ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ບໍ່ມີຮ່ອງຮອຍ ຊາວປະມົງ 52 ຄົນທີ່ຫາຍສາບສູນ ຢູ່ໃນທະເລ Bering


SOUTH KOREA SHIP VOSOT
please wait

No media source currently available

0:00 0:01:23 0:00

ບັນດາ​ຜູ້​ກູ້​ໄພ ຍັງ​ບໍ່​ພົບ​ເຫັນ​ຮ່ອງ​ຮອຍ​ ຊາວ​ປະມົງ 52 ຄົນ ທີ່
​ຫາຍ​ສາບ​ສູນໄປ​ຫລັງ​ຈາກ ​ເຮືອ​ເກົາຫລີ​ໃຕ້ ​ໄດ້​ຫລົ້ມຢູ່​ໃນເຂດ
ນ່ານ​ນໍ້າ ​ ທີ່​ເຢັນ​ເປັນ​ນໍ້າ ກ້ອນ ໃນ ເຂດພາກ​ຕາ​ເວັນ​ຕົກ​ຂອງ​
ທະ​ເລ Bering​.

ພວກລູກ​ເຮືອ 60 ຄົນ​ ໄດ້​ຖືກ​ບັງ​ຄັບ​ໃຫ້​ໜີ​ອອກ​ຈາກ​ເຮືອ ຫລັງ
ຈາກ​ມີນ້ຳເຂົ້າ ເຮືອ​ ແລະເຮືອເລີ້ມງ່ຽງໄປທາງຂ້າງ​ ​ໃນ​ຂະນະ​ທີ່​
ເກີດ​ພາຍຸ​ໃນ​ວັນ​ຈັນວານ​ນີ້.

ບັນດາ​ເຈົ້າໜ້າ​ທີ່ ​ເກົາຫລີ​ໃຕ້ ກ່າວ​ວ່າ ​ໃນ​ວັນ​ອັງຄານມື້​ນີ້ວ່າ ​ເຮືອ​
ສີ່​ລຳ​ກຳລັງ​ຊອກ​ຫາ​ຢູ່ໃນ​ເຂດສ​ອກຫລີກ ນອກ​ຝັ່ງ​ທະ​ເລ​ກ້ຳຕາ
​ເວັນ​ອອກ​ຂອງຣັດ​ເຊຍ ໄດ້ ຖືກຂັດຂວາງຍ້ອນສະພາບອາກາດປັ່ນປ່ວນຢ່າງຮ້າຍແຮງ
ແລະ​ຄື້ນຟອງທະ​ເລ.

ມາຮອດເວລານີ້ ມີລູກ​ເຮືອພຽງ​ແຕ່ 7 ​ຄົນ​ເທົ່າ​ນັ້ນ ໄດ້ຖືກ​ຊ່ວຍ​ຊີວິດໄວ້ໄດ້​ ຊຶ່ງ​ພາໃຫ້ມີ
ຄວາມ​ຢ້ານ​ກົວ​ວ່າ ຈຳນວນ​ການ​ເສຍ​ຊີວິດ​ອາດຈະ​ສູງ​ຂື້ນ. ຊາກ​ສົບ​ນຶ່ງ​ໄດ້​ຖືກ​ພົບ​ເຫັນ​
ແລ້ວ.

ສີ່ຄົນ​ໃນ​ຈຳນວນ​ທີ່ຖືກຊ່ວຍຊີວິດ​ໄວ້ນັ້ນ ແມ່ນ​ພາກັນຢູ່​ໃນ​ເຮືອ​ຢາງຊູຊີບ ​ແລະ​ສ່ວນ​ທີ່
​ເຫລືອ​ພາກັນ​ຈ່ອງ​ຕາມຊາກຫັກພັງຂອງເຮືອທີ່ຟູຢູ່.

ພວກລູກ​ເຮືອ ແມ່ນ​ຮວມທັງຊາວ​ອິນ​ໂດ​ເນ​ເຊຍ 35 ຄົນ ຊາວ​ຟິລິບ​ປີນ 13 ຄົນ ​ຊາວ
ເກົາຫລີໃຕ້ 11 ຄົນ ​ແລະ​ຜູ້​ກວດກາຊາວຣັ​ດ​ເຊຍນຶ່ງຄົນ.

​ເຮືອ Oryong 501 ​ໄດ້ສ້າງ​ເມື່ອ 36 ປີ​ກ່ອນ ​ແລະ​ເປັນ​ເຈົ້າ​ຂອງ​ໂດຍບໍ​ລິ​ສັດ​ອຸດສາ
ຫະກຳຫາ​ປາ ​Sajo ຂອງເກົາຫລີ​ໃຕ້. ເຮືອດັ່ງກ່າວພວມທຳການຈັບປາ Pollack.

XS
SM
MD
LG