ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບໍ່ເຫັນຮ່ອງຮອຍໃດໆ ຂອງທ່ານກິມຈົງອຸລ ໃນວັນຄົບຮອບ ທີ່ສຳຄັນ


ທ່ານ Kim Jong Un ຜູ້ນຳເກົາຫຼີເໜືອ
ທ່ານ Kim Jong Un ຜູ້ນຳເກົາຫຼີເໜືອ

ຄວາມ​ສົງ​ໄສ​ກ່ຽວ​ກັບ​ສຸກຂະພາບ​ແລະ​ສະພາບ​ການ​ດ້ານ​ການ​
ເມືອງຂອງ​ທ່ານ Kim Jong Un ​ໄດ້​ເພີ້​ມທະວີ​ຂຶ້ນ​ໃນ​ວັນ​ສຸກ
​ມື້​ນີ້ ຂະນະ​ທີ່​ຜູ້ນຳ​ເກົາຫຼີ​ເໜືອ​ຍັງ​ຄົງ​ຫາຍ​ໜ້າ​ຫາຍ​ຕາ​ໄປ​ຈາກ​
ປະຊາຊົນ ກ່ຽວ​ກັບ​ວັນ​ຄອບ​ຮອບ​ປີ​ທີ່​ສຳຄັນ​ສຳລັບ​ປະ​ເທດ​
ຄອມ​ມິ​ວນິດ​ທີ່ຢູ່​ຢ່າງ​ລັບໆ​ນັ້ນ.

ທ່ານ​ກິມຈົງ​ອຸນ ​ໄວ 31 ປີ ບໍ່​ໄດ້​ອອກ​ມາ​ປາກົດ​ໂຕ​ໃຫ້​ປະຊາຊົນ​ເຫັນນັບ​ຕັ້ງ​ແຕ່​ທ່ານ​ໄດ້​ໄປ​ຮ່ວມ​ຊົມ​ການ​ສະ​ແດງ concert ໃນ​ວັນ​ທີ 3ກັນຍາ​ຜ່າ​ນມາ ຊຶ່ງ​ໄດ້​ກະ​ຕຸ້ນໃຫ້​ມີ​ການ​ຄາດ​ຄິດ​ກັນວ່າ ທ່ານ​ກຳລັງ​ປະ​ເຊີນ​ກັບ​ບັນຫາ​ດ້ານ​ສຸກຂະ​ພາຍ​ທີ່​ຮ້າຍ​ແຮງຫຼື​ ຖືກ​ປ່ຽນ​ຕໍ່າ​ແໜ່​ງ
ໃນ​ການ​ກໍ່​ລັດຖະປະຫານ.

ສື່​ມວນ​ຊົນ​ແຫ່ງ​ລັດ ຊຶ່ງ​ຕາມ​ທຳ​ມະ​ດາ​ແມ່ນ​ແຈ້ງ​ໃຫ້​ຮູ້​ເກືອບ​ວ່າ​ທຸກໆ​ມື້ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ຜູ້ນຳ​ເກົາ​ຫຼື​ເໜືອ​ນັ້ນໄດ້ແຈ້ງ​ຮ່ອງຮອຍ​ໃຫ້​ຊາບ​ພຽງ​ໜ້ອຍ​ດຽວ ນອກຈາກ​ກ່າວ​ເຖິງ​ໃນ​ເວລາ​ຜ່ານ​ມາ​ນີ້​ວ່າ ທ່ານ​ກຳລັງ “​ບໍ່​ສະບາຍ” ​ເທົ່ານັ້ນ.

ບັນດານັກວິເຄາະຄາດວ່າ ຈະໄດ້ເຫັນຮ່ອງຮອຍທີ່ສຳຄັນໃນວັນສຸກມື້ນີ້ ຊຶ່ງເປັນວັນຄົບ
ຮອບປີທີ 69 ແຫ່ງການກໍ່ຕັ້ງພັກແຮງງານເກົາຫຼີ ທີ່ກຳລັງປົກຄອງປະເທດໃນປັດຈຸບັນ.
ໃນ 2 ປີທີ່ຜ່ານມາ ທ່ານກິມໄດ້ສະຫຼອງວັນຄົບຮອບປີດັ່ງກ່າວ ດ້ວຍການໄປຢ້ຽມສຸສານ ຂອງມື້ລາງບິດາຂອງທ່ານ ຄື ທ່ານກິມຈົງອີລ ແລະມື້ລາງພໍ່ປູ່ ຄື ທ່ານກິມ ອີລ ຊຸງ​ໃນ​ຕອນ​ທ່ຽງ​ຄືນ.

ແຕ່ໃນປີນີ້ ຊື່ຂອງທ່ານກິມຈົງອຸນບໍ່ໄດ້ປາກົດ ຢູ່ໃນບັນຊີລາຍຊື່ຂອງແຂກຜູ້ມີກຽດ ທີ່ທຳ
ການຢ້ຽມຢາມປະຈຳປີ ທີ່ສຸສານດັ່ງກ່າວ. ລາຍຊື່ທີ່ສູນກາງຂ່າວເກົາຫຼີເໜືອພິມເຜີຍແຜ່ນັ້ນ
ເວົ້າແຕ່ວ່າ ກະຕ່າດອກໄມ້ທີ່ຕິດຊື່ທ່ານກິມ ໄດ້ຖືກວາງໄວ້ທີ່ສຸສານດັ່ງກ່າວ.

nokorkim10october14
please wait
Embed

No media source currently available

0:00 0:00:21 0:00

ໃນວັນສຸກມື້ນີ້ ລັດຖະບານເກົາຫຼີໃຕ້ຢືນຢັດວ່າ ທ່ານກິມ ປາກົດວ່າ “ຍັງປົກຄອງປະເທດ
ຕາມປົກກະຕິຢູ່”
. ໂຄສົກປະຈຳກະຊວງທ້ອນໂຮມເກົາຫຼີ ທ່ານ Lim Byong-cheol ກ່າວເຊັ່ນກັນວ່າ ລັດຖະບານໂຊລບໍ່ມີຂ່າວຄາວໃດໆທີ່ສາມາດຢືນຢັນໄດ້ ກ່ຽວກັບສຸຂະ
ພາບຂອງທ່ານກິມ.

XS
SM
MD
LG