ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ປ. ດໍ​ໂນ​ລ ທ​ຣຳ ປາ​ກົດ​ວ່າ ໄດ້ຖອນ​ການ​ຂົ່ມ​ຂູ່ ທີ່​ຈະ​ປິດ​ລັດ​ຖະ​ບານ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ລະ​ຫວ່າງກອງ​ປະ​ຊຸມ​ໂຕະ​ມົນ ​ທີ່​ທຳ​ນຽບ​ຂາວ ວັນ​ທີ 18 ທັນ​ວາ 2018.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ລະ​ຫວ່າງກອງ​ປະ​ຊຸມ​ໂຕະ​ມົນ ​ທີ່​ທຳ​ນຽບ​ຂາວ ວັນ​ທີ 18 ທັນ​ວາ 2018.

ບັນ​ດາ​ຜູ້​ນຳຂອງພັກ​ຣີ​ພັບ​ບ​ລິ​ກັນແລະ​ພັກ​ເດ​ໂມ​ແຄ​ຣັດ ​ໃນ​ສະ​ພາ ພາ​ກັນ​ເຕົ້າ​ໂຮມ​ກັນ
​ເພື່ອ​ຊອກ​ຫາ​ການ​ປະ​ນີ​ປະ​ນອມ ໃນ​ຂະ​ນະ​ ທີ່​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ປາ​ກົດ​ວ່າ
​ໄດ້ຖອນ​ການ​ຂົ່ມ​ຂູ່ ​ທີ່​ຈະ​ບັງ​ຄັບ ​ໃຫ້​ມີ​ການ​ປິດລັດ​ຖະ​ບານ​ລົງ​ ໃນ​ທ້າຍ​ອາ​ທິດ​ນີ້.

ຫຼັງ​ຈາກ​ໄດ້​ກ່າວ ໃນອາ​ທິດ​ແລ້ວ​ນີ້​ວ່າ​ ທ່ານ “ພູມໃຈ” ທີ່​ຈະ​ປິດ​ບາງ​ສ່ວນ ​ຂອງ​ລັດ​ຖະ
​ບານ​ລົງ ຍ້ອນ​ການຮຽກ​ຮ້ອງຂອງ​ທ່ານ​ເພື່ອຈະສ້າງ​ກຳ​ແພງຊາຍ​ແດນ​ຊຶ່ງ ປະ​ທ​າ​ນາ​ທິ
​ບໍ​ດີ​ທ​ຣໍາ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ​ໃນ​ວັນ​ອັງ​ຄານວານນີ້ວ່​າ “ພວກ​ເຮົາ​ຈະ​ເຫັນ​ວ່າ ​ມີ​
ຫຍັງເກີດ​ຂຶ້ນ. ມັນ​ຍັງ​ໄວ​ເກີນ​ໄປ​ທີ່​ຈະ​ເວົ້າ​ໄດ້. ພວກ​ເຮົາ​ຕ້ອງ ການ​ຄວາມ​ປອດ​ໄພ​
ຊາຍ​ແດນ.

ລັດ​ຖະ​ບານ​ກາງ​ຈະ​ເລີ້​ມ​ຢຸດ​ເຊົາການ​ປະ​ຕິ​ບັດ​ງານທີ່​ບໍ່​ຈຳ​ເປັນ​ລົງໃນ​ວັນ​ສຸກ​ຈະ​ມາ
​ເຖິງ​ນີ້ ຖ້​າ​ຫາກ​ສະ​ພາ ແລະ​ທຳ​ນຽບ​ຂາວ​ບໍ່​ສາ​ມາດ​ຕົກ​ລົງ​ກັນ​ໄດ້ ​ກ່ຽວ​ກັບ​ຮ່າງ​ກົດ
​ໝາຍ​ໃຊ້​ຈ່າຍ ໃນ​ໄລ​ຍະ​ຍາວ ຫຼື​ໄລ​ຍະ​ສັ້ນ.

ພະ​ນັກ​ງານຂອງລັດ​ຖະ​ບານ​ກາງ ຫຼາ​ຍກວ່າ 800,000 ຄົນ​ ​ຈະເລີ້ມເຮັດ​ວຽກ​ໂດຍ
ບໍ່​ໄດ້​ຮັບ​ເງິນ ​ຊຶ່ງເປັນ​ສິ່ງ​ທີ່​ບໍ່​ມີ​ໃຜ​ຢາກ​ເຫັນ​ນຶ່ງ​ອາ​ທິດ​ກ່ອນ​ວັນ​ບຸນ​ຄ​ຣິ​ສ​ມັ​ສ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳຕ້ອງ​ການເງິນ 5 ​ຕື້​ໂດ​ລາ​ເພື່ອ​ເປັນ​ທຶນ​ສ້າງ​ກຳ​ແພ​ງ​ຢູ່​ຕາມ​ຊາຍ
​ແດນ​ສະ​ຫະ​ລັດ ຕິດກັ​ບ​ເມັກ​ຊິ​ໂກ​ ແຕ່​ວ່າບັນ​ດາ​ຜູ້​ນຳ​ໃນສະ​ພາ​ຕ່ຳແລະສ​ະ​ພາ​ສູງ
ຂອງພັກ​ເດ​ໂມ​ແຄ​ຣັດ ໄດ້ປະ​ຕິ​ເສດກ່ຽວ​ກັບ​ເລື້ອງນີ້.

ໃນ​ວັນ​ອັງ​ຄານ​ວານນີ້ ຜູ້​ນຳ​ສຽງ​ສ່ວນ​ຫຼ​າຍ​ໃນ​ສະ​ພາ​ສູງພັກ​ຣີ​ພັບ​ບ​ລິ​ກັນ ທ່ານ​ມິດ​ຈ໌
ແມັກ​ຄອນ​ແນ​ລ ໄດ້​ສະ​ເໜີ​ເງິນ 1.6 ຕື້​ໂດ​ລາ​ເພື່ອ​ສ້າງ​ກຳ​ແພງ ​ຊຶ່ງ​ເປັນ ເງິນ​ທີ່​ໄດ້
​ເຫັນ​ພ້ອມ​ນຳ​ກັນແລ້ວ ໃນ​ຮ່າງ​ກົດ​ໝາຍສຳ​ລັບ​ກະ​ຊວງ​ປ້ອງ​ກັນຄວາມ​ສະ​ຫງົບ​ພາຍ
​ໃນ​ຂອງ​ສອງ​ພັກ ແລະ​ເພີ້ມ​ອີກ 1 ຕື້​ໂດ​ລາ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ ສາ​ມາດ​ໃຊ້​ໃນ​ການ
​ສ້າງ​ກຳ​ແພງ.

ທ່ານມິດຈ໌ ແມັກ​ຄອ​ນ​ແນ​ລ ສະ​ມາ​ຊິກ​ຜູ້​ນຳ​ສະ​ພາ​ສູງ​ຈາ​ກ​ລັດ ເຄັນ​ຕັກ​ກີ (ກາງ) ​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ວັນ​ທີ 18 ທັນ​ວາ 2018.
ທ່ານມິດຈ໌ ແມັກ​ຄອ​ນ​ແນ​ລ ສະ​ມາ​ຊິກ​ຜູ້​ນຳ​ສະ​ພາ​ສູງ​ຈາ​ກ​ລັດ ເຄັນ​ຕັກ​ກີ (ກາງ) ​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ວັນ​ທີ 18 ທັນ​ວາ 2018.

ທ່ານແມັກ​ຄອ​ນ​ແນ​ລ ຮ້ອງ​ການ​ສະ​ເໜີ​ນັ້ນ​ວ່າ “ສົມເຫດ​ສົມ​ຜົນ” ​ແຕ່ບັນ​ດາ​ຜູ້​ນຳ​ພັກ
​ເດ​ໂມ​ແຄ​ຣັດ​ກ່າວ​ວ່າ ບໍ່​ໄດ້.

ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ຜູ້​ນຳພັກ​ເດ​ໂມ​ແຄ​ຣັດ​ໃນ​ສະ​ພາ​ຕ່ຳ ກ່າວ​ວ່າ ທ່ານຊັກ ຊູ​ເມີ​ຣ
ຜູ້​ນຳ​ພັ​ກ​ເດ​ໂມ​ແຄ​ຣັດ​ໃນ​ສະ​ພາ​ສູງແລະ​ຂ້າ​ພະ​ເຈົ້າ​ກ່າວ​ວ່າ ພວກ​ເຮົາ​ບໍ່​ສາ​ມາດ​ສະ​ໜັບ
​ສະ​ໜູນ​ຂໍ້​ສະ​ເໜີ​ທີ່​ເຂົາ​ເຈົ້າ​ໄດ້​ໃຫ້​ມາ​ນຶ່ງ​ພັນ​ລ້ານ​ໂດ​ລາ​ທີ່​ເປັນ​ທຶນເພື່ອ​ມິດ​ງຽບ​ສຳ​ລັບ
ປະ​ທາ​ນາ​ທິ​ບໍ​ດີ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດນະ​ໂຍ​ບາຍ​ຄົນ​ເຂົ້າ​ເມືອງ​ຜິດ​ພາດ.”

ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ຜູ້​ນຳພັກ​ເດ​ໂມ​ແຄ​ຣັດ​ໃນ​ສະ​ພາ​ຕ່ຳ (ຊ້າຍ) ແລະທ່ານຊັກ ຊູ​ເມີ​ຣ ຜູ້​ນຳ​ພັ​ກ​ເດ​ໂມ​ແຄ​ຣັດ​ໃນ​ສະ​ພາ​ສູງສຽງ​ສ່ວນ​ນ້ອຍ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ວັນ​ທີ 11 ທັນ​ວາ 2018.
ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ຜູ້​ນຳພັກ​ເດ​ໂມ​ແຄ​ຣັດ​ໃນ​ສະ​ພາ​ຕ່ຳ (ຊ້າຍ) ແລະທ່ານຊັກ ຊູ​ເມີ​ຣ ຜູ້​ນຳ​ພັ​ກ​ເດ​ໂມ​ແຄ​ຣັດ​ໃນ​ສະ​ພາ​ສູງສຽງ​ສ່ວນ​ນ້ອຍ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ວັນ​ທີ 11 ທັນ​ວາ 2018.

ໃນ​ຂະ​ນະ​ດຽວ​ກັນ​ໂຄ​ສົກ​ທຳ​ນຽບ​ຂາວ ທ່ານ​ນາງ​ຊາ​ຣາ​ຣ ແຊນ​ເດີ​ຣ​ສ໌ ກ່າວ​ວ່າມີ
​“ທາງ​ອື່ນ” ທີ່ຈະໄດ້ເງິນມາ​ໃຊ້ ສຳ​ລັບ​ການ​ສ້າງ​ກຳ​ແພງ​ທາງ​ຊາຍ​ແດນພາກ
ໃຕ້.

“ມີ​ແຫລ່ງທຶນ​ທີ່ແຕກ​ຕ່າງ​ຫຼາຍ​ບ່ອນ​ຢ່າງແນ່ນອນທີ່​ພວກ​ເຮົາ​ໄດ້​ລະ​ບຸ​ວ່າ ພວກ ເຮົາ
​ສາ​ມາດ​ໃຊ້​ໄດ້ ​ພວກ​ເຮົາ​ສາ​ມາດ​ນຳ​ເອົາ​ເງິນ​ມາ​ໃຊ້​ໄດ້ ​ຈາກ​ສອງ​ແຫຼ່ງທີ່​ຈະ​ຜ່ານ
ຄະ​ນະ​ກຳ​ມະ​ການຂອງສະ​ພາ ຊຶ່ງຈະ​ຊ່ວຍ​ພວກ​ເຮົາ​ໃຫ້​ໄດ້ 5 ຕື້​ໂດ​ລາ ທີ່​ປະ​ທາ​ນາ
​ທິ​ບໍ​ດີ​ຕ້ອງ​ການ ​ເພື່ອ​ປ້ອງ​ກັນ​ຊາຍ​ແດນ​ຂອງ​ພວກ​ເຮົາ.” ນັ້ນ​ຄື​ຄຳ​ເວົ້າຂອງ​ທ່ານ
ນ​າງແຊນ​ເດີ​ຣ​ສ໌ ໄດ້​ກ່າວຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ​ໃນ​ວັນ​ອັງ​ຄານ​ວານນີ້.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG