ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຂໍ້ຕົກລົງຢຸດ​ຍິງ ໃນພາກຕາເວັນອອກ ຂອງຢູເຄຣນ ໄດ້ບັນລຸກັນແລ້ວ


Cease-fire Reached for East Ukraine
please wait

No media source currently available

0:00 0:03:28 0:00

ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ກ່າວ​ວ່າ ​ໄດ້​ບັນລຸ
ຂໍ້ຕົກລົງ​ກັນແລ້ວ ກ່ຽວ​ກັບ​ການ​ຢຸດ​ຍິງ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ
​ຢູ​ເຄຣນ ​ທີ່​ຈະ​ເລີ້​ມຂຶ້ນ​ໃນ​ຕອນທ່ຽງ​ຄືນວັນ​ເສົາທີ່​ຈະ​ມາເຖິງ​ນີ້.

ການ​ປະກາດ​ທີ່​ວ່າ​ນີ້ໄດ້ມີຂຶ້ນຫລັງຈາກການເຈລະຈາແບບມາຣາ
ທອນຕະຫຼອດ​ຄືນ ​ທີ່ນະຄອນ​ຫຼວງ​ຂອງ Belarus ລະຫວ່າງ ຣັດ
​ເຊຍ ຢູ​ເຄຣນ ຝຣັ່ງ​ ແລະ​ເຢຍຣະມັນ.

ຍັງ​ບໍ່ທັນ​ມີ​ການເປີດເຜີຍລາຍ​ລະອຽດ​ໃດໆ ກ່ຽວ​ກັບ​ການ​ຢຸດ​ຍິງ ​
ໃນ​ເວລານີ້​ເທື່ອ.

ການ​ປະຊຸມ​ສຸດ​ຍອດ ​ແມ່ນ​ໄດ້​ວາງແຜນຈັດຂຶ້ນ​ຢ່າງ​ໄວວາ ໃນ​ທ້າຍ​ສັບປະດາ​ແລ້ວ​ນີ້ ຫຼັງ​ຈາກ​ທີ່​ນາຍົກລັດຖະມົນຕີເຢຍຣະມັນ ທ່ານ​ນາງ Angela Merkel ​ແລະ​ທ່ານ Francois Hollande ປະທານາທິບໍດີ​ຝຣັ່ງ ໄດ້ນຳແຜນການ​ສັນຕິພາບ ໄປສະເໜີຕໍ່ທ່ານ Putin ປະທານາທິບໍດີຣັດ​ເຊຍ ​ທີ່ນະຄອນຫຼວງ Moscow ດ້ວຍ​ມືຂອງພວກ​ທ່ານ​ເອງ.

ປະທານາທິບໍດີ​ຝຣັ່ງ ​ທີ່ໄດ້​ກ່າວ​ໃນ​ວັນ​ອາທິດ​ຜ່ານ​ມາ​ ເຖິງ​ກອງ​ປະຊຸມສຸດ​ຍອດ ​ທີ່ນະຄອນ
ມິງຄ໌ວ່າ “ນີ້​ແມ່ນ​ນຶ່ງ​ໃນ​ໂອກາດ​ອັນ​ສຸດ​ທ້າຍ” ທີ່​ຈະ​ບັນລຸ​ຂໍ້ຕົກລົງສັນຕິພາບ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ທີ່​ບ້ານ​ແຕກ​ສະ​ແຫຼກ​ຂາດນັ້ນ ບ່ອນ​ທີ່​ພວກ​ຫົວ​ແບ່ງ​ແຍກ​ດິນ​ແດນິຍົມຣັດ​ເຊຍ ​ໄດ້​ຕໍ່ສູ້​ກັບ​ກອງ​ກຳລັງ​ທະຫານຢູ​ເຄຣນ ​ມາໄດ້ 10 ​ເດືອນ​ແລ້ວນັ້ນ. ມີ​ຢ່າງ​ນ້ອຍ 5 ພັນ 400 ຄົນ ຖືກ​ສັງຫານ ​ໃນ​ການ​ສູ້​ລົບ​ກັນ ​ແລະຫຼາຍ​ພັນ​ຄົນ​ໄດ້​ຮັບ​ບາດ​ເຈັບ.

UKRAINE CNPK
please wait
Embed

No media source currently available

0:00 0:02:08 0:00

ການ​ເຈລະຈາ​ທີ່​ວ່າ​ນີ້​ແມ່ນ​ຄິດ​ວ່າແນໃສ່ເພື່ອຟື້ນຟູການ​ຢຸດຍິງຊຶ່ງ​ຕົ້ນຕໍແລ້ວໄດ້ບັນລຸການ
ຕົກ ລົງກັນ​ໃນ​ເດືອນ​ກັນຍາ​ປີກາຍ​ນີ້ ​ແຕ່​ກໍ​ແຕກຫັກ​ລົງ​ຢ່າງ​ໄວວາ. ນອກນັ້ນຍັງມີການບໍ່
ລົງຮອຍ ກ່ຽວກັບ​ການ​ຖອນ​ກຳລັງ​ອາ​ວຸດ ອອກຈາກເຂດທີ່ມີການຂັດແຍ້ງ ​ແລະ​ການຕົກ​
ລົງກ່ຽວ​ກັບ​ວ່າ​ຂົງ​ເຂດ​ໃດ ຈະ​ໄດ້ຮັບສິດໃນການ​ປົກຄອງ​ຕົນ​ເອງ​ນັ້ນ.

ກອງປະຊຸມສຸດຍອດ ທີ່ມີຂຶ້ນທ່າມກາງການສູ້ລົບກັນຢ່າງດຸເດືອດ ໃນພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ທີ່ຜູ້ຄົນປາກພາສາຣັດເຊຍນັ້ນ ຊຶ່ງຜູ້ເຫັນເຫດການກ່າວວ່າ ນີ້ແມ່ນການສູ້ລົບກັນ ຢ່າງດຸເດືອດແລະຮ້າຍແຮງສຸດ ເທົ່າທີ່ເຄີຍພົບເຫັນມາ ໃນບັນຫາຂັດແຍ້ງດັ່ງກ່າວ.

Few Believe Minsk Summit Will End Fighting in Ukraine
please wait

No media source currently available

0:00 0:02:51 0:00

XS
SM
MD
LG