ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍັງບໍ່ພົບເຫັນຮ່ອງຮອຍໃດໆ ຂອງເຮືອບິນມາເລເຊຍ ເທື່ອ (ສະໄລດ໌/ວີດີໂອ)


ລມຕ ປ້ອງກັນປະເທດ ມາເລເຊຍ ທ່ານ Hishammuddin Hussein
ລມຕ ປ້ອງກັນປະເທດ ມາເລເຊຍ ທ່ານ Hishammuddin Hussein
ລັດຖະມົນຕີກະຊວງປ້ອງກັນປະເທດມາເລເຊຍກ່າວວ່າ ບໍ່ໄດ້ພົບ
ເຫັນຮ່ອງຮອຍ ຊາກຫັກພັງ ຂອງເຮືອບິນໂດຍສານມາເລເຊຍ ທີ່
ຫາຍສາບສູນໄປຢູ່ໃນບໍລິເວນຊອກຄົ້ນຫາໃໝ່ ທີ່ຢູ່ນອກແຄມຝັ່ງ
ທາງກ້ຳເວັນຕົກຂອງອອສເຕຣເລຍນັ້ນ ແຕ່ປະການໃດ.

ລັດຖະມົນຕີປ້ອງກັນປະເທດ Hishamuddin Hussein ກ່າວຕໍ່
ກອງປະຊຸມຖະແຫລງຂ່າວ ໃນວັນເສົາ ມື້ນີ້ວ່າ ທ່ານໄດ້ພົບພໍ້ກັບ
ສ່ວນ ນຶ່ງຂອງບັນດາຄອບຄົວຜູ້ໂດຍສານທີ່ເດີນທາງໄປນຳເຮືອ
ບິນລຳດັ່ງກ່າວ ແຕ່ບໍ່ສາມາດ ໃຫ້ຂໍ້ມູນໃໝ່ ແກ່ພວກເຂົາເຈົ້າໄດ້
ກ່ຽວກັບວັດຖຸທີ່ແນມເຫັນຟູຢູ່ເທິງໜ້ານ້ຳທະເລໃນບໍລິເວນຊອກ
ຄົ້ນຫາໃໝ່ປະມານ 1,850 ຫຼັກກິໂລແມັດຫ່າງຈາກເມືອງ Perth
ຂອງອອສເຕຣເລຍໄປທາງກ້ຳຕາເວັນຕົກນັ້ນ.

ອົງການຄຸ້ມຄອງຄວາມປອດໄພໃນການເດີນເຮືອທາງທະເລຂອງອອສເຕຣເລຍ ຫຼື AMSA ກ່າວວ່າ ເຮືອບິນສັງເກດການ Orion ລຳນຶ່ງໄດ້ສົ່ງຮູບພາບວັດຖຸທີ່ລອຍຢູ່ເທິງໜ້ານ້ຳທະເລ ໄປໃຫ້ ໃນມື້ວັນສຸກວານນີ້ ແລະເວລານີ້ພວມມີການ ຊັ່ງຊາຕີລາຄາເບິ່ງຢູ່. ອົງການ AMSA ກ່າວຕື່ມວ່າ ກຳປັ່ນຂອງທາງການຈີນລຳນຶ່ງ ທີ່ຢູ່ໃນບໍລິເວນດັ່ງກ່າວຈະໄປຮອດແລະເກັບກູ້ ເອົາວັດຖຸດັ່ງກ່າວ ໃນວັນເສົາມື້ນີ້.

ການຊອກຄົ້ນຫາເຮືອບິນອາຍພົ່ນໂດຍສານມາເລເຊຍທີ່ຫາຍສາບສູນໄປນັ້ນ ໄດ້ຍ້າຍຂຶ້ນ ໄປທາງທິດຕາເວັນອອກສຽງເໜືອຂອງມະຫາສະມຸດອິນເດຍ 1,000 ກວ່າຫລັກກິໂລແມັດ ໃນມື້ວັນສຸກວານນີ້ ຫລັງຈາກເຈົ້າໜ້າທີ່ສືບສວນໄດ້ລົງຄວາມເຫັນວ່າ ເຮືອບິນໄດ້ເດີນທາງ ຢ່າງວ່ອງໄວ ແລະໃຊ້ເຊື້ອໄຟຫຼາຍຂຶ້ນ ກວ່າທີ່ໄດ້ຄາດຄະເນກັນໄວ້ກ່ອນໜ້ານີ້ ຊຶ່ງເຮັດໃຫ້ ໄລຍະທາງຂອງການບິນຫຼຸດລົງ.
MALAYSIA PLANE CNPK
please wait
Embed

No media source currently available

0:00 0:01:27 0:00
XS
SM
MD
LG