ໜ້າ​ທາງ​ດ້ານ​ນິວ​ເຄ​ລຍ​ຂອງ​ປະ​ເທດ ທີ່​ທຳ​ນຽບ​ຂອງ​ທ່ານ ຢູ່​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ ເມື່ອ​ວັນ​ທີ 11 ມິ​ຖຸ​ນາ 2023, ໃນ​ຮູບ ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ທຳ​ນຽບ​ຜູ້​ນຳ​ສູງ​ສຸດ​ຂອງ​ອີ​ຣ່ານ.
ແຟ້ມ - ຜູ້​ນຳ​ສູງ​ສຸດ ອາ​ຢາ​ໂທ​ລ​ລາ ອາ​ລີ ຄາ​ເມ​ນີ (ຂວາ) ຢ້ຽມ​ຢາມ​ການ​ວາງ​ສະ​ແດງ​ຄວາມ​ກ້າວ​ໜ້າ​ທາງ​ດ້ານ​ນິວ​ເຄ​ລຍ​ຂອງ​ປະ​ເທດ ທີ່​ທຳ​ນຽບ​ຂອງ​ທ່ານ ຢູ່​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ ເມື່ອ​ວັນ​ທີ 11 ມິ​ຖຸ​ນາ 2023, ໃນ​ຮູບ ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ທຳ​ນຽບ​ຜູ້​ນຳ​ສູງ​ສຸດ​ຂອງ​ອີ​ຣ່ານ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ຂອງ​ສະ​ຫະ​ລັດ ທີ່​ພົວ​ພັນ​ຢ່າງ​ໃກ້​ຊິດ​ກັບ​ການ​ຕິດ​ຕາມ​ສິ້ງ​ຊອມ​ເບິ່ງ​ການ​ຂະ​ຫຍາຍ​ໂຕ​ຢ່າງວ່ອງ​ໄວ​ຂອງ​ໂຄງ​ການ​ນິວ​ເຄ​ລຍ​ອີ​ຣ່ານ​ໄດ້​ຊັ່ງ​ຊາ​ວ່າ​ເຕ​ຫະ​ຣ່ານ​ຍັງ​ສືບ​ຕໍ່​ເກືອບ​ວ່າ​ເຖິງ​ຂັ້ນ​ຜະ​ລິດ​ອາ​ວຸດ​ນິວ​ເຄ​ລຍ​ໄດ້​ແລ້ວ ແຕ່​ແນວ​ໃດ​ກໍ​ຕາມ​ພວກ​ເຂົາ​ເຈົ້າ​ໄດ້​ລະ​ມັດ​ລະ​ວັງ​ຍ້ອນ​ຍັງ​ມີ​ເຫດ​ຜົນ​ຫຼາຍ​ຢ່າງ​ທີ່​ພາ​ໃຫ້​ເປັນ​ຫ່ວງ.

ການ​ສະ​ຫລຸບ ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ລາຍ​ງານ​ທີ່​ຖືກ​ເປີດ​ເຜີຍ​ໃນ​ວັນ​ຈັນ​ຜ່ານ​ມາ ໂດຍ​ຫ້ອງ​ການ​ຜູ້​ອຳ​ນວຍ​ການ​ສືບ​ລັບ​ແຫ່ງ​ຊາດ ແມ່ນ​ສອດ​ຄ່ອງ​ກັບ​ຄຳ​ຖະ​ແຫຼງ​ຢ່າງ​ເປັນ​ການ​ເປີດ​ເຜີຍ​ໂດຍ​ຫົວ​ໜ້າ​ອົງ​ການ​ສືບ​ລັບ​ແລະ​ເຈົ້າ​ໜ້າ​ທີ່​ທະ​ຫານ​ຂອງ​ສະ​ຫະ​ລັດ ຊຶ່ງ​ທັງ​ໝົດ​ຕ່າງ​ກໍ​ໄດ້​ເຕືອນ​ວ່າ ມັນ​ຈະ​ໃຊ້​ເວ​ລາ​ອີກ​ບໍ່​ດົນ​ສຳ​ລັບ​ໂຄງ​ການ​ນິວ​ເຄ​ລຍ​ຂອງ​ອີ​ຣ່ານ ທີ່​ຈະ​ສາ​ມາດ ​ຜະ​ລິດ​ອາ​ວຸດ​ໄດ້ ຖ້າ​ຫາກ​ມີ​ການ​ຕັດ​ສິນ​ໃຈ​ກ່ຽວ​ກັບ​ເລື້ອງ​ດັ່ງ​ກ່າວ.

ລາຍ​ງານ ​ຂອງຫ້ອງ​ການ​ຜູ້​ອຳ​ນວຍ​ການ​ສືບ​ລັບ​ແຫ່ງ​ຊາດ ​ຫຼື ODNI ​ກ່າວ​ວ່າ “ອີ​ຣ່ານ ຍັງ​ບໍ່​ໄດ້​ດຳ​ເນີນ​ການ​ ໃນ​ເວ​ລານີ້​ເທື່ອ ກ່ຽວ​ກັບ​ກິດ​ຈະ​ກຳ​ທີ່​ສຳ​ຄັນ​ ໃນ​ດ້ານການ​ພັດ​ທະ​ນາອາ​ວຸດ ທີ່​ມີ​ຄວາມ​ຈຳ​ເປັນ​ເພື່ອ​ຜະ​ລິດ​ກົນ​ໄກ​ນິວ​ເຄ​ລຍ​ທີ່​ສາ​ມາດ​ທົດ​ລອງ​ໄດ້.”

ແຕ່​ລາຍ​ງານ​ກໍ​ໃຫ້​ຂໍ້​ສັງ​ເກດ​ວ່າ ອີ​ຣ່ານ “ພວມ​ເລັ່ງ​ລັດ​ ໃນ​ການ​ຂະ​ຫຍາຍ ​ໂຄງ​ການ​ນິວ​ເຄ​ລຍ… ແລະ​ດຳ​ເນີນ​ກິດ​ຈະ​ກຳ​ກ່ຽວ​ກັບການ​ຄົ້ນ​ຄວ້າ ​ແລະ​ພັດ​ທະ​ນາ ທີ່​ອາດ​ຈະ​ເຮັດ​ໃຫ້​ອີ​ຣ່ານ​ຍັບ​ໃກ້​ເຂົ້າ​ສູ່​ການ​ຜະ​ລິດວັດ​ສະ​ດຸ​ຟິ​ສ​ຊາຍທີ່​ມີ​ຄວາມ​ຈຳ​ເປັນສຳ​ລັບການ​ສ້າງ​ກົນ​ໄກ​ນິວ​ເຄ​ລຍ​ຫຼັງ​ຈາກ​ໄດ້​ມີ​ການ​ຕັດ​ສິນ​ໃຈ​ແລ້ວ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG