ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບ​ເດັນ ເຫັນ​ວ່າ "ມີ​ສຸ​ຂ​ພາບ​ແຂງ​ແຮງ, ຫ້າວ​ຫັນ ແລະ ຄ່ອງ​ແຄ້ວ ໃນ​ລະ​ຫວ່າງ​ການກວດ​ສຸ​ຂະ​ພາບ​ປະ​ຈຳ​ປີ


ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ເດີນ​ທາງ​ອອກ​ຈາກ​ສູນ​ການ​ແພດ​ທະ​ຫານ​ແຫ່ງ​ຊາດ ວອ​ລ​ເທີ ຣີດ ຫຼັງ​ຈາກ​ການກວດ​ກາ​ສຸ​ຂະ​ພາບ​ປະ​ຈຳ​ປີ​ຂອງ​ທ່ານ, 28 ກຸມ​ພາ 2024.
ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ເດີນ​ທາງ​ອອກ​ຈາກ​ສູນ​ການ​ແພດ​ທະ​ຫານ​ແຫ່ງ​ຊາດ ວອ​ລ​ເທີ ຣີດ ຫຼັງ​ຈາກ​ການກວດ​ກາ​ສຸ​ຂະ​ພາບ​ປະ​ຈຳ​ປີ​ຂອງ​ທ່ານ, 28 ກຸມ​ພາ 2024.

ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ແມ່ນ​ຜູ້​ຊາຍອາ​ຍຸ 81 ປີ​ທີ່ “ແຂງ​ແຮງ, ຫ້າວ​ຫັນ, ແລະ ມີ​ຄວາມ​ຄ່ອງ​ແຄ້ວ ຜູ້​ທີ່​ຍັງ​ເໝາະ​ສົມ​ທີ່​ຈະ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ປະ​ທາ​ນາ​ທິ​ບໍ​ດີໄດ້​ຢ່າງ​ປະ​ສົບ​ຄວາມ​ສຳ​ເລັດ,” ແພດ​ຂອງ​ທ່ານ, ດ​ຣ. ເຄວິນ ໂອ​ຄອນ​ເນີ, ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ທຳ​ນຽບ​ຂາວ​ເມື່ອ​ວັນ​ພຸດ​ວານນີ້ ລຸນຫຼັງ​ການກວດ​ສຸ​ຂະ​ພາບ​ປະ​ຈຳ​ປີ​ຂອງ​ທ່ານ ໄບ​ເດັນ.

ທ່ານ ໂອ​ຄອນ​ເນີ ໄດ້​ກ່າວ​ລຸນຫຼັງ​ການ​ໄປ​ສູນ​ການ​ແພດ​ທະ​ຫານ​ແຫ່ງ​ຊາດ ວອ​ລ​ເທີ ຣີດ ໃນ​ນະ​ຄອນຫຼວງວໍ​ຊິງ​ຕັນຂອງ​ທ່ານ ໄບ​ເດັນ ​ເມື່ອ​ຕອນ​ເຊົ້າ​ວັນ​ພຸດ​ວານນີ້​ວ່າ “ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຮູ້​ສຶກ​ດີ, ແລະ ການກວດ​ສຸ​ຂະ​ພາບ​ຂອງ​ປີນີ້​ບໍ່​ໄດ້​ລະ​ບຸ​ໃຫ້​ເຫັນ​ຄວາມ​ເປັນ​ຫ່ວງ​ໃໝ່. ທ່ານຈະ​ສືບ​ຕໍ່​ມີ​ຄວາມ​ເໝາະ​ສົມ​ໃນ​ການເຮັດ​ໜ້າ​ທີ່ ແລະ ປະ​ຕິ​ບັດ​ຄວາມ​ຮັບ​ຜິດ​ຊອບ​ທຸກ​ຢ່າງ​ຂອງ​ທ່ານ​ໄດ້​ຢ່າງ​ເຕັມ​ທີ່​ໂດຍ​ປາ​ສະ​ຈາກ​ຂໍ້​ຍົກ​ເວັ້ນ ຫຼື ການ​ອຳ​ນວຍ​ຄວາມ​ສະ​ດວກ​ໃດໆ.”

ການກວດ​ສຸ​ຂະ​ພາບດັ່ງ​ກ່າວ​ລວມ​ມີ ​ການ​ປຶກ​ສາ​ຫາ​ລື​ກັບ​ບັນ​ດານັກ​ຊ່ຽວ​ຊານ​ດ້ານ​ສາຍ​ຕາ, ແຂ້ວ, ການ​ຮັກ​ສາ​ກະ​ດູກ​ ແລະ ກ້າມ​ເນື້ອ, ກາ​ຍະ​ບຳ​ບັດ, ປະ​ສາດ, ຢາ​ນອນຫຼັບ, ຫົວ​ໃຈ, ລັງ​ສີ​ວິ​ທະ​ຍາ ແລະ ຜິວ​ໜັງ, ອີງ​ຕາມ​ການ​ກ່າວ​ຂອງ​ດ​ຣ. ໂອ​ຄອນ​ເນີ.

ມັນ​ແມ່ນ​ການກວດ​ກາ​ຮ່າງ​ກາຍ​ຄັ້ງ​ທີ​ສາມ​ຂອງ​ທ່ານ ໄບ​ເດັນ ນັບ​ຕັ້ງ​ແຕ່​ໄດ້​ເຂົ້າ​ກຳ​ຕຳ​ແໜ່ງ, ທ່າມ​ກາງ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ອາ​ຍຸ​ຂອງ​ທ່ານ ໃນ​ຂະ​ນະ​ທີ່​ທ່າ​ນ​ພະ​ຍາ​ຍາມ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ສະ​ໄໝ​ທີ​ສອງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG