ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການສົນທະນາ ເລື້ອງງົບປະມານ ສຫລ ບໍ່ຄືບໜ້າ (ວີດິໂອ)


A Ukrainian police officer stands guard at a checkpoint that was attacked by unknown men outside the Black Sea port of Odessa, Ukraine, April 25, 2014.
A Ukrainian police officer stands guard at a checkpoint that was attacked by unknown men outside the Black Sea port of Odessa, Ukraine, April 25, 2014.
ປະທານ​ສະພາ ພັກ​ເຣພັບ​ບລິ​ກັນ ທ່ານ John Boehner ​ໄດ້​
ພົບ​ກັບ ປະທານ​າທິບໍດີ Barack Obama ອີກ​ຄັ້ງ​ນຶ່ງ ທີ່ ທໍາ
ນຽບຂາວ ​ເພື່ອ​ສົນທະນາ​ກ່ຽວ​ກັບ ຄວາມ​ຄ້າງ​ຄາ​ ການ​ສີ້​ນສຸດ
​ງົບປະມານ​ປະ​ຈໍາປີ ​ແຕ່​ວ່າ ບໍ່​ມີ​ລາຍ​ງານ​ການ​ຄືບ​ໜ້າ​ແຕ່​ຢ່າງ​ໃດ.

ທັງ​ສອງ​ໄດ້​ສົນທະນາ​ກັນ​ເປັນ​ເວລາ ນ່ຶງຊົ່ວ​ໂມງ. ບັນດາ​ເຈົ້າ​ໜ້າ​ທີ່​ທັງ​ສອງ​ຝ່າຍ ​ເອີ້ນການ​ສົນທະນາ​ວ່າ “ກົງ​ໄປ​ກົງ​ມາ” ​ແຕ່​ວ່າ ບໍ່​ໄດ້ມີ​ການ​ຕົກລົງ​ໃດໆ.​

ທັງ​ສອງ​ຝ່າຍ ຕ້ອງ​ເຫັນ​ດີ​ນໍາຮ່າງ​ຕັດງົບປະມານ ​ແລ​ະຂື້ນ​ພາສີ​ໃນ​ວັນ​ທີ 31 ​ເດືອນ​ທັນວາ​ ຫລື​ ບໍ່ ມັນກໍ​ຈະ​ເປັນ​ຜົນ​ປະຕິ​ບັດ​ຢ່າງ​ອັຕ​ໂນ​ມັດ. ​ນັກ​ເສ​ດຖະສາດຫຼາຍ​ທ່ານ ​ກ່າວ​ວ່າ ມັນ​ຈະ​ກະທົບ​ກະ​ເທືອ​ນພວກ​ຄົນ​ຊັ້ນ​ກາງ ​ແລະ​ປະ​ເທດ​ຈະ​ຕົກລົງ​ໄປ​ສູ່​ເສ​ຖກິດ​ຕົກ​ຕໍ່າ​ຖອຍຫຼັງ.

​ຕົກ​ມາ​ເຖິງ​ດຽວ​ນີ້ ທໍານຽບຂາວ ​ກັບສະພາ​ຕໍ່າ​ທີ່​ນຳ​ໂດຍ ພັກຣິພັບ​ບລິກກັນ ​ໄດ້​ປະຕິ​ເສດ​ການສະ​ເໜີ ຊຶ່ງ​ກັນ ​ແລະ​ກັນ ​ແລະ​ການສະ​ເໜີຕໍ່​ກັນ.

ປະທາ​ນາ​ທິບໍດີ Obama ​ເນັ້ນ​ໜັກ ຜູ້​ທີ່​ຮັ່ງມີ 2 ​ເປີ​ເຊ​ນຂອງ ຊາວ​ອາ​ເມຣິກັນ ຕ້ອງ​ຈ່າຍ​ພາສີ​ຫລາຍ​ຂື້ນ. ທ່ານ​ ກ່າວ​ວ່າ ການ​ຖືກເລືອກ​ຕັ້ງ​ໃໝ່ຂອງ ທ່ານ ​ໃນ​ເດືອນ​ແລ້ວ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ປະຊາຊົນ​ອາ​ເມຣິກັນ ​ເຫັນ​ດີ​ກັບ​ທ່ານ. ບັນດາ​ສະມາຊິກ​ສະພາ ທີ່​ຮັກສາແນວທາງເດີ​ມ ຮຽກຮ້ອງໃຫ້​ມີ​ການ​ຕັດການ​ໃຊ້​ຈ່າຍ​ລົງຢ່າງ​ໃຫຽ່ ​ແຕ່​ບໍ່​ມີ​ການ​ຂື້ນ​ພາສີ​ແກ່​ຜູ້​ໃດ​. ​ເຂົາ​ເຈົ້າ ກ່າວ​ວ່າ ​ແຜນ​ຂອງ​ປະທານາທິບໍດີ ​ແມ່ນຈະ​ຂື້ນ​ພາສີ​ແກ່ ບັນດາທຸ​ລະ​ກິດຂນາດ​ນ້ອຍ ​ແລະ​ເຮັດ​ໃຫ້​ບໍ່​ມີວຽການ.

ທ່ານ Boehner ກ່າວ​ກ່ອນ​ການ​ປະຊຸມ ​ໃນ​ວັນ​ພະຫັດ​ວ່າ ມັນ​ເປັນ​ທີ່​ແຈ້ງ​ຂາວ ທີ່ ປະ​ທາ​ນາ​ທິບໍດີ ບໍ່​ເອົາ​ຈິງ​ເອົາ​ຈັງ ຕໍ່​ການ​ຕັດການ​ໃຊ້ຈ່່າຍ. ທ່ານ ກ່າວ​ວ່າ ທໍາ​ນຽນ​ຂາວ ​ພວມເດີນ​ເຂົ້າ​ໄປ​ສູ່​ການ​ຕົກເຫວ.

​ໂຄສົກ​ທໍາ​ນຽນ​ຂາ​ວ ຮ້ອງ​ການສະ​ເໜີ​ຂອງ ຣີ​ພັບ​ບລິ​ກັນ​ວ່າ “​ເປັນ​ເສດຖະກິດ​ທີ່​ຝັນ​ຫວານ” ທີ່ບໍ່​ກ່າວ​ເຖິງ​ການ​ຕັດການ​ໃຊ້​ຈ່າຍ ລວມ​ທັງ​ການ​ຕັດ​ພາສີ​ຢ່າງຖາວອນ​ແກ່​ຜູ້​ຮັ່ງມີ.

No Progress on US Debt Reduction Pact
please wait

No media source currently available

0:00 0:02:45 0:00
ລິງໂດຍກົງ
XS
SM
MD
LG