ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ່ມີລາຍງານ ການເສຍຊີວິດ ຍ້ອນໂຄວິດ-19 ຂອງຄົນອາເມຣິກັນ ເຊື້ອສາຍລາວ ຢູ່ໃນເມືອງອາມາຣິນໂລ ແຄນຍອນ ແລະດູມາ ໃນລັດເທັກຊັສ


 ທຸລະກິດຮ້ານອາຫານໄດ້ເລີ້ມເປີດຄືນໃໝ່ ຢູ່ເມືອງແຊນ ແອນໂທນິໂອ ລັດເທັກຊັສ ແຕ່ລູກຄ້າຍັງຕ້ອງໄດ້ໃສ່ໜ້າກາກ ວັນທີ 3 ມີນາ 2021.
ທຸລະກິດຮ້ານອາຫານໄດ້ເລີ້ມເປີດຄືນໃໝ່ ຢູ່ເມືອງແຊນ ແອນໂທນິໂອ ລັດເທັກຊັສ ແຕ່ລູກຄ້າຍັງຕ້ອງໄດ້ໃສ່ໜ້າກາກ ວັນທີ 3 ມີນາ 2021.

ຫວ່າງບໍ່ນານມານີ້ ລັດເທັກຊັສທີ່ຕັ້ງຢູ່ພາກໃຕ້ຂອງສະຫະລັດ ໄດ້ເປັນລັດທີ່ຢູ່ ໃນອັນດັບ
ນຶ່ງ ຂອງການແຜ່ລະບາດໂຄວິດ-19 ແລະມີຜູ້ເສຍຊີວິດໄປ ກວ່າ 50,000 ກວ່າຄົນຮວມ
ທັງຄົນອາເມຣິກກັນເຊື້ອສາຍລາວຈຳນວນນຶ່ງ. ຕົກມາ ໃນຕອນຫຼັງໆນີ້ ປາກົດວ່າຈຳນວນ
ການຕິດແລະການເສຍຊີວິດຍ້ອນໄວຣັສໂຄ ໂຣນາ ໂດຍທົ່ວໄປແລ້ວໄດ້ຫລຸດລົງເນື່ອງ
ຈາກຜົນຂອງການສັກຢາວັກຊີນປ້ອງ ກັນໄວຣັສໂຄໂຣນາ.

ທ່ານອາຈານໂນ ຈັນທະນາຄອນ ປະທານສະມາຄົມລາວ ປະຈຳເມືອງອາມາຣິນໂລ
ແຄນຍອນ ແລະດູມາ ໄດ້ໃຫ້ຂໍ້ສັງເກດວ່າ ບັນດາສະມາຊິກສັງຄົມລາວ ຢູ່ໃນເຂດຂອງ
ທ່ານປາກົດວ່າມິດງຽບ ຈາກການເສຍຊີວິດຂອງການແຜ່ລະບາດ ຂອງໂຄວິດ-19. ເມື່ອ
ສອງສາມເດືອນທີ່່ຜ່ານມານີ້ ທ່ານກ່າວວ່າ ໄດ້ມີບັນດາ ສະມາຊິກສັງຄົມລາວເສຍຊິວິດ
ຢູ່ເປັນປະຈຳ ເພາະສະນັ້ນ ສະມາຄົມຕ້ອງໄດ້ ເກັບເງິນຈາກບັນດາສະມາຊິກສະມາຄົມ ເ
ພື່ອນຳມາທຳພິທີຊາປະນາກິດສົບຊຶ່ງ ອາຈານໂນ ໄດ້ກ່າວຕໍ່ເຖິງສະພາບການໃນປັດຈຸ
ບັນຢູ່ໃນເຂດຂອງທ່ານສູ່ ວີໂອ ເອ ຟັງດັ່ງນີ້:

ປັດຈຸບັນນີ້ ປະຊາຊົນອາເມຣິກັນ ໄດ້ຮັບການສັກຢາວັນຊິນປ້ອງກັນໂຄວິດ-19 ໄປແລ້ວ
ກວ່າ 200 ລ້ານຄົນ ແລະການສັກຢາດັ່ງກ່າວຍັງດຳເນີນຢູ່ອີກຕໍ່ໄປອີກ ຊຶ່ງນັບແຕ່ຜູ້ທີ່ມີອາ
ຍຸແຕ່ 16 ປີຂຶ້ນໄປ.

XS
SM
MD
LG