ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ທ​ຣຳ ແລະ​ບັນ​ດາ​ຜູ້​ນຳ​ ພັກ​ເດ​ໂມ​ແຄ​ຮັດ ບໍ່​ມີຮ່ອງ​ຮອຍ ​​ໃນການ​ປະ​ນີ​ປະ​ນອມ


​​ຜູ້​ນຳສ​ຽງ​ສ່ວນ​ນ້ອຍ ​ໃນ​ສະ​ພາ​ສູງ​ ທ່ານ​ຊັກ ຊູ​ເມີ​ຣ ແລະປະທານສະ​ພາ​ຕ່ຳ ​ທ່ານ​ນາງ​ແນນ​ຊີ ເພໂລ​ຊີ ພ້ອ​ມ​ດ້ວຍ ​ປະ​ທາ​ນາ​ທິ​ບໍ​ດີ ​ດໍ​ໂນ​ລ​ທ​ຣ​ຳ.
​​ຜູ້​ນຳສ​ຽງ​ສ່ວນ​ນ້ອຍ ​ໃນ​ສະ​ພາ​ສູງ​ ທ່ານ​ຊັກ ຊູ​ເມີ​ຣ ແລະປະທານສະ​ພາ​ຕ່ຳ ​ທ່ານ​ນາງ​ແນນ​ຊີ ເພໂລ​ຊີ ພ້ອ​ມ​ດ້ວຍ ​ປະ​ທາ​ນາ​ທິ​ບໍ​ດີ ​ດໍ​ໂນ​ລ​ທ​ຣ​ຳ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ແລະ​ບັນ​ດາ​ຜູ້​ນຳ​ພັກ​ເດ​ໂມ​ແຄ​ຣັດ ​ໃນ
ລັດ​ຖະ​ສະ​ພາ​ ໄດ້ສະ​ແດງ​ໃຫ້​ເຫັນຢ່າງ​ຈະ​ແຈ້ງ​ ​ໃນ​ວັນ​ອັງ​ຄານ​ວານ​ນີ້ ຢູ່ໃນ ​ຄ​ຳ​ປາ​ໄສ
ທາງ​ໂທ​ລະ​ພາບ​ ທີ່​ມີ​ການ​ຖ່າຍ​ທອດ​ທົ່ວ​ປະ​ເທດ ໂດຍ​ເວົ້າວ່າ ໃນ​ຂະ​ນະ​ທີ່​ແຕ່​ລະ​ຝ່າ
ຕ່າງ​ກໍ​ໃຫ້​ການ​ສະ​ໜັບ​ສະ​ໜູນ ຕໍ່​ການ​ຮັກ​ສາ​ຄວາມ​ປອດ​ໄພເຂດຊາຍ​ແດນ ​ແຕ່​ພວກ
​ທ່ານ​ຍັງ​ຢູ່​ຫ່າງ​ໄກ​ກັນ​ຫຼາຍ ທັງ​ໃນ​ເລື້ອງ​ຂອບ​ເຂດ​ແລະ ລາ​ຄາ ທີ່ມ​າດ​ຕະ​ການ​ເຫລົ່າ
​ນັ້ນ​ຄວນ​ຈ​ະ​ເປັນ.

ການປະ​ເຊີນ​ໜ້​າດັ່​ງ​ກາວ ໄດ້​ປິດ​ນຶ່ງ​ສ່ວນ​ສີ່​ຂອງ​ລັດ​ຖະ​ບານ​ກາງລົງ ນັບ​ແຕ່​ວັນ​ທີ 22
ກັນ​ຍາ ຜ່ານ​ມາ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ກ່າວ​ຢູ່​ໃນ​ຄຳ​ປາ​ໄສ​ຕໍ່​ປະ​ເທດ​ຊາດ ຈາກ​ທຳ​ນຽບ​ຂາວ​ວ່າ ຂຶ້ນ
​ຢູ່​ກັບ​ພັກ​ເດ​ໂມ​ແຄ​ຣັດ​ທີ່​ຈະ “ຮັບຜ່ານ​ຮ່າງ​ງົບ​ປະ​ມານການໃຊ້​ຈ່າຍ​ເພື່ອ​ປ້ອງ​ກັນ​ຊາຍ
​ແດນ​ຂອງ​ພວກ​ເຮົາ ແລະ​ເປີດ​ລັດ​ຖະ​ບານຄືນ​ໃໝ່.” ທ່ານ​ໄດ້​ສະ​ເໜີ​ແນະ​ວ່າ ບັນ​ຫາ
ດັ່ງ​ກ່າວ​ສາ​ມາດ​ແກ້​ໄຂ​ໄດ້​ ຢ່າງວອງ​ໄວ ຢູ່​ໃນກອງ​ປະ​ຊຸມ ແລະ​ທ່ານ​ໄດ້​ເຊີນ​ບັນ​ດາ​ຜູ້​
ນຳ​ຢູ່​ໃນລັດ​ຖະສະ​ພາ​ໄປ​ສົນ​ທະ​ນາຫາ​ລືໃນ​ວັນ​ພຸດ​ມື້​ນີ້.

ໃນ​ການຖະ​ແຫຼງຕອບ​ຮ່ວມ​ກັນ​ຕໍ່​ຄຳ​ປາ​ໄສ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ນັ້ນ ​ປະ​ທານສະ​
ພາ​ຕ່ຳ ​ທ່ານ​ນາງ​ແນນ​ຊີ ເພໂລ​ຊີ ແລະ​ຜູ້​ນຳສ​ຽງ​ສ່ວນ​ນ້ອຍ ​ໃນ​ສະ​ພາ​ສູງ​ ທ່ານ​ຊັກ
ຊູ​ເມີ​ຣ ໄດ້​ຊີ້​ໃຫ້​ເຫັນ ຮ່າງ​ກົດ​ໝາຍ​ການ​ໃຊ້​ຈ່າຍ​ຈໍ​ານວນ​ນຶ່ງ​ ​ທີ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​
ໄດ້​ຮັບ​ຜ່ານ​ໄປ​ແລ້​ວ​ນັ້ນ​ວ່າ ​ຈະ​ເປີດ​ລັດ​ຖະ​ບານ​ຄືນ​ໃໝ່ ແລະກໍ ໃຫ້​ເງິນ​ ໃນ​ການ​ຮັກ
​ສາ​ຊາຍ​ແດນ. ເຂົາ​ເຈົ້າ​ກ່າວ​ວ່າ ​ການ​ປິດ​ລັດ​ຖະ​ບານ​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ກໍ​ເພາະ​ວ່າ
ທ່ານ​ທ​ຣຳ​ປະ​ຕິ​ເສດ​ທີ່​ຈະ​ລົບ​ລ້າງ​ຄຳ​ຮຽກ​ຮ້ອງ​ຂອງ​ທ່າ​ນ ໃນ​ການ​ຂໍ​ເງິນ 5 ພັນ 7 ຮ້ອຍ
ລ້ານໂດ​ລາ ເພື່ອ​ນຳ​ໄປ​ສ້າງກຳ​ແພງ​ຢູ່​ຊາຍ​ແດນ ສະ​ຫະ​ລັດ ຕິດກັບເມັກ​ຊິ​ໂກ ທີ່​ເຂົາ
​ເຈົ້າ​ກ່າວ​ວ່າ​ ມີ​ລາ​ຄາແພງ ແລະ​ບໍ່​ໄດ້​ຜົນ.

ຢູ່​ໃນ​ຄຳ​ປາ​ໄສ​ຂອງ​ປະ​ທາ​ນາ​ທິບໍດີ​ນັ້ນ ທ່ານ​ທ​ຣຳ​ໄດ້ຊອກ​ຫາ​ເຫດ​ຜົນ ​ເພື່ອ​ມາ​ໂຕ້​
ແຍ້ງວ່າ ການ​ບໍ່​ມີກຳແພງ​ນັ້ນ ເຮັດ​ໃຫ້​ສະ​ຫະ​ລັດຕົກ​ຢູ່​ໃນ​ຄວາມສ່ຽງ​ຕໍ່​ການ​ເປັນ​ຜູ້​
ເຄາະ​ຮ້າຍ​ຂອງ​ຄວາມ​ຮຸນ​ແຮງ ຈາກ​ນ້ຳ​ມື​ຂອງ​ພວກຄົນ ທີ່ເຂົ້າ​ມາ​ໃນປ​ະ​ເທດ​ຢ່າງ​ຜິດ
​ກົດ​ໝາຍ ແລະ​ເປັນອັນ​ຕະ​ລາຍ​ແກ່ພວກ​ເຂົາ​ເຈົ້າ​ໂດຍປ່ອຍ​ໃຫ້​ຢາ​ເສບ​ຕິດເປັນ​ຈຳ​
ນວນ​ຢ່າງ​ຫຼວງ​ຫຼາຍ ​ຂ້າມ​ຊາຍ​ແດນເຂົ້າ​ມາ.

President Trump Addresses Nation About Southern Border
please wait

No media source currently available

0:00 0:09:33 0:00

​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ກ່າວ​ວ່າ “ຫຼາຍ​ປີ​ທີ່​ຜ່ານ​ມາ ຊາວ​ອາ​ເມ​ຣິ​ກັນ​ຫຼາຍ​ພັນ​ຄົນ​ໄດ້​ຖືກ
​ສັງ​ຫານ​ຢ່າງ​ທາ​ລຸນ​ໂດຍ​ພວກ​ທີ່​ເຂົ້າ​ມາ​ໃນ​ປະ​ເທດ​ຂອງ​ພວກເຮົາຢ່າງ​ຜິດ​ກົດ​ໝາຍ
ແລະ​ຊີ​ວິດ​ຂອງ​ອີກຫຼາຍ​ພັນ​ຄົນຈະ​ສູນ​ເສຍ​ໄປ ຖ້​າ​ຫາກ​ພວກ​ເຮົາ​ບໍ່​ປະ​ຕິ​ບັດ​ແຕ່​ດຽວ​
ນີ້. ນີ້​ແມ່ນ​ວິ​ກິດ​ການ​ມະ​ນຸດ​ສະ​ທຳ ວິ​ກິດ​ການຂອງ​ຈິດ​ໃຈ ແລະ​ວິ​ກິດ​ການ​ຂອງ
​ວິນ​ຍານ.”

ທ່ານ​ກ່າ​ວ​ວ່າອີກຫຼາຍ​ຮ້ອຍ​ຄົນໄດ້​ເສຍ​ຊີ​ວິດໃນ​ແຕ່​ລະ​ປີ ​ຍ້ອນ​ຢາ​ເສບ​ຕິດ ໂດຍ​ສະ
​ເພາະ​ເຮ​ໂຣ​ອິນ ສ່ວນ​ໃຫຍ່ ທ່ານ​ກ່າວ​ວ່າ ເຂົ້​ມາ​ໃນ​ສະ​ຫະ​ລັດ​ຜ່ານ​ທາງ​ຊາຍ​ແດນ​
ພາກ​ໃຕ້.

Pelosi, Schumer Respond to Trump Address on Border Security
please wait

No media source currently available

0:00 0:04:50 0:00

​ລາຍ​ງານ​ຂອງ​ເດືອນ​ຕຸ​ລາ 2018 ໂດຍ​ອົງ​ການ​ຄວບ​ຄຸມ​ຢາ​ເສບ​ຕິດ​ສະ​ຫະ​ລັດ ໄດ້
​ໃຫ້​ລາຍ​ລະ​ອຽດກ່ຽວ​ກັບ​ຢາ​ເສບ​ຕິດ​ ແລະ​ແຫຼ່ງ​ທີ່​ມາ​ຂອງ​ຢາ​ເສບ​ຕິດ​ຕ່າງໆ ຮວມ​ທັງ
​ສິ່ງ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ໄດ້​ກ່າວເຖິງໃນ​ວັນ​ອັງ​ຄານ​ວານ​ນີ້ ນັ້ນ​ກໍ​ຄືເຮ​ໂຣ​ອິນ ເຟັນ
​ຕາ​ນິ​ລ ຢາ​ບ້າ ແລະ​ໂຄ​ເຄນ. ໃນ​ແຕ່​ລະ​ກໍ​ລະ​ນີ ລາຍ​ງານ​ກ່າວ​ວ່າ​ ​ສ່ວນ​ໃຫຍ່​ຂອງ
​ຢາແມ່ນ​ຜ່ານ​ເຂົ້າ​ມາ​ຕາມ​ດ່ານກວດ​ຕ່າງໆທີ່​ມີ​ຢູ່​ແລ້ວ​ ສ່ວນ​ໃຫຍ່​ແລ້ວ​ແມ່ນ​ໂດຍ
ທາງ​ລົດ ຊຶ່ງ​ຈະ​ບໍ່​ສາ​ມາດ​ຢັບ​ຢັ້ງ​ໄດ້​ໂດຍກຳ​ແພງ​ຊາຍ​ແດນ.

Trump Demands Border Wall in Speech
please wait

No media source currently available

0:00 0:02:16 0:00

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ໄດ້​ກ່າວ​ຫາ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ວ່າ ​ບໍ່​ຮັບ​ຮູ້​ອັນ​ທີ່​ທ່ານ
​ຮ້ອງວ່າ “ວິ​ກິດ​ການ” ຢູ່​ຊາຍ​ແດນ ແລະ​ກ່າວ​ວ່າ​ ເຂົາ​ເຈົ້​າ​ປະ​ຕິ​ເສດຕໍ່​ການໃຫ້
ທຶນສະ​ໜັບ​ສະ​ໜູນ​ທຶນ ​ແກ່​ຄວາມ​ປອດ​ໄພຊາຍ​ແດນ ແລະ​ອັນ​ທີ່​ທ່ານ​ຮ້ອງວ່າກຳ
​ແພງ​ “ທີ່​ສົມ​ເຫດສົມ​ຜົນ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG