ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການລະບາດ ຂອງໂຄວິດ-19 ຢູ່ໂທເລໂດ ມີຢູ່ ແຕ່ກໍບໍ່ຮຸນແຮງ


Toledo Ohio
Toledo Ohio

ການລະບາດ ຂອງໂຄວິດ-19 ທີ່ເມືອງໂທເລໂດ ໃນລັດໂອຮາຍໂອ ມີຜົນກະທົບຄືກັນກັບເມືອງອື່ນໆໃນສະຫະລັດ. ທ່ານສົມກຽດ ເທບສຸຣິນທອນ ຊຶ່ງເປັນເຈົ້າຂອງທຸລະກິດ ອາເມຣິກັນເຊື້ອສາຍລາວ ທີ່ເມືອງໂທເລໂດ ກ່າວວ່າ ການລະບາດຂອງໂຄວິດ-19 ມີຢູ່ແຕ່ກໍບໍ່ຮ້າຍແຮງປານໃດ. ທ່ານສົມກຽດກ່າວວ່າ:

ລິງໂດຍກົງ


“ກໍມີຜົນກະທົບ ແຕ່ວ່າມັນເມືອງນ້ອຍ ແລະຄົນບໍ່ແອອັດ ສະນັ້ນແຫຼະກໍເລີຍກະທົບກັນໄປແບບທີ່ວ່າທຳມະດາ ກໍບໍ່ເຖິງຂັ້ນວ່າ ຮຸນແຮງໜາ.”

ເມືອງໂທເລໂດ ເປັນຫົວເມືອງທີ່ໃຫຍ່ອັນດັບ 4 ໃນລັດໂອຮາຍໂອ ຮອງຈາກໂຄລຳບັສ, ຄລີບແລນ ແລະຊິນຊະເນຕີ. ອີງຕາມໂຕເລກຂອງທາງການແລ້ວ ລູກາສຄາວຕີ້ ຊຶ່ງເປັນທີ່ຕັ້ງຂອງ
ເມືອງໂທເລໂດ ມີຜູ້ຕິດເຊື້ອຢູ່ 6,874 ຄົນ ແລະເສຍຊີວິດ 350 ຄົນ.

ບໍ່ມີຂ່າວວ່າ ມີຄົນລາວໃນເມືອງໂທເລໂດ ຕິດໂຄວິດ-19 ອາດເປັນຍ້ອນຄົນລາວມີບໍ່ຫຼາຍປານໃດ ຄືມີຢູ່ປະມານເກົ້າຫາສິບຄອບຄົວ ແລະຄົນເອເຊຍກຸ່ມໃຫຍ່ທີ່ສຸດ ໃນເມືອງນີ້ ທ່ານສົມກຽດເວົ້າວ່າ ແມ່ນເປັນຄົນຟີລິບປິນ:

ລິງໂດຍກົງ


“ຟີລິບປິນແມ່ນທີນຶ່ງ ຕໍ່ມາຈີນ ຕໍ່ມາຫວຽດນາມ ຕໍ່ມາຈຶ່ງແມ່ນອິນໂດເນເຊຍມາເລເຊຍ.”

ອີງຕາມການສຳຫຼວດສຳມະໂນຄົວປີ 2010 ແລ້ວ ເມືອງໂທເລໂດ ມີປະຊາກອນຢູ່ເກືອບ 275,000 ຄົນ.

XS
SM
MD
LG