ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການບໍ່​ລົງ​ລອຍ​ກັນ ກ່ຽວ​ກັບ​ເລື້ອງ ງົບປະມານ ອາດກົດດັນ ໃຫ້ປິດລັດຖະບານ ເປັນບາງສ່ວນ


ລັດຖະສະພາ ຫຼື Capitol ໃນຍາມລາຕີ ຢູ່ທີ່ນະຄອນຫຼວງ ວໍຊິງຕັນ ຂອງສຫະລັດ, ເມື່ອວັນຈັນ ທີ 17 ທັນວາ 2018.
ລັດຖະສະພາ ຫຼື Capitol ໃນຍາມລາຕີ ຢູ່ທີ່ນະຄອນຫຼວງ ວໍຊິງຕັນ ຂອງສຫະລັດ, ເມື່ອວັນຈັນ ທີ 17 ທັນວາ 2018.

ບໍ່ມີຮ່ອງ​ຮອຍ ​ທີ່​ສະ​ແດງໃຫ້ເຫັນເຖິງຄວາມກ້າວໜ້າ ຕໍ່ມະຫາຊົນ ແຕ່ຢ່າງໃດເລີຍ ໃນ
ການແກ້ໄຂສະ​ພາບ​ການ​ບໍ່​ໄປ​ບໍ່​ມາ ກ່ຽວກັບ ງົບປະມານ​ ການໃຊ້ຈ່າຍຂອງລັດຖະບານ
ສະຫະລັດ ຊຶ່ງອາດນຳ​ໄປ​ສູ່ການປິດອົງການລັດຖະບານຕ່າງໆບາງສ່ວນ ໃນ​ເວ​ລາ
​ທ່ຽງ​ຄືນຂອງວັນສຸກ ຈະມາເຖິງນີ້.

ຢູ່ໃນໃຈກາງຂອງຄວາມຂັດແຍ້ງ ກໍແມ່ວ່າ ປະທານາທິບໍດີ ດໍໂນລ ທຣຳ ຢືນຢັດວ່າ
ລັດຖະສະພາ ຈະຕ້ອງຮັບຮອງ ເງິນໃຊ້ຈ່າຍ 5 ຕື້ໂດລາ ສຳລັບຄວາມ ຕ້ອງການ
ຢາກຈະສ້າງກຳແພງ ຢູ່ເລາະຊາຍແດນ ລະຫວ່າງ ສະຫະລັດ ແລະ ເມັກຊິໂກ.
ສ່ວນບັນດາສະມາຊິກພັກເດໂມແຄຣັດ ແລະສະມາຊິກພັກຣີພັບບລີກັນ ຈຳນວນນຶ່ງ
ກໍໄດ້ຄັດຄ້ານຕໍ່ແຜນການດັ່ງກ່າວ ແລະ ບັນດາຜູ້ນຳພັກເດໂມແຄຣັດ ໄດ້ສະເໜີໃຫ້
ເງິນ 1 ພັນ 3 ຮ້ອຍລ້ານໂດລາ ເພື່ອຮັກສາຄວາມ ປອດໄພຢູ່ຕາມຊາຍແດນ.

ຜູ້ນຳສະພາຕ່ຳ ສັງກັດພັກເດໂມແຄຣັດ ທ່ານນາງ ແນນຊີ ເພໂລຊີ ຈາກລັດ ຄາລີຟໍເນຍ ຈັດກອງປະຊຸມຖະແຫລງຂ່າວ ຢູ່ທີ່ລັດຖະສະພາ ຫຼື Capitol ໃນນະຄອນ ວໍຊິງຕັນ, ວັນທີ 13 ທັນວາ 2018.
ຜູ້ນຳສະພາຕ່ຳ ສັງກັດພັກເດໂມແຄຣັດ ທ່ານນາງ ແນນຊີ ເພໂລຊີ ຈາກລັດ ຄາລີຟໍເນຍ ຈັດກອງປະຊຸມຖະແຫລງຂ່າວ ຢູ່ທີ່ລັດຖະສະພາ ຫຼື Capitol ໃນນະຄອນ ວໍຊິງຕັນ, ວັນທີ 13 ທັນວາ 2018.

ທ່ານ ທຣຳ ໄດ້ໃຊ້ ທວີດເຕີ ເພື່ອໂຈມຕີ ບັນດາສະມາຊິກພັກເດໂມແຄຣັດ ໃນວັນຈັນ
ວານນີ້ ໃນຂະນະທີ່ທັງສອງຝ່າຍ ບໍ່ສາມາດທີ່ຈະຕົກລົງກັນໄດ້.

“ໃນເວລາໃດ ທີ່ເຈົ້າໄດ້ຍິນ ພັກເດໂມແຄຣັດ ເວົ້າວ່າ ເຈົ້າສາມາດມີຄວາມປອດໄພ
ດີ ຢູ່ຕາມຊາຍແດນ ໂດຍປາດສະຈາກກຳແພງ ໃຫ້ຈົດຈຳໄວ້ວ່າ ພວກເຂົາເຈົ້າ ພຽງ
ເປັນນັກການເມືອງ ອີກຄົນນຶ່ງ ທີ່ປະຕິບັດຕາມແນວທາງ ຂອງພັກເທົ່ານັ້ນ”
ຜູ້ນຳ
ຂອງສະຫະລັດ ໄດ້ກ່າວຜ່ານທາງທວີດເຕີ. ແລະ ໄດ້ກ່າວຕໍ່ໄປອີກວ່າ “ເຖິງເວລາ
ສຳລັບ ພວກເຮົາແລ້ວ ທີ່ຈະປະຢັດຫຼາຍຕື້ໂດລາ ຕໍ່ປີ ແລະ ມີ ໃນເວລາດຽວກັນ
ກໍມີຄວາມປອດໄພ ແລະ ການຄວບຄຸມ ຫຼາຍຍິ່ງກວ່າເກົ່າ!”

ພາບຖ່າຍໃນວັນທີ 11 ທັນວາ 2018, ປະທານາທບິບໍດີ ດໍໂນລ ທຣຳ ກ່າວໃນລະຫວ່າງ ການພົບປະ ກັບ ບັນດາຜູ້ນຳພັກເທໂມແຄຣັດ ຢູ່ທີ່ຫ້ອງການ ໂອໂວລ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ.
ພາບຖ່າຍໃນວັນທີ 11 ທັນວາ 2018, ປະທານາທບິບໍດີ ດໍໂນລ ທຣຳ ກ່າວໃນລະຫວ່າງ ການພົບປະ ກັບ ບັນດາຜູ້ນຳພັກເທໂມແຄຣັດ ຢູ່ທີ່ຫ້ອງການ ໂອໂວລ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ.

ຜູ້ນຳລະດັບສູງ ພັກເດໂມແຄຣັດ ໃນສະພາສູງ ທ່ານ ຊຈັກ ຊູເມີ ໄດ້ກ່າວວ່າ ບໍ່ມີສຽງ
ສະໜັບສະໜຸນພຽງພໍ ໃນລັດຖະສະພາ ສຳລັບກຳແພງຂອງທ່ານທຣຳ ແລະ ບໍ່ວ່າ
“ການຂົ່ມຂູ່ ຫຼື ຄວາມໂມໂຫໂທໂສ” ຈະປ່ຽນແປງອັນນັ້ນໄດ້.

“ຖ້າປະທານາທິບໍດີ ທຣຳ ຕັດສິນໃຈ ຈະປິດລັດຖະບານ ກໍບໍ່ມີການຕົກລົງກັນ ໄດ້
ຊຶ່ງປະທາທານາທິບໍດີ ທຣຳ ຈະໄດ້ກຳແພງຂອງທ່ານ”
ນັ້ນ​ຄື​ຄຳ​ເວົ້າ​ຂອງ ທ່ານ ຊູເມີ
ທີ່ໄດ້ກ່າວໄ​ວ້. ທ່ານໄດ້ເວົ້າອີກວ່າ“ຈະບໍ່ມີການຕົກລົງກັນ ສຳລັບ ບັນດາພັກຣີພັບ-
ບລີກັນ ຊຶ່ງພວກເຂົາເຈົ້າ ຈະສາມາດຫລີກເວັ້ນ ຄວາມຮັບຜິດຊອບຮ່ວມ​ກັນຂອງ
ພວກເຂົາເຈົ້າ ​ຮ່ວມ​ກັນ​ຢ່າງ​ລົ້ນ​ເຫຼືອ ເພື່ອ​ປິດ​ລັ​ດ​ຖະ​ບານ. ເວ​ລາ​ສຳ​ລັບ​ການ​ແກ້​ໄຂ
​ບັນ​ຫາ ​ແມ່ນ​ເວລານີ້.”

ໃນ​ການ​ພົບ​ປະ​ກັນ​ທີ່​ທຳ​ນຽບ​ຂາວ​ໃນ​ອາ​ທິດ​ແລ້ວນີ້ ທ່ານ​ທ​ຣຳ ກ່າວ​ຕໍ່​ທ່ານ​ຊູ​ເມີ ແລະ​
ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ​ທີ່​ໄດ້​ຖືກ​ແຕ່ງ​ຕັ້ງ​ ໃຫ້​ເປັນປະ​ທານ​ສະ​ພາ​ຕ່ຳ​ ສະ​ຫະ​ລັດ ນັ້ນ​
ວ່າ ທ່ານ​ຈະ​ມີ​ຄວາມ​ດີ​ໃຈ ​ເປັນ​ທີ່​ສຸດທີ່​ຈະ​ຮັບ​ເອົາ​ຄວາມ​ຮັບ​ຜິດ​ຊອບ ໃນ​ການ​ປິດ​
ລັດ​ຖະ​ບານ ແທນ​ທີ່​ຈະ​ຍອມ​ຖອຍ ​ກ່ຽວ​ກັບ​ບັນ​ຫາ​ກຳ​ແພງ​ຊາຍ​ແດນ.

ແຕ່​ເພື່ອ​ຫລີ​ກ​ເວັ້ນ​ບໍ່​ໃຫ້​ມີ​ການ​ປິດ​ລັດ​ຖະ​ບານ​ໃນ​ມື້​ວັນ​ສຸກ​ຈະ​ມານີ້ ສະ​ມາ​ຊິກ​ພັກ​ເດ-
​ໂມ​ແຄ​ຣັດ ​ແລະ​ຣີ​ພັບ​ບ​ລີ​ກັນ​ ສາ​ມາດ​ບັນ​ລຸ​ການ​ຕົກ​ລົງ ໃນ​ຮູບ​ໃດ​ຮູບ​ນຶ່ງ ອະ​ນຸມັດ​
ການ​ໃຊ້​ຈ່າຍ​ເພື່ອ​ໃຫ້​ລັດ​ຖະ​ບານ ​ສາ​ມາດ​ບໍ​ລິ​ຫານ​ງານ​ໄປ​ຈົນ​ໝົດ​ປີນີ້ ແລະກ້າວ​ເຂົ້າ
​ສູ່​ປີ 2009.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG