ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ່​ມີ​ຂອງ​ຂວັນ ວັນ​ຄ​ຣິ​ສ​ມັ​ສ ຈາກ ເກົາ​ຫຼີ​ເໜືອ ເທື່ອ ແຕ່​ເສັ້ນ​ຕາຍ ກຳ​ລັງ​ຫຍັບ​ໃກ້​ເຂົ້າ​ມາ


ຜູ້​ນຳ​ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ​ສາມ​ຂອງ ຄະ​ນະ​ກຳ​ມະ​ການກອງ​ທັບ​ສູນ​ກາງ​ທີ 7(CMC) ຂອງ​ພັກ​ກຳ​ມະ​ກອນ ເກົາຫຼີ​ເໜືອ. 22 ທັນ​ວາ, 2019.
ຜູ້​ນຳ​ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ​ສາມ​ຂອງ ຄະ​ນະ​ກຳ​ມະ​ການກອງ​ທັບ​ສູນ​ກາງ​ທີ 7(CMC) ຂອງ​ພັກ​ກຳ​ມະ​ກອນ ເກົາຫຼີ​ເໜືອ. 22 ທັນ​ວາ, 2019.

ເກົາຫຼີ​ເໜືອ ອາດບໍ່​ໄດ້​ສົ່ງ​ອັນ​ທີ່​ເອີ້ນ​ວ່າ “ຂອງ​ຂວັນ​ວັນ ຄ​ຣິ​ສ​ມັ​ສ” ໃຫ້ ສະ​ຫະ​ລັດ, ຢ່າງ​ໜ້ອຍກໍບໍ່​ແມ່ນ​ໃນ​ວັນ​ຄ​ຣິ​ສ​ມັ​ສ, ແຕ່ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ສະ​ຫະ​ລັດ ກັບ ເກົາຫຼີ​ເໜືອ ປາ​ກົດ​ວ່າ​ຍັງ​ໄກ​ຈາກ​ການ​ຖືກ​ແກ້​ໄຂ ໃນ​ຂະ​ນະ​ທີ່​ຂີດ​ເສັ້ນ​ຕາຍ​ທ້​າຍ​ປີ​ຂອງ ພຽງ​ຢາງ ສຳ​ລັບ​ການ​ເຈ​ລະ​ຈາ​ນິວ​ເຄ​ລຍ ກຳ​ລັງ​ຫຍັບ​ໃກ້​ເຂົ້າ​ມາ.

ໄດ້​ມີ​ການ​ຄາດ​ເດົາ​ຢ່າງກວ້າງ​ຂວາງວ່າ ເກົາຫຼີ​ເໜືອ ອາດ​ດຳ​ເນີນ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ​ໃນ​ລະ​ຫວ່າງ​ລະ​ດູ​ວັນ​ພັກ​ນີ້, ​ຫລັງ​ຈາກເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ເກົາຫຼີ​ເໜືອ ໄດ້​ໃຫ້​ຄຳ​ສັນ​ຍາ​ແບບ​ກຳ​ກວມ​ໃນ​ຕົ້ນ​ເດືອນນີ້ວ່າ​ຈະ​ສົ່ງ “ຂອງ​ຂັວນ​ວັນ​ຄ​ຣິ​ສ​ມັ​ສ” ໃຫ້ ສະ​ຫະ​ລັດ.

ແຕ່​ກໍ​ບໍ່​ໄດ້​ມີ​ລາຍ​ງານ​ການ​ທົດ​ລອງ​ອາ​ວຸດ​ຕ່າງ​ໆ​ໃນ​ວັນ​ພຸດ​ວານນີ້ ເຊິ່ງ​ແມ່ນ​ວັນ ຄ​ຣິ​ສ​ມັ​ສ, ແລະ ສື່ມວນ​ຊົນ​ລັດ​ຖະ​ບານ ເກົາຫຼີ​ເໜືອ ກໍ​ບໍ່​ໄດ້​ທຳ​ການ​ວິ​ພາກວິ​ຈານ​ທີ່​ສຳ​ຄັນ​ໃດໆ​ ກ່ຽວ​ກັບ ສະ​ຫະ​ລັດ ຈົນ​ຮອດ​ຕອນ​ທ່ຽງ​ຂອງວັນ​ພະ​ຫັດ​ມື້ນີ້.

ການ​ມິດ​ງຽບ​ດັ່ງ​ກ່າວ​ບໍ່​ໄດ້​ແກ່​ຍາວ. ເກົາຫຼີ​ເໜືອ ໄດ້​ຕັ້ງ​ຂີດ​ເສັ້ນ​ຕາຍ​ທ້າຍ​ປີ​ສຳ​ລັບ ສະ​ຫະ​ລັດ ເພື່ອ​ຜ່ອນ​ເບົາ​ການ​ຢືນ​ຢັດ​ຂອງ​ເຂົາ​ເຈົ້າ​ຕໍ່​ການ​ເຈ​ລະ​ຈາ​ນິວ​ເຄ​ລຍ​ທີ່​ຢຸດ​ຊະ​ງັກ​ນັ້ນ. ສອງ​ເຫດ​ການ​ທີ່​ໃກ້​ຈະ​ເກີດ​ຂຶ້ນ​ໃນ​ຕາ​ຕະ​ລາງ​ການ​ເມືອງ​ພາຍ​ໃນ​ຂອງ ເກົາຫຼີ​ເໜືອ ກໍອາດ​ຈະ​ຊ່ວຍ​ພິ​ຈາ​ລະ​ນາ​ຈຸດ​ປະ​ສົງ​ຂອງ ເກົາຫຼີ​ເໜືອ ເຊັ່ນ​ກັນ.

ກ່ອນ​ໝົດ​ປີ​ນັ້ນ, ພັກ​ລັດ​ຖະ​ບານ​ຂອງ ເກົາຫຼີ​ເໜືອ ມີ​ກຳ​ນົດ​ທີ່​ຈະ​ຈັດ​ກອງ​ປະ​ຊຸມ​ຂອງ​ບັນ​ດາ​ນັກ​ການ​ເມືອງ​ອາ​ວຸ​ໂສ, ຜູ້​ທີ່​ອາດ​ປະ​ກາດ​ການ​ຕັດ​ສິນ​ໃຈ ກ່ຽວ​ກັບ ນະ​ໂຍ​ບາຍ​ຕ່າງ​ປະ​ເທດ​ທີ່​ຈະ​ສົ່ງ​ຜົນ​ກະ​ທົບ​ຢ່າງກວ້າງ​ຂວາງ.

ການ​ກ່າວ​ຄຳ​ປາ​ໄສວັນ​ປີ​ໃໝ່ ປະ​ຈຳ​ປີ​ຂອງຜູ້​ນຳ ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ກໍ​ຈະ​ຖືກ​ຕິດ​ຕາມ​ຢ່າງ​ໃກ້​ຊິດ​ເຊັ່ນ​ກັນ. ໃນ​ຄຳ​ປາ​ໄສ​ຂອງ​ທ່ານ​ເມື່ອ​ປີ​ກາຍ​ນີ້, ທ່ານ ກິມ ໄດ້​ຂົ່ມ​ຂູ່​ຈະນຳ​ພາ​ປະ​ເທດ​ຂອງ​ທ່ານ “ໃນ​ທິດ​ທາງ​ໃໝ່” ຖ້າ​ການ​ເຈ​ລະ​ຈາ​ນິວ​ເຄ​ລຍ ຍັງ​ຄົງ​ຢຸດ​ຊະ​ງັກ​ຢູ່.

ໃນ​ທາງ​ເລືອກ​ທີ່​ເປັນ​ການ​ທ້າ​ທາຍຫຼາຍກວ່າ​ເກົ່າ​ທີ່​ທ່ານ ກິມ ອາດ​ປະ​ກາດ, ອີງ​ຕາມ​ບັນ​ດາ​ນັກ​ວິ​ເຄາະນັ້ນກໍ​ແມ່ນ: ການ​ຢຸ​ດ​ຊົ່ວ​ຄາວ ຫຼື ຍົກ​ເລີກ​ການ​ເຈ​ລະ​ຈາ​ຕ່າງໆ​ກັບ ສະ​ຫະ​ລັດ ຫຼື ສືບ​ຕໍ່​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄລ​ຍະ​ໄກ ແລະ ລະ​ເບີດ​ນິວ​ເຄ​ລຍ.

ເກົາຫຼີ​ເໜືອ ໄດ້​ໃຫ້​ສັນ​ຍານ​ການ​ກະ​ກຽມ​ຕ່າ​ງໆ​ສຳ​ລັບ​ການ​ຍິງ​ລູກ​ສອນ​ໄຟ​ຄັ້ງ​ໃຫຍ່ຫຼາຍ​ອາ​ທິດ​ມາ​ແລ້ວ.

ໃນ​ເດືອນ​ພະ​ຈິກ​ທີ່​ຜ່ານມາ, ເກົາຫຼີ​ເໜືອ ໄດ້​ເຕືອນ ກ່ຽວ​ກັບ ການ​ທົດ​ລອງ “ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ທີ່​ແທ້​ຈິງ” ຢູ່​ຕໍ່​ໜ້າ​ປະ​ເທດ ຍີ່​ປຸ່ນ ໂດຍ​ກົງ. ໃນ​ເດືອນ​ທັນ​ວານີ້, ເຂົາ​ເຈົ້າ​ໄດ້​ທົດ​ລອງ​ເຄື່ອງ​ຈັກ​ສອງ​ໜ່ວຍ, ເຊິ່ງ​ປະ​ກົດ​ວ່າ​ແມ່ນ​ສຳ​ລັບ​ຈະຫຼວດ​ໄລ​ຍະ​ໄກ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG