ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. Assad ວ່າ ບໍ່ມີ​ບັນຫາ​​​ ກັບ​ການກວດກາ ​ອາວຸດ​ເຄມີ


ປະທານາທິບໍດີ Bashar al-Assad ໃຫ້ການສໍາພາດແກ່ ໂທລະພາບ Fox News ທີ່ກຸງ Damascus
ປະທານາທິບໍດີ Bashar al-Assad ໃຫ້ການສໍາພາດແກ່ ໂທລະພາບ Fox News ທີ່ກຸງ Damascus
ປະທານາທິບໍດີ ຊີ​ເຣຍ ທ່ານ Bashar al-Assad ກ່າວ​ວ່າ
ທ່ານ ບໍ​ມີ​ບັນຫາໃດໆ​ກັບ​ ບັນດານັກ​ຊ່ຽວຊານ​ອາວຸດ​ເຄມີນາ​ໆ
​ຊາດ ທີ່ມາກ​ວດກາບ່ອນ​ຜະລິດ ​ແລະ​ເກັບ​ມ້ຽນ​ອາ​ວຸດ​ເຄມີ​
ຂອງ​ຕົນ.

​ໃນ​ການ​ໃຫ້​ສໍາພາດ​ກັບ ​ໂທລະພາບ​ລັດຖະບານ​ຈີນ CCTV
ທ່ານ Assad ກ່າວ​ວ່າ ການ​ທ້າ​ທາຍ​ຢ່າ​ງດຽວກໍ​ຄື ການ​ຄໍ້າ​
ປະກັນ​ຄວາມ​ປອດ​ໄພໃນ​ການເຂົ້າ​ໄປ​ສູ່​ຂົງ​ເຂດ​ດັ່ງກ່າວ ໂດຍ
ເຕືອນ​ວ່າ “ພວກ​ກໍ່​ການ​ຮ້າຍ” ອາດ​ຂົ່ມຂູ່​ດ້ານ​ຄວາມ​ປອດໄພ
ທ່ານ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່່າ ພວກ​ຄັດຄ້ານ​ອາດ​ຂັດຂວາງ
​ບັນດາ​ຜູ້​ຊ່ຽວຊານ ​ເພື່ອ​ເຮັດ​ໃຫ້​ລັດຖະບານ​ຖືກ​ຕິຕຽນວ່າ ຝ່າ
ຝືນ​ຂໍ້​ຕົກລົງ​ອະນຸຍາດ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໄປ.

ບັນດາ​ເຈົ້າ​ໜ້າ​ທີ່​ຊີ​ເຣຍ ​ໃຊ້​ຄໍາ​ເວົ້າ ຜູ້​ກໍ່​ການ​ຮ້າຍ ​ເພື່ອ​ໝາຍເຖິງ​ຝ່າ​ນຕໍ່ຕ້ານ ຜູ້​ທີ່​ພະຍາຍາມ​ໂຄ່ນ​ລົ້ມ ທ່ານ Assad ​ໃນ​ການ​ຂັດ​ແຍ້​ງກັນ​ມາເປັນ​ເວລາ 18 ​ເດືອນຢູ່ໃນ​ປະ​ເທດດ່ັງກ່າວ.

ປະທາ​ນາ​ທິບໍດີ ຊີ​ເຣຍ ຮັບ​ຮູ້​ວ່າປະ​ເທດ​ຂອງ​ຕົນ ມີ ອາວຸດເຄ “ຈໍານວນ​ຫລວງຫລາຍ” ທີ່​ໄດ້ສະສົມໄວ້​ໃນ​ລະຍະ​ຫລາຍ​ທົດ​ສະ​ວັດ ຂອງ​ການ​ຜະ​ລິດ ​ແຕ່​ ​ໄດ້​ຖືກ​ຮັກສາ​ໄວ້​ຢ່າງ​ປອດ​ໄພ ພາຍ​ໃຕ້ການ​ຄວບ​ຄຸມ​ຂອງລັ​ດຖະບານ.
XS
SM
MD
LG