ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ສຫລ ເຜີຍແຜ່ລາຍຊື່ຂອງນັກການເມືອງ ຣັດເຊຍ ແຕ່ບໍ່ມີການລົງໂທດໃໝ່ໃດໆ

ຊາຍຜູ້ນຶ່ງຍ່າງຜ່ານ ປ້າຍໂຄສະນາຫາສຽງທີ່ເປັນຮູບປະທານາ​ທິບໍດີຣັດ​ເຊຍ ທ່ານວລາ​ດິ​ເມຍ ປູ​ຕິນ (Vladimir Putin) ທີ່ອ່ານວ່າ 'ປະທານາ​ທິບໍດີທີ່ເຂັ້ມແຂງ - ຣັດເຊັຍ ກໍເຂັ້ມແຂງ ແລະການເລືອກຕັ້ງຈະມີຂຶ້ນ ໃນຣັດເຊຍ ເດືອນ ມີນາ 18' ໃນມົສກູ, 15 ມັງກອນ 2018.

ກະ​ຊວງ​ການ​ເງິນ​ສະຫະ​ລັດ ​ໄດ້​ນຳອອກເຜີຍ​ແຜ່​ ບັນຊີລາຍ​ຊື່​ພວກນັກການ​ເມືອງ
ແລະ​ນັກ ທຸລະ​ກິດຣັດ​ເຊຍ ທີ່​ໃກ້ຊິດ​ກັບ​ລັດຖະບານ​ຂອງປະທານາ​ທິບໍດີຣັດ​ເຊຍ
ທ່ານວລາ​ດິ​ເມຍ ປູ​ຕິນ ທີ່ທາງ​ລັດຖະສະພາໄດ້ຮັບການມອບໝາຍ​ໃຫ້ເຮັດຂຶ້ນ​
ພ້ອມ​ທັງສາຍ​ພົວພັນ​ຂອງ​ພວກ​ເຂົາ​ເຈົ້າ ​ກັບ​ບັນດາຜູ້ນຳຄົນສຳຄັນໆຂອງໂລກ ​
ແລະ​ມູນ​ຄ່າ​ຊັບ​ສິນທີ່​ພວກ​ເຂົາ​ເຈົ້າມີຢູ່.

ບັນຊີລາຍ​ຊື່​ທີ່​ມີ​ຫຼາຍ​ກວ່າ 200 ຄົນ ບໍ່​ໄດ້ຖືກ​ລົງ​ໂທດໃໝ່​ໃດໆ ​ເຖິງ​ແມ່ນ​ວ່າ​ບຸກຄົນ
ເຫຼົ່ານີ້​ ແມ່ນໄດ້​ຖືກ​ຈັດ​ໃຫ້​ຢູ່​ໃນ​ການ​ລົງ​ໂທດຂອງ​ສະຫະລັດ ກ່ອນ​ໜ້າ​ນີ້ ກໍ​ຕາມ.

​ໃນ​ເດືອນ​ສິງຫາ​ປີກາຍ​ນີ້ ປະທານາ​ທິບໍດີສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ລັງ​ເລໃນການ
ລົງ​ນາມ​ໃນຮ່າງ​ກົດໝາຍ​ທີ່​ໄດ້​ຮັບ​ຜ່ານດ້ວຍຄະແນນສຽງເກືອບເປັນເອກກະສັນ
​ໂດຍ​ລັດຖະສະພາ ທີ່ແນ​ໃສ່ເພື່ອ​ລົງ​ໂທດ​ຕໍ່ຣັດ​ເຊຍ ໃນ​ການ​ເຂົ້າ​ແຊກ​ແຊງການ
ເລືອກ​ຕັ້ງ​ຂອງ​ສະຫະ ລັດ ໃນປີ 2016. ທ່ານ​ທຣຳ ​ໄດ້​ກ່າວ​ວ່າ ​ໃນ​ຕອນ​ນັ້ນວ່າ
ຮ່າງ​ກົດໝາຍນີ້ແມ່ນ “​ໄດ້ລ່ວງລ້ຳຢ່າງບໍ່ຖືກຕ້ອງ​ຕໍ່ອຳນາດ​ຝ່າຍ​ບໍລິຫານ, ​ເປັນ​
ການ​ເສຍປຽບ​ໃຫ້​ພວກ​ບໍລິສັດ​ອາເມຣິກັນ ​ແລະ​ສ້າງຄວາມເສຍຫາຍໃຫ້ແກ່​ຜົນ​
ປະ​ໂຫຍ​ດຂອງ​ປະເທດພັນທະ​ມິດຂອງພວກເຮົາໃນ​ຢູ​ໂຣບ.”

ໂຄສົກ​ຂອງກະຊວງ​ການ​ຕ່າງປະ​ເທດ ທ່ານ​ນາງ ​ເຮ​ເຕີ ນາວ​ເອີຣດ (Heather Nauert) ໃນກອງປະຊຸມຖະແຫຼງຂ່າວ ໃນວໍຊີງຕັນ, 20 ສິງຫາ 17.
ໂຄສົກ​ຂອງກະຊວງ​ການ​ຕ່າງປະ​ເທດ ທ່ານ​ນາງ ​ເຮ​ເຕີ ນາວ​ເອີຣດ (Heather Nauert) ໃນກອງປະຊຸມຖະແຫຼງຂ່າວ ໃນວໍຊີງຕັນ, 20 ສິງຫາ 17.

ມາດຕະການດັ່ງກ່າວ ​ໃຫ້ເວລາແກ່​ລັດຖະບານ​ທ່ານ​ທຣຳ 180 ມື້ ທີ່​ຈະ​ປະກອບ​ລາຍ​ຊື່
ທີ່​ຮວມທັງນາ​ຍົກ​ລັດຖະມົນຕີຣັດ​ເຊຍ ທ່ານ​ດິມິ​ທຣີ​ ​ແມດ​ວີ​ເດັຟ, ​ລັດຖະມົນຕີການ​ຕ່າງ
​ປະ​ເທດ ທ່ານ​ເຊີ​ເກ ລາວຣອບ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງ​ຝ່າຍ​ສືບ​ລັບນຳ.
ຮວມຢູ່ໃນບັນດາ​ພວກ​ນັກທຸລະກິດ ກໍມີ​ ທ່ານ ​ໂອ​ເລັກ ດີຣີປັສກາ (Oleg Deripaska)
ຜູ້ມີອິດທິພົນຂອງບໍລິສັດອາລູມີນຽມ ຫົວໜ້າ​ບໍລິຫານຂອງບໍລິສັດ Sberbank,
ທ່ານ​ເຈີ​ມັນ ເກຣຟ (German Gref), ແລະຫົວໜ້າ​ບໍລິຫານຂອງບໍລິສັດ Gazprom,
ທ່ານ ອາ​ເລັກ​ເຊ ມິ​ລ​ເລີ (Alexie Miller).

ກົດໝາຍ​ທີ່ອອກໃນ​ເດືອນ​ສິງຫາ​ດັ່ງກ່າວ ຍັງ​ໄດ້​ສັ່ງ​ໃຫ້ລັດຖະບານ​ຂອງ​ທ່ານ​ທຣຳ ​
ທຳ​ການ​ລົງ​ໂທດ​ຕໍ່​ຜູ້​ໃດ​ກໍ​ຕາມ ທີ່ມີມີສ່ວນ​ພົວພັນ​ ຢ່າງສຳຄັນ” ກັບພາກສ່ວນການ
ສືບລັບໃນດ້ານປ້ອງກັນປະເທດ ​ຂອງລັດຖະບານ​ຣັດ​ເຊຍ.

​ໃນ​ວັນ​ຈັນ​ວານ​ນີ້ ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ປະກາດ​ວ່າ ຕົນໄດ້ແຈ້ງ
ໃຫ້ລັດຖະສະພາ​ຊາບ​ວ່າ ຕົນຈະ​ບໍ່​ມີ​ການ​ລົງ​ໂທດ​ໃດໆ ແບບນີ້​ເລີຍ.

​ໂຄສົກ​ຂອງກະຊວງ​ການ​ຕ່າງປະ​ເທດ ທ່ານ​ນາງ ​ເຮ​ເຕີ ນາວ​ເອີຣດ ​ໄດ້​ກ່າວ​ໃນ​
ຖະ​ແຫຼງການ​ສະບັບ​ນຶ່ງວ່າ ລັດຖະບານ ​ໄດ້​ກະ​ວ່າ “ລັດຖະບານ​ຕ່າງປະ​ເທດ ​
ໄດ້​ລົບ​ລ້າງ​ແຜນການ​ ຫຼື​ບໍ່ ກໍ​ໄດ້​ປະກາດ​ທີ່​ຈະ​ຊື້​ໃນວົງເງິນ​ຈຳນວນ​ເງິນ​ຫຼາຍພັນ​
ລ້ານ​ໂດ​ລາ ອຸບປະກອນໃນດ້ານ​ປ້ອງ​ກັນ​ປະ​ເທດຂອງຣັດເຊຍ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ຜູ້ນຳສຽງສ່ວນນ້ອຍ ໃນສະພາຕ່ຳ ທ່ານ ສແຕນລີ ຮອຍເອີ (Steny Hoyer), ສັງກັດພັກເດໂມແຄຣັດ ຈາກລັດ ເມຣີແລນ (ກາງ), ຮ່ວມກັບ ທ່ານໂຈເຊັຟ ຄຣາວລີ (Joseph Crowley), ສັງກັດພັກເດໂມແຄຣັດ ຈາກລັດນິວຢອກ, ທ່ານນາງ Nancy Pelosi, ສັງກັດພັກເດໂມແຄຣັດ ຈາກລັດ ຄາລີຟໍເນຍ, ແລະທ່ານນາງ ລິນດາ (Linda Sanchez)ສັງກັດພັກເດໂມແຄຣັດ ຈາກລັດ ຄາລີຟໍເນຍ, ຢູ່ກອງປະຊຸມຖະແຫຼງຂ່າວ.

XS
SM
MD
LG